ຄະນະກຳມາທິການແມ່ນໍ້າຂອງສາກົນ (ຄມສ) ເປີດເຜີຍໃຫ້ຮູ້ວ່າ: ແມ່ນໍ້າຂອງມີການຫາປາຫຼາຍເປັນອັນດັບໃຫຍ່ສຸດຂອງໂລກ ເຊິ່ງ ຫາໄດ້ປະມານ 2,3 ລ້ານໂຕນ ຫຼື ຄິດໄລ່ເປັນເງິນປະມານ 11 ຕື້ໂດລາຕໍ່ປີ. ແມ່ນໍ້າຂອງເປັນແມ່ນໍ້າທີ່ສ້າງຄວາມໝັ້ນຄົງ ໃນການສະໜອງນໍ້າ, ອາຫານ ແລະ ພະລັງງານ ໃຫ້ແກ່ຜູ້ຄົນປະມານ 70 ລ້ານຄົນ ເຊິ່ງໃນນັ້ນສ່ວນຫຼາຍແມ່ນເຂົ້າ, ປາ ແລະ ສັດນໍ້າອື່ນໆ. ພ້ອມກັນນີ້ ຍັງເປັນແມ່ນໍ້າທີ່ມີຄວາມຫຼາກຫຼາຍ ຂອງ ຊະນິດປາ ເປັນອັນດັບ 3 ຂອງໂລກ ມີເຖິງ 1.148 ສາຍພັນ, ຮອງຈາກແມ່ນໍ້າອາເມຊອນ ແລະ ແມ່ນໍ້າກົງໂກ.
ອີງຕາມບົດລາຍງານຂອງ ຄມຊ ກ່ຽວກັບສະພາບລວມຂອງອ່າງແມ່ນ້ຳຂອງ ປີ 2018 ໃຫ້ຮູ້ວ່າ: ເຖິງແມ່ນວ່າ ປະລິມານປາທີ່ຈັບໄດ້ ມີອັດຕາເພີ່ມຂຶ້ນໃນຊ່ວງ 15 ປີຜ່ານມາກໍຕາມ, ປັດຈຸບັນມັນໄດ້ສົ່ງສັນຍານໃຫ້ເຫັນເຖິງການຈັບປາຫຼາຍເກີນໄປ ເຮັດໃຫ້ຈໍານວນປາທີ່ຫາໄດ້ຫຼຸດລົງ ແລະ ຂະໜາດປາທີ່ຈັບໄດ້ນ້ອຍລົງ. ອີງໃສ່ບົດປະເມີນເສດຖະກິດມະຫາພາກ ຂອງ ການສຶກສາສະພາມົນຕີ, ມູນຄ່າປັດຈຸບັນສຸດທິຂອງການປະມົງໃນບັນດາປະເທດແມ່ນໍ້າຂອງຕອນລຸ່ມ (ກຳປູເຈຍ, ສປປ ລາວ, ໄທ ແລະ ຫວຽດ ນາມ) ຄາດວ່າຈະຫຼຸດລົງຕື່ມອີດຮອດປີ 2040.
ເພື່ອແກ້ໄຂບັນຫາການຄຸ້ມຄອງການປະມົງໃນປັດຈຸບັນທີ່ກຳລັງເກີດຂຶ້ນ, ລັດຖະບານຂອງບັນດາປະເທດພາຄີແມ່ນໍ້າຂອງໄດ້ສຸມໃສ່ໃຫ້ຄວາມສໍາຄັນດ້ານນະໂຍບາຍຂອງຕົນໃນການເພີ່ມຄວາມສາມາດດ້ານການຜະລິດ, ປົກປັກຮັກສາ ແລະ ອະນຸລັກແຫຼ່ງທີ່ຢູ່ອາໄສຂອງປາ ແລະ ການເພີ່ມຊັບພະຍາກອນປາ, ການນໍາໃຊ້ອຸປະກອນ ແລະ ສ້າງລະບົບເຕັກນິກທີ່ທັນສະໄໝຂຶ້ນ, ສົ່ງເສີມວິທີການແບບຊຸມ ຊົນ, ຊຸກຍູ້ຊາວປະມົງຫັນປ່ຽນຈາກການຜະລິດແບບພໍກຸ້ມກິນມາເປັນແບບອາຊີບ ແລະ ຜະລິດອອກສູ່ຕະຫຼາດ.
ເພື່ອເສີມຂະຫຍາຍນະໂຍບາຍ ແລະ ມາດຕະການລະດັບຊາດ, ຄະນະກຳມາທິການແມ່ນໍ້າຂອງສາກົນ(ຄມສ) ໄດ້ເພີ່ມຄວາມພະຍາຍາມ ແລະ ເສີມຂະຫຍາຍການຈັດຕັ້ງພັດທະນາ ແລະ ຄຸ້ມຄອງການປະມົງແບບຍືນຍົງໃນອ່າງແມ່ນໍ້າຂອງ ລວມທັງ ການແລກປ່ຽນຄວາມຮູ້ດ້ານວິຊາການ ກ່ຽວກັບ ການຄຸ້ມຄອງການປະມົງ, ການສ້າງຈິດສໍານຶກດ້ານການປະມົງ, ການສົ່ງເສີມການວາງແຜນແບບເຊື່ອມສານລະຫວ່າງບັນດາຂະແໜງການທີ່ກ່ຽວຂ້ອງ. ນອກນັ້ນ, ຄມສ ຍັງໄດ້ໃຫ້ການສະໜັບສະໜູນແກ່ບັນດາປະເທດ ສະມາຊິກ ໂດຍການສ້າງຍຸດທະສາດ ການພັດທະນາ ແລະ ຄຸ້ມຄອງ ການປະມົງໃນອ່າງແມ່ນໍ້າຂອງ ສົກປີ 2018-2022 ເພື່ອເສີມຂະຫຍາຍການເຈລະຈາ, ສ້າງຄວາມເຂົ້າໃຈ ແລະ ການຮັບຮູ້ໃຫ້ບັນລຸການພັດທະນາ ແລະ ຄຸ້ມຄອງການປະມົງ ແລະ ສັດນໍ້າໃຫ້ຍືນຍົງໃນອ່າງແມ່ນໍ້າຂອງຕອນລຸ່ມ; ຕິດຕາມສະພາບ ແລະ ທ່າອ່ຽງ ຂອງການປະມົງ ແລະ ປັບປຸງວິທີການຕ່າງໆ; ສ້າງບົດແນະນໍາດ້ານວິຊາການຕ່າງໆເຊັ່ນ: ບົດແນະນໍາການຄຸ້ມຄອງການປະມົງ ເພື່ອສົ່ງເສີມການຄຸ້ມຄອງການປະມົງແບບມີສ່ວນຮ່ວມ ແລະ ການຄຸ້ມຄອງການປະມົງຮ່ວມກັນ ລະຫວ່າງບັນດາປະເທດສະມາຊິກ ແລະ ບັນດາຂະແໜງການທີ່ກ່ຽວ ຂ້ອງ ແລະ ຊຸມຊົນ ເພື່ອກ້າວໄປສູ່ ການຄຸ້ມຄອງການປະມົງແບບຍືນຍົງ.
ພ້ອມກັນນີ້, ຈະເຮັດການສຶກສາ ແລະ ບົດປະເມີນ ເພື່ອເພີ່ມຄວາມຮູ້ ແລະ ສ້າງຂໍ້ມູນພື້ນຖານ ເພື່ອການຄຸ້ມຄອງການປະມົງໃຫ້ດີຍິ່ງຂຶ້ນ.
ແຫຼ່ງຂ່າວ ຂປລ