spot_img
Homeຂ່າວພາຍ​ໃນຮູ້ໄວ້ໄດ້ປະໂຫຍດ! 20 ລາຍໄດ້ ທີ່ບໍ່ໄດ້ເສຍອາກອນລາຍໄດ້

ຮູ້ໄວ້ໄດ້ປະໂຫຍດ! 20 ລາຍໄດ້ ທີ່ບໍ່ໄດ້ເສຍອາກອນລາຍໄດ້

Published on

ເມື່ອເວົ້າເຖິງອາກອນລາຍໄດ້ ເຊິ່ງເປັນໜ້າທີ່ຂອງປະຊາຊົນຜູ້ທີ່ມີອາຊີບວຽກເຮັດງານທຳຕ້ອງໄດ້ຊຳລະໃຫ້ຄົບຖ້ວນ, ແຕ່ມີ 20 ລາຍໄດ້ ທີ່ຖືກຍົກເວັ້ນບໍ່ໄດ້ເສຍອາກອນລາຍໄດ້ ກໍຄື:

  • ເງິນເດືອນ ແລະ ເງິນລາຍໄດ້ອື່ນ ທີ່ຕໍ່າກວ່າ 1.300.000 ກີບ
  • ເງິນເດືອນພະນັກງານທູດ, ພະນັກງານອົງການຈັດຕັ້ງສາກົນ ແລະ ຜູ້ຊ່ຽວຊານຕ່າງປະເທດ ທີ່ເຮັດວຽກໃນລາວ
  • ງິນອຸດໜູນ, ເງິນບຳນານ, ເງິນເບ້ຍລ້ຽງ, ເງິນເພີ່ມໂມງ ແລະ ເງິນລ່ວງເວລາ ຂອງຜູ້ທີ່ມີເງິນເດືອນພື້ນຖານບໍ່ເກີນ 2.000.000 ກີບ
  • ການຂາຍ ຫຼື ການໂອນຮຸ້ນ ແລະ ເງິນປັນຜົນຂອງຮຸ້ນ ທີ່ຈົດທະບຽນໃນຕະຫຼາດຫຼັກຊັບ
  • ການອອກຈຳໜ່າຍຫຼັກຊັບດ້ວຍການອອກຮຸ້ນ ແລະ ຮຸ້ນກູ້
  • ເງິນເດືອນ, ຄ່າແຮງງານຂອງຄົນພິການ
  • ຂອງຂວັນ, ລາງວັນ ເປັນເງິນ ທີ່ມີມູນຄ່າຕໍ່າກວ່າ 1.300.000 ກີບ
  • ຄ່າເຊົ່າຊັບສິນຂອງຫົວໜ່ວຍທຸລະກິດ ທີ່ເສຍອາກອນກຳໄລ
  • ຄັງປະກັນສັງຄົມພາກລັດ ແລະ ວິສາຫະກິດ
  • ການເຄື່ອນໄຫວທີ່ຊ່ວຍເຫຼືອສັງຄົມ
  • ດອກເບ້ຍເງິນຝາກໃນລະບົບທະນາຄານ
  • ສິນປະກັນໄພຊີວິດ
  • ເງິນບຳເນັດ
  • ເງິນນະໂຍບາຍຕໍ່ຜູ້ມີຜົນງານ ໃນການຕໍ່ສູ້ປົດປ່ອຍຊາດ
  • ລາງວັນໃນການຄິດຄົ້ນທາງວິທະຍາສາດ ແລະ ປະດິດຄິດແຕ່ງ
  • ເງິນອັດຕາກິນ, ຄ່າເດີນທາງ, ເງິນແຮ ແລະ ຄ່າພັກເຊົາຂອງພະນັກງານ-ລັດຖະກອນ
  • ການຊື້-ຂາຍດິນ ທີ່ຈົດເຂົ້າຊັບສິນຫົວໜ່ວຍທຸລະກິດ
  • ການສືບທອດມູນມໍຣະດົກ ຂອງຜູ້ເສຍຊີວິດ
  • ຄ່າຝຶກອົບຮົມ ແລະ ການສຶກສາຕໍ່
  • ຄ່າເຄື່ອງນຸ່ງ ແລະ ອຸປະກອນ ປ້ອງກັນອຸປະຕິເຫດແຮງງານ

ອີງຕາມກົດໝາຍວ່າດ້ວຍອາກອນລາຍໄດ້ ມາດຕາ 35 ລາຍໄດ້ທີ່ຖືກຍົກເວັ້ນອາກອນລາຍໄດ້.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...