Homeຂ່າວຕ່າງປະເທດສອງທະນາຄານໃນອາເມຣິກາຖືກປິດພາຍໃນອາທິດດຽວ

ສອງທະນາຄານໃນອາເມຣິກາຖືກປິດພາຍໃນອາທິດດຽວ

Published on

ບໍ່ເທົ່າໃດມື້ທີ່ຜ່ານມາ ທະນາຄານສຳຄັນ 2 ແຫ່ງໃນສະຫະລັດອາເມຣິກາ ຄື Silvergate Capital (SI) ທະນາຄານຜູ້ໃຫ້ບໍລິການດ້ານເງິນດິຈິຕອນ ຫຼື ຄຣິບໂຕເຄີເລັນຊີ ແລະ Silicon Valley Bank (SVB) ທະນາຄານທີ່ເນັ້ນປ່ອຍເງິນກູ້ໃຫ້ກັບ ກຸ່ມບໍລິສັດສະຕາດອັບ, ທັງ 2 ທະນາຄານໄດ້ປິດກິດຈະການ ຈົນສ້າງແຮງກົດດັນໃຫ້ຕະຫຼາດຫຸ້ນທົ່ວໂລກ ໂດຍສະເພາະຫຸ້ນໃນກຸ່ມທະນາຄານທຸລະກິດຂອງອາເມຣິກາຫຼຸດລົງຫຼາຍ.

ສາເຫດການປິດຂອງ Silvergate Capital 

ເນື່ອງຈາກລູກຄ້າລາຍໃຫຍ່ຄື FTX ເປັນແພຣັດຟອມຊື້ຂາຍສະກຸນເງິນດິຈິຕອນ ທີ່ປະກາດລົ້ມລະລາຍໃນປີກາຍນີ້ ຈຶ່ງເຮັດໃຫ້ຜູ້ກໍ່ຕັ້ງ FTX ຖືກດຳເນິນຄະດີຂໍ້ຫາທາງດ້ານການເງິນຫຼາຍປະການ.

ອີກຢ່າງກໍຄື ວິກິດຄວາມເຊື່ອໝັ້ນທາງດ້ານວົງການເງິນດິຈິຕອນ ຈົນເຮັດໃຫ້ນັກລົງທຶນເລັ່ງຖອນເງິນອອກຈາກບັນຊີທະນາຄານຫຼາຍກວ່າ 8 ພັນລ້ານໂດລາ ຈຶ່ງເຮັດໃຫ້ທະນາຄານບໍ່ມີເງິນມາໝຸນວຽນໃນອົງກອນ.

ເຮັດໃຫ້ທ້າຍປີ 2022 ທະນາຄານມີເງິນຝາກຫຼຸດລົງຫຼາຍ ຈົນທະນາຄານຕ້ອງໄດ້ຂາຍສິນຊັບອື່ນໆ ລວມເຖິງພັນທະບັດລັດຖະບານເພື່ອໃຫ້ມັນປ່ຽນເປັນເງິນສົດໄດ້.

ແຕ່ເນື່ອງຈາກເງິນສົດມີມູນຄ່າໜ້ອຍລົງ ເນື່ອງຈາກອັດຕາດອກເບ້ຍຢູ່ໃນລະດັບສູງ ຈາກສາເຫດດັ່ງກ່າວ ເຮັດໃຫ້ອັດຕາໜີ້ສິນຂອງທະນາຄານ Silvergate Capital ຈາກ 5,1% ໃນຊ່ວງທ້າຍປີ 2022 ໂດຍກ່ອນໜ້ານີ້ຢູ່ມນລະດັບ 10,5%.

ສາເຫດການປິດຂອງ Silicon Valley Bank

Silicon Valley Bank ປິດກິດຈະການພາຍໃຕ້ຄຳສັ່ງຂອງກະຊວງປົກປ້ອງການເງິນ ແລະ ນະວັດຕະກຳແຫ່ງລັດຄາລິຟໍເນຍ, ເນື່ອງຈາກປະເຊີນກັບບັນຫາສະພາບຄ່ອງດ້ານການເງິນ ເພາະກ່ອນໜ້ານີ້ກຸ່ມທຸລະກິດສະຕາດອັບໄດ້ແຫ່ກັນໄປຖອນເງິນຈາກທະນາຄານຢ່າງກະທັນຫັນ ຈົນເຮັດໃຫ້ບໍລິສັດ ພົບກັບບັນຫາຂາດກະແສເງິນສົດໝຸນວຽນ.

ທາງດ້ານປະທານບໍລິຫານສູງສຸດຂອງທະນາຄານ ໄດ້ປະກາດຂາຍຫຸ້ນ ຫຼັງຈາກທີ່ໄດ້ຂາດທຶນຍ້ອນຂາຍພັນທະບັດລັດຖະບານ ທີ່ມີອັດຕາບອກເບ້ຍສູງເຖິງ 5%.

A press release on a sheet of paper is posted on a glass door. A San Francisco street is reflected in the glass.

ນັກວິເຄາະສະຖານະການໃນອະນາຄົດ

ນັກວິເຄາະເບິ່ງວ່າ ຖ້າໃນອະນາຄົດ ທະນາຄານກາງ FED ຍັງປັບຂຶ້ນດອກເບ້ຍແບບຕໍ່ເນື່ອງ ອາດເຖິງ 6%, ແນວນັ້ນ ຈະບໍ່ມີພຽງແຕ່ 2 ທະນາຄານນີ້ທີ່ລົ້ມສະຫຼາຍ.

ຈາກສະຖານະການດັ່ງກ່າວ ອາດເຮັດໃຫ້ປະຊາຊົນຈຳນວນຫຼາຍແຫ່ກັນໄປຖອນເງິນອອກຈາກທະນາຄານທຸລະກິດຕ່າງໆທີ່ບໍ່ມີຄວາມກ່ຽວຂ້ອງກັບວິກິດໃນຄັ້ງນີ້ ຈົນເຮັດໃຫ້ທະນາຄານທຸລະກິດອື່ນໆໄດ້ຮັບຜົນກະທົບໄປຕາມກັນ.

ແຫຼ່ງຂ່າວ nytimes

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...