spot_img
Homeຂ່າວພາຍ​ໃນການສັບຊ້ອນພະນັກງານຕິດພັນກັບການປັບປຸງກົງຈັກການຈັດຕັ້ງ ແລະ ການກໍານົດ

ການສັບຊ້ອນພະນັກງານຕິດພັນກັບການປັບປຸງກົງຈັກການຈັດຕັ້ງ ແລະ ການກໍານົດ

Published on

ອີງຕາມ ການແຈ້ງການຂອງກະຊວງພາຍໃນ ສະບັບເລກທີ ເລກທີ 58/ພນ ອອກແຈ້ງການ ເລື່ອງ ການສັບຊ້ອນພະນັກງານຕິດພັນກັບການປັບປຸງກົງຈັກການຈັດຕັ້ງ ແລະ ການກໍານົດ.

ເພື່ອເຮັດໃຫ້ບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ສາມາດເຄື່ອນໄຫວວຽກງານໄດ້ຢ່າງມີ ປະສິດທິພາບ, ປະສິດທິຜົນສູງ ແລະ ມີຄວາມຄ່ອງຕົວ ໃນການຜັນຂະຫຍາຍນິຕິກໍາຕ່າງໆ ກ່ຽວກັບວຽກງານປັບປຸງ ກົງຈັກການຈັດຕັ້ງ ແລະ ການບັນຈຸສັບຊ້ອນພະນັກງານ-ລັດຖະກອນ ໄດ້ຮັບການຈັດຕັ້ງປະຕິບັດ, ສອດຄ່ອງຕາມ ແນວທາງ, ນະໂຍບາຍຂອງພັກ, ລັດຖະບານ ແລະ ມີຄວາມເປັນເອກະພາບ; ຮັບປະກັນໄດ້ຄວາມສະຫງົບພາຍຫລັງ ການປັບປຸງ, ວຽກງານດໍາເນີນປົກກະຕິ, ຍຸຕິທໍາ ແລະ ເປັນບ່ອນອີງ ໃນການຕິດຕາມ, ຊຸກຍູ້ ແລະ ແນະນໍາ ບັນດາອົງ ການຈັດຕັ້ງຂອງຕົນ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ຈັດຕັ້ງປະຕິບັດເປັນເອກະພາບ. ສະນັ້ນ, ກະຊວງພາຍໃນ ຂໍຖື ເປັນກຽດແຈ້ງມາຍັງທ່ານ ດັ່ງນີ້:

  1. ໃຫ້ບັນດາກະຊວງ, ອົງການ ຂັ້ນສູນກາງ ສືບຕໍ່ຕິດຕາມ, ຊຸກຍູ້ ແລະ ແນະນໍາບັນດາກົມກອງ ທີ່ສັງກັດໃນໂຄງ ປະກອບກົງຈັກຂອງຕົນ ປັບປຸງພາລະບົດບາດ ແລະ ກໍານົດຕໍາແຫນ່ງງານ ທີ່ຍັງບໍ່ທັນສໍາເລັດໃຫ້ສໍາເລັດໂດຍໄວ ເພື່ອເປັນບ່ອນອີງໃຫ້ແກ່ການວາງແຜນບັນຈຸ, ສັບຊ້ອນພະນັກງານ-ລັດຖະກອນ ເຂົ້າຕາມຕໍາແຫນ່ງງານ ໃຫ້ຖືກຕ້ອງຕາມຄວາມຮູ້, ຄວາມສາມາດ, ປະສົບການ ແລະ ສອດຄ່ອງຕາມນິຕິກໍາຕ່າງໆ ຂອງສູນກາງພັກ ແລະ ລັດຖະບານວາງອອກ;
  2. ໃຫ້ແຂວງ, ນະຄອນຫຼວງວຽງຈັນ ສືບຕໍ່ຊຸກຍູ້ ແລະ ແນະນໍາ ບັນດາອົງການອ້ອມຂ້າງແຂວງ ແລະ ເມືອງ ສືບຕໍ່ ປັບປຸງພາລະບົດບາດ ແລະ ການກໍານົດຕໍາແຫນ່ງງານ ໃຫ້ສໍາເລັດໂດຍໄວ ເພື່ອເປັນບ່ອນອີງໃຫ້ແກ່ການວາງ ແຜນບັນຈຸ, ສັບຊ້ອນພະນັກງານ-ລັດຖະກອນ ເຂົ້າຕາມຕໍາແຫນ່ງງານ ໃຫ້ເຫມາະສົມ ແລະ ສອດຄ່ອງກັບຄວາມຮູ້, ຄວາມສາມາດ, ປະສົບການ ແລະ ຖືກຕ້ອງຕາມກົດຫມາຍ ກໍຄືນິຕິກໍາຕ່າງໆ ຂອງສູນກາງພັກ ແລະ ລັດຖະບານ ວາງອອກ;
  3. ການປັບປຸງການຈັດຕັ້ງຕ້ອງຕິດພັນກັບການສ້າງແຜນສັບຊ້ອນ-ຈັດວາງບຸກຄະລາກອນໄປພ້ອມໆກັນ ໂດຍ ສະເພາະລັດຖະກອນທີ່ມີຕໍາແຫນ່ງບໍລິຫານ ໃຫ້ຄະນະພັກ-ຄະນະນໍາ ແຕ່ລະພາກສ່ວນພິຈາລະນາແກ້ໄຂຕາມ ຄວາມເຫມາະສົມດັ່ງທີ່ໄດ້ກໍານົດໃນ ມາດຕາ 24 ຂອງດໍາລັດວ່າດ້ວຍການກໍານົດຕໍາແຫນ່ງງານ ສະບັບເລກທີ 734/ລບ, ລົງວັນທີ 31 ທັນວາ 2021 ແລະ ຄໍາແນະນໍານາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງຜັນຂະຫຍາຍ ຄໍາສັ່ງຄະນະເລຂາທິການສູນກາງພັກສະບັບເລກທີ 190/ຄລສພ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງ ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ສະບັບເລກທີ 01/ນຍ, ລົງວັນທີ 06 ທັນວາ 2021 ຄື:

1) ການສັບຊ້ອນພະນັກງານ-ລັດຖະກອນ ໃຫ້ປະຕິບັດຕາມທິດມີຂຶ້ນ-ມີລົງ. ມີເຂົ້າ-ມີອອກ ແລະ ມີການ ເຄື່ອນຍ້າຍບ່ອນປະຈໍາການ ຕາມເງື່ອນໄຂຕົວຈິງ;

2) ຜູ້ທີ່ມີຄວາມຮູ້ ແຕ່ຂາດປະສົບການ ຫຼື ປະສົບການບໍ່ຫຼາຍ ແມ່ນໃຫ້ສັບຊ້ອນລົງຮາກຖານ ເພື່ອເກັບກ່ຽວ ເອົາປະສົບການຕົວຈິງ;

3) ຜູ້ທີ່ມີປະສົບການ ແຕ່ຄວາມຮູ້ຍັງຈໍາກັດ ແມ່ນໃຫ້ສັບຊ້ອນໄປຮຽນຕໍ່-ຍົກລະດັບ;

4) ຜູ້ທີ່ມີອາຍຸກະສຽນຮອດເງື່ອນໄຂພັກຜ່ອນຮັບອຸດຫນູນບໍານານແລ້ວ ໃຫ້ພິຈາລະນາອະນຸມັດໃຫ້ພັກຜ່ອນ ຕາມກົດຫມາຍ, ຜູ້ມີອາຍຸກະສຽນໃກ້ຮອດກະສຽນບໍານານແລ້ວ ແຕ່ສຸຂະພາບອ່ອນເພຍ ບໍ່ສາມາດປະຕິບັດ ວຽກງານໄດ້ ແມ່ນໃຫ້ພິຈາລະນາອະນຸມັດໃຫ້ຮັບບໍາເນັດຕາມລະບຽບການ;

5) ສໍາລັບຜູ້ທີ່ມີການລະເມີດກົດຫມາຍ ແມ່ນໃຫ້ປະຕິບັດມາດຕະການວິໄນຢ່າງເດັດຂາດຕາມກົດຫມາຍ ແລະ ລະບຽບການ;

4. ໃນຊ່ວງໄລຍະທີ່ດໍາເນີນການປັບປຸງການຈັດຕັ້ງ ຫລື ພາຍຫລັງສໍາເລັດແລ້ວ ຖ້າມີກໍລະນີພະນັກງານທີ່ມີຕໍາແຫນ່ງ ບໍລິຫານເກິນຕໍາແຫນ່ງງານທີ່ກໍານົດໄວ້ ໂດຍພື້ນຖານແມ່ນໃຫ້ປະຕິບັດຕາມ ຂໍ້ 3 ຂ້າງເທິງນີ້ ແຕ່ເພື່ອເປັນການ ແກ້ໄຂສະເພາະຫນ້າ, ລໍຖ້າການສັບຊ້ອນ ໃຫ້ພະນັກງານ-ລັດຖະກອນ ດັ່ງກ່າວສືບຕໍ່ຮັບເງິນອຸດຫນູນຕໍາແຫນ່ງ ບໍລິຫານໄປກ່ອນ ແຕ່ບໍ່ເກີນ 01 ປີ ນັບແຕ່ມື້ໄດ້ຮັບການປັບປຸງເປັນຕົ້ນໄປ. ເພື່ອຮັບປະກັນເຮັດໃຫ້ຫລັງການ ປັບປຸງກົງຈັກມີຄວາມສະຫງົບ, ວຽກງານເຄື່ອນໄຫວເປັນປົກກະຕິ ແລະ ຕໍ່ເນື່ອງ. ໃນຊ່ວງໄລຍະເວລາດັ່ງກ່າວ ຄະນະພັກ, ຄະນະນໍາ ແຕ່ລະຂັ້ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຮີບຮ້ອນຄົ້ນຄວ້າພິຈາລະນາສັບຊ້ອນ-ຈັດວາງ ພະນັກງານ ຕາມຄວາມເຫມາະສົມ;

5. ພະນັກງານ-ລັດຖະກອນ ທີ່ມີຕໍາແຫນ່ງບໍລິຫານ ເວລາຖືກສັບຊ້ອນ ແລະ ຖືກແຕ່ງຕັ້ງໃຫ້ໄປຮັບຫນ້າທີ່ຢູ່ບ່ອນ ໃຫມ່ ໃຫ້ຖືເອົາຂໍ້ຕົກລົງຫຼ້າສຸດ ເປັນບ່ອນອີງໃນການປະຕິບັດເງິນອຸດຫນູນໃຫ້ຜູ້ກ່ຽວ.

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...