spot_img
Homeຂ່າວພາຍ​ໃນພື້ນທີ່ໃຫ້ບໍລິການໂທລະຄົມມະນາຄົມໃນປີ 2022

ພື້ນທີ່ໃຫ້ບໍລິການໂທລະຄົມມະນາຄົມໃນປີ 2022

Published on

ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄປສະນີແຫ່ງຊາດ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ ຄົບຮອບ 58 ປີ (13 ມີນາ 1965 ຫາ 13 ມີນາ 2023) ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະ ຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມີ ຄໍາເຫັນວ່າ: ໃນປີ 2023 ນີ້ ກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ຈັດການສະເຫຼີມສະຫຼອງວັນໄປສະນີແຫ່ງຊາດ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ ຂຶ້ນພາຍ ໃຕ້ຄໍາຂວັນ: “ປັບປຸງວຽກງານໄປສະນີໃຫ້ທັນສະໄຫມ ພັດທະນາວຽກງານໂທລະ ຄົມມະນາຄົມ ເພື່ອການຫັນເປັນດີຈິຕອນໃນທົ່ວປະເທດ” ເຊິ່ງໄດ້ຈັດການສະເຫຼີມສະຫຼອງຢ່າງເປັນຂະບວນຟົດຟື້ນໃນທົ່ວປະເທດ.

ທ່ານກ່າວວ່າ: ໃນຊຸມປີຜ່ານມາ ວຽກງານໄປສະນີ ແລະ ວຽກງານໂທລະຄົມມະນາຄົມ ຂອງ ສປປ ລາວ ໄດ້ມີການເຄື່ອນໄຫວ ແລະ ພັດທະນາຂຶ້ນຢ່າງຕັ້ງຫນ້າ ຊຶ່ງໃນປີ 2022 ພື້ນທີ່ໃຫ້ບໍລິການໂທລະຄົມມະນາຄົມລະບົບ 2G ໄດ້ກວມເອົາ 96% 3G ໄດ້ກວມເອົາ 83% 4G ໄດ້ກວມເອົາ 75% ຂອງຈໍານວນບ້ານທັງຫມົດໃນທົ່ວປະເທດ ຈໍານວນຜູ້ນຳໃຊ້ໂທລະສັບຕັ້ງໂຕະ ມີສາຍ ແລະ ບໍ່ມີສາຍ ມີຫຼາຍກ່ວາ 1,9 ລ້ານ ກ່ວາເລກຫມາຍ ໂທລະສັບມືຖື 14 ລ້ານກວ່າເລກຫມາຍ ຜູ້ນໍາໃຊ້ອິນເຕີເນັດ (ລະບົບມີສາຍ ແລະ ບໍ່ມີສາຍ ) ຈໍານວນ 4,4 ລ້ານກວ່າບັນຊີ ອັດຕາການຊົມໃຊ້ອິນເຕີເນັດກວມເອົາ 63% ຂອງປະຊາກອນ ໃນທົ່ວປະເທດ.

ໃນປີ 2020-2022 ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ ເພື່ອຄວບຄຸມ ແລະ ສະກັດກັ້ນ ການແຜ່ ລະບາດຂອງພະຍາດໂຄວິດ-19 ດ້ວຍການອະນຸຍາດເລກຫມາຍໂທລະສັບພິ ເສດ 163 164 165 166 ເພື່ອໃຫ້ປະ ຊາຊົນໂທເຂົ້າໂດຍບໍ່ໄດ້ ເສຍຄ່າບໍລິການ ພ້ອມດຽວກັນນັ້ນ ກໍໄດ້ອອກນະໂຍບາຍພິເສດ ເພື່ອຫຼຸດຄ່າບໍລິ ການໂທລະຄົມມະ ນາຄົມ ແລະ ອິນເຕີເນັດ ແລະ ຊຸກຍູ້ໃຫ້ ບັນດາຫົວຫນ່ວຍທຸລະກິດໂທລະຄົມມະນາຄົມ ສະຫນອງການບໍລິການແກ່ພາກລັດ ໂດຍບໍ່ໄດ້ເກັບຄ່າບໍລິການ ໃຫ້ບໍລິການປະຊາຊົນ ນໍາໃຊ້ ແອັບພລີເຄເຊິນ “ລາວສູ້ສູ້” ລົງທະບຽນຈອງການສັກວັກຕ້ານໂຄ ວິດລ່ວງຫນ້າ ເພື່ອຫຼີກເວັ້ນບໍ່ໃຫ້ໄປລຽນແຖວລໍຖ້າດົນນານ.

ປັດຈຸບັນນີ້ ມີຜູ້ບໍລິການໂທລະຄົມມະນາຄົມ ຈໍານວນ 5 ບໍລິສັດ ແລະ ຜູ້ບໍລິການອິນເຕີເນັດ ປະເພດ I ຈໍານວນ 10 ບໍລິສັດ ປະເພດ II ຈໍານວນ 3 ບໍລິສັດ ປະເພດ III ຈໍານວນ 13 ບໍລິສັດ ເຊິ່ງສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງຊາດໄດ້ ຈໍານວນ 715 ຕື້ກວ່າກີບ ໃນນີ້ຍັງບໍ່ ໄດ້ລວມເງິນປັນຜົນຈາກບັນດາບໍລິສັດໂທລະຄົມມະນາຄົມຕ່າງໆ ລາຍຮັບຈາກການນໍາໃຊ້ຊັບພະ ຍາກອນໂທລະຄົມມະນາຄົມ ຈໍານວນ 232 ຕື້ກວ່າກີບ ແລະ ການມອບພັນທະອາກອນຂອງບັນດາຫົວຫນ່ວຍທຸລະກິດດ້ານ ໄປສະນີ ແລະ ໂທລະຄົມ ມະນາຄົມ ຈໍານວນ 482 ກວ່າຕື້ກີບ.

ສໍາລັບຂະແຫນງການໄປສະນີ ກໍໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ສັງຄົມຂອງປະເທດ ໃຫ້ຈະເລີນເຕີບໂຕ ທັງເຮັດຫນ້າທີ່ ການເຊື່ອມໂຍງ ລະຫວ່າງ ຄົວເຮືອນ ຮ້ານຄ້າ ແລະ ບັນດາຫົວຫນ່ວຍທຸ ລະກິດ ໃນການສື່ສານພົວພັນ ແລະ ຈໍລະຈອນແຈກຢາຍສິນຄ້າຢ່າງ ກວ້າງຂວາງ ພ້ອມທັງອໍານວຍຄວາມສະດວກໃຫ້ແກ່ການຄ້າ ການຊື້-ຂາຍ ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະໃນໄລຍະການແຜ່ ລະບາດຂອງພະຍາດໂຄວິດ-19 ການບໍລິການໄປສະນີໄດ້ເປັນປັດໄຈສໍາຄັນທີ່ ຂາດບໍ່ໄດ້ ໃນການຈັດສົ່ງ ແລະ ແຈກຢາຍພັດສະດຸທາງໄປສະນີ ກໍຄືອາຫານ ເຄື່ອງອຸປະ ໂພກບໍລິໂພກ ຢາປິ່ນປົວພະຍາດ ແລະ ເຄື່ອງມືການແພດໃຫ້ແກ່ສັງຄົມ ໃນການຂັບເຄື່ອນຕະຫຼາດເສດຖະກິດດີຈິ ຕອນ ທີ່ມີຫຼາຍກິດຈະການທຸລະກິດ ຕ້ອງ ອາໄສການບໍລິການ ຂອງຂະແຫນງໄປສະນີ ເປັນຕົ້ນແມ່ນ ການບໍລິການດ້ານໂລຊິດສະຕິກ ແລະ ການຄ້າເອເລັກໂຕຣນິກ (e-Commerce) ເພື່ອບໍລິການຮັບຝາກ ຈັດສົ່ງ ແຈກຢາຍສິນຄ້າ ຢູ່ພາຍໃນປະ ເທດ ແລະ ລະຫວ່າງປະເທດ.

ໃນປີ 2022 ມີຈໍານວນປ່ອງບໍລິການໄປສະນີ ໃນຂອບເຂດທົ່ວປະເທດ ຈໍານວນ 990 ແຫ່ງ ໃນນັ້ນ ມີບໍ ລິສັດທີ່ດໍາເນີນທຸລະ ກິດບໍລິການ ໄປສະນີ ຈໍານວນ 43 ບໍລິສັດ ໃຫ້ບໍລິການພາຍໃນ ແລະ ລະຫວ່າງປະ ເທດ 9 ບໍລິສັດ ແລະ ໃຫ້ບໍລິການພາຍໃນ ແຂວງ 34 ບໍລິສັດ ເມື່ອທຽບ ໃສ່ປີຜ່ານມາ ແມ່ນເພີ່ມຂຶ້ນ 11 ແຫ່ງ ການບໍລິການດ້ານໄປສະນີ ສາມາດເຊື່ອມໂຍງກັບພາກ ພື້ນ ແລະ ສາກົນ ເຊິ່ງສາມາດມອບພັນທະ ອາກອນເຂົ້າງົບປະມານແຫ່ງຊາດ ຈໍານວນ 12 ຕື້ກວ່າກີບ.

ທີ່ມາ Vientiane Mai

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...