spot_img
Homeຂ່າວພາຍ​ໃນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂອງແຂວງຜົ້ງສາລີ

ມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂອງແຂວງຜົ້ງສາລີ

Published on

ວັນທີ 7 ມິນາ 2023 ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຂວາ ແຂວງຜົ້ງສາລີ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ວົງເດືອນ ພູມມີທໍາ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດເສດຖະກິດຂັ້ນເມືອງ ເປັນກຽດເຂົ້າຮ່ວມຂອງ ທ່ານ ໄນເພັດ ບຸບຜາ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຜົ້ງສາລີ, ມີບັນດາທ່ານ ກໍາມະການພັກເມືອງ ຫົວໜ້າ – ຮອງຫົວໜ້າຫ້ອງການ, ທີມງານຂັ້ນແຂວງ, ຂັ້ນເມືອງ ພະນັກງານວິຊາການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການປະເມີນໄລຍະຕົ້ນ ຕາມດໍາລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ໃນໄລຍະປີ 2021-2022 ແມ່ນການກວດກາຄືນບັນດາຂໍ້ມູນແຕ່ລະມາດຕະຖານທີ່ບັນລຸ ແລະ ຍັງບໍ່ທັນບັນລຸ, ຊຶ່ງໃນປີ 2019 ໄດ້ມີການສໍາຫຼວດ, ເກັບກໍາຂໍ້ມູນຕົວຕັ້ງໃນທົ່ວແຂວງສຳເລັດ ແລະ ໄດ້ກໍານົດເປົ້າໝາຍພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກເຂົ້າໃນແຜນໄລຍະ 5 ປີ (2021-2025) ໂດຍສ້າງບ້ານພົ້ນທຸກໃຫ້ໄດ້ 128 ບ້ານ, ສ້າງບ້ານພັດທະນາ 45 ບ້ານ; ສ້າງຄອບຄົວພົ້ນທຸກໃຫ້ໄດ້ 7.004 ຄອບຄົວ ແລະ ສ້າງຄອບຄົວພັດທະນາໃຫ້ໄດ້ 3.529 ຄອບຄົວ, ນອກນັ້ນ ຍັງໄດ້ກໍານົດເອົາ 7 ຈຸດຂອງ 7 ເມືອງ ໃນການສ້າງບ້ານໃຫ່ຍໃຫ້ເປັນຕົວເມືອງນ້ອຍໃນຊົນນະບົດ ແລະ ສ້າງເມືອງພົ້ນທຸກໃຫ້ໄດ້ 2 ເມືອງ (ເມືອງບຸນເໜືອ ແລະ ບຸນໃຕ້); ແຕ່ຈາກຜົນການປະເມີນຄັ້ງນີ້ ເຫັນວ່າ ບ້ານພົ້ນທຸກບັນລຸໄດ້ແຕ່ 11 ບ້ານ (ຈາກ 128 ບ້ານ ຍັງເຫຼືອ 117 ບ້ານ); ຄອບຄົວພົ້ນທຸກ 612 ຄຄ (ຈາກ 7.004 ຄຄ ຍັງເຫຼືອ 6.392 ຄຄ); ບ້ານພັດທະນາບັນລຸ 1 ບ້ານ (ຈາກ 45 ບ້ານ ຍັງເຫຼືອ 44 ບ້ານ), ຄອບຄົວພັດທະນາ 181 ຄຄ (ຈາກ 3.529 ຍັງເຫຼືອ 3.348 ຄຄ) ແລະ ມີບ້ານພັດທະນາທີ່ບໍ່ໄດ້ນອນໃນແຜນ ເພີ່ມໃໝ່ເປັນ 7 ບ້ານ;

ສໍາລັບການສ້າງບ້ານໃຫ່ຍເປັນຕົວເມືອງນ້ອຍໃນຊົນ ນະບົດສາມາດຮັບຮອງແຜນໄດ້ມີ 1 ບ້ານຄື: ບ້ານຢໍ້ ແລະ ມີເມືອງພົ້ນທຸກ 1 ເມືອງ ຄື: ເມືອງບຸນເໜືອ. ເມື່ອສົມທຽບກັບຂໍ້ມູນຕົວຕັ້ງປີ 2019 ເຫັນວ່າ ທົ່ວແຂວງມີຈໍານວນບ້ານໄດ້ຫຼຸດລົງ 9 ບ້ານ (ຈາກ 516 ບ້ານ ເປັນ 507ບ້ານ); ບ້ານພົ້ນທຸກເພີ່ມຂຶ້ນ 36 ບ້ານ (ຈາກ 117 ເປັນ 153 ບ້ານ) ແລະ ມີບ້ານພັດທະນາ 8 ບ້ານ (ຈາກ 0 ບ້ານ ເປັນ 8 ບ້ານ); ຈໍານວນຄອບຄົວເພີ່ມຂຶ້ນ 1.571 ຄຄ (ຈາກ 35.139 ເປັນ 36.710 ຄຄ); ຄອບຄົວພົ້ນທຸກເພີ່ມຂຶ້ນ 3.759 ຄຄ (ຈາກ 12.015 ເປັນ 15.774 ຄຄ); ຈໍານວນຄອບຄົວພັດທະນາເພີ່ມຂຶ້ນ 1.973 ຄຄ (ຈາກ 2.862 ເປັນ 4.835 ຄຄ); ພົນລະເມືອງເພີ່ມຂຶ້ນ 8.778 ຄົນ (ຈາກ 190.549 ເປັນ 199.327 ຄົນ)

ພ້ອມກັນນັ້ນບັນດາຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ທັງນິ້ກໍ່ເພື່ອໃຫ້ຜົນການປະເມີນໄລຍະຕົ້ນຕາມດໍາລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂອງແຂວງຜົ້ງສາລີ ໃຫ້ໄດ້ຮັບການຈັດຕັ້ງຜັນຂະຫຍາຍ ໂດຍໃຫ້ທຸກຂັ້ນ, ທຸກພາກສ່ວນ ແລະ ທຸກຂະແໜງການກ່ຽວຂ້ອງ ໄດ້ຮັບຮູ້, ເຂົ້າໃຈ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ເພື່ອແນະນໍາການນໍາໃຊ້ຂໍ້ມູນ ໂດຍກໍານົດເອົາບັນດາຕົວເລກຂໍ້ມູນຈາກຜົນການປະເມີນ ເຂົ້າໃນແຜນການ, ຫັນເປັນໂຄງການອັນລະອຽດ ແລະ ກຳນົດເຂົ້າໃນແຜນຄາດໝາຍສູ້ຊົນ ສຸມໃສ່ຈັດຕັ້ງປະຕິບັດແຕ່ນີ້ຮອດປີ 2025 ເພື່ອຊຸກຍູ້ຕິດຕາມ ສ້າງເງື່ອນໄຂຮອບດ້ານໃນການຊ່ວຍໃຫ້ຄອບຄົວ, ບ້ານ ທີ່ຍັງບໍ່ທັນພົ້ນທຸກໄດ້ຮັບການແກ້ໄຂ ແລະ ມີການພັດທະນາດີຂຶ້ນເທື່ອລະກ້າວ. ໂອກາດນິ້, ທ່ານ ຮອງເຈົ້າເມືອງ ຍັງໄດ້ຮຽກຮ້ອງມາຍັງແຕ່ລະແໜງການທີ່ກ່ຽວຂ້ອງຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ ແລະ ນໍາເອົາເນື້ອໃນຈິດໃຈກອງປະຊຸມ ເຜີຍແຜ່ ແນະນໍາ ການນໍາໃຊ້ຂໍ້ມູນຜົນການປະເມີໄລຍະຕົ້ນ ຕາມດໍາລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...