spot_img
Homeຂ່າວພາຍ​ໃນການຝຶກອົບຮົມເພື່ອພັດທະນາສີມືແຮງງານ ໃນຂະແໜງການທ່ອງທ່ຽວ ແລະ ໂຮງແຮມ

ການຝຶກອົບຮົມເພື່ອພັດທະນາສີມືແຮງງານ ໃນຂະແໜງການທ່ອງທ່ຽວ ແລະ ໂຮງແຮມ

Published on

ໃນລະຫວ່າງວັນນທີ 06 ກຸມພາ – 15 ມີນາ 2023, ທີ່ນະຄອນລວງວຽງຈັນ, ໄດ້ມີການຈັດຝຶກອົບຮົມເພື່ອພັດທະນາສີມືແຮງງານ ໃນຂະແໜງການທ່ອງທ່ຽວ ແລະ ໂຮງແຮມ ໂດຍພາຍໃຕ້ ໂຄງການສ້າງໂອກາດການມີວຽກເຮັດງານທໍາໃຫ້ແຮງງານເຄື່ອນຍ້າຍກັບຄືນປະເທດ ແລະ ສາມາດເຊື່ອມໂຍງ ເຂົ້າໃນການພັດທະນາເສດຖະກິດທ້ອງຖິ່ນ ເພື່ອຕອບໂຕ້ຜົນກະທົບຂອງພະຍາດໂຄວິດ-19 ເຊິ່ງກິດຈະກຳ ແລະ ໄລຍະການຝຶກອົບຮົມມີຄືດັ່ງນີ້:

ໃນການຝຶກອົບຮົມມີ ວິຊາ ແມ່ບ້ານ ສໍາລັບແຮງງານທີ່ບໍ່ມີທັກສະ (ຝຶກອົບຮົມ 5ມື້) = 40 ຄົນ; ຝຶກອົບຮົມ ວິຊາ ບໍລິການອາຫານ ແລະ ເຄື່ອງດື່ມ ສໍາລັບແຮງງານທີ່ບໍ່ມີທັກສະ (ຝຶກອົບຮົມ 5ມື້) = 40 ຄົນ; ຝຶກອົບຮົມ ວິຊາ ແມ່ບ້ານ ສໍາລັບເພີ່ມທັກສະໃຫ້ແກ່ພະນັກງານ (ຝຶກອົບຮົມ 3ມື້) = 20 ຄົນ; ຝຶກອົບຮົມ ວິຊາ ບໍລິການອາຫານ ແລະ ເຄື່ອງດື່ມ ສໍາລັບເພີ່ມທັກສະໃຫ້ແກ່ພະນັກງານ (ຝຶກອົບຮົມ 3ມື້) = 20 ຄົນ.

ກິດຈະກຳດັ່ງກ່າວ ແມ່ນໄດ້ເລີ່ມຝຶກອົບຮົມຕັ້ງແຕ່ວັນທີ 7 ກຸມພາ 2023 ເຊິ່ງແບ່ງອອກເປັນ 3 ກຸ່ມຄື:

  • ໃນວັນທີ 7-12 ກຸມພາ 2023 ຝຶກອົບຮົມ ວິຊາ ແມ່ບ້ານ ແລະ ວິຊາ ບໍລິການອາຫານ ແລະ ເຄື່ອງດື່ມ ສໍາລັບເພີ່ມທັກສະໃຫ້ແກ່ພະນັກງານ ຈໍານວນ 40ຄົນ ທີ່ໂຮງແຮມ ຊີຕີອິນ;
  • ໃນວັນທີ 13-17 ກຸມພາ 2023 ຝຶກອົບຮົມ ວິຊາ ແມ່ບ້ານ ແລະ ວິຊາ ບໍລິການອາຫານ ແລະ ເຄື່ອງດື່ມ ສໍາລັບແຮງງານທີ່ບໍ່ມີທັກສະ ຈໍານວນ 39 ຄົນ ທີ່ໂຮງແຮມແສງຕາວັນ
  • ໃນວັນທີ 24-28 ຝຶກອົບຮົມ ວິຊາ ແມ່ບ້ານ ແລະ ວິຊາ ບໍລິການອາຫານ ແລະ ເຄື່ອງດື່ມ ສໍາລັບແຮງງານທີ່ບໍ່ມີທັກສະ ຈໍານວນ 41 ຄົນ ທີ່ໂຮງແຮມແສງຕາວັນ.

ທ່ານນາາງ ຈຸລະຈັນ ແພງດີ ຜູ້ອຳນວຍການຝ່າຍຝຶກອົບຮົມ, ຫົວໜ້າສູນ ດີຟິກທ์ ພັດທະນາທັກສະການໂຮງແຮມແລະ ການທ່ອງທ່ຽວ ໄດ້ເວົ້າເຖິງຈຸດປະສົງໃນການຝຶກອົບຮົມໃຫ້ກັບສາຍບໍລິການ ທາງດ້ານການໂຮງແຮມ ແລະ ການທ່ອງທ່ຽວໃນຄັ້ງນີ້ວ່າ: ເພື່ອຊ່ວຍເຫຼືອຄົນທີ່ຮັກ ໃນວຽກງານການບໍລິການ ທາງດ້ານການໂຮງແຮມໂດຍສະເພາະ ແມ່ນການບໍລິການ ແມ່ບ້ານ, ການບໍລິການ ຮ້ານອາຫານ, ການບໍລິການປຸງແຕ່ງອາຫານ ແລະ ອີກຢ່າງກໍຍ້ອນເຫັນວ່າຕະຫຼາດແຮງງານທາງດ້ານນີ້ມັນຍັງມີການຂາດແຄນທາງດ້ານບຸກຄາລາກອນທີ່ມີຄຸນນະພາບ ທາງດ້ານການໃຫ້ບໍລິການ ດັ່ງນັ້ນ, ເຮົາຈຶ່ງຢາກເປັນສ່ວນໜຶ່ງທີ່ຊ່ວຍກໍຄື: ການໄດ້ຮັບແຮງງານທີ່ມີຄຸນນະພາບທີ່ໄດ້ສິດສອນອອກໄປນັ້ນ ໃຫ້ເຂົາເຈົ້າໄດ້ສະແດງສັກກະຍາພາບ ໃນການບໍລິການແຂກ ເນື່ອງຈາກປະເທດເຮົາຂຶ້ນຊື່ເລື່ອງການທ່ອງທ່ຽວ, ເພາະສະນັ້ນການເກັບລາຍໄດ້ເຂົ້າປະເທດເປັນຫຼັກກໍແມ່ນການທ່ອງທ່ຽວ ດັ່ງນັ້ນເຮົາຕ້ອງພັດທະນາ ຊັບພະຍາກອນມະນຸດ ກໍຄືບຸກຄາລາກອນໃນດ້ານບໍລິການໃຫ້ຫຼາຍຂຶ້ນຕື່ມ.

ສຳລັບໂຄງການ ສ້າງໂອກາດມີວຽກເຮັດງານທຳໃຫ້ແຮງງານເຄື່ອນຍ້າຍກັບຄືນປະເທດ ແລະ ສາມາດເຊື່ອໂຍງເຂົ້າໃນການພັດທະນາເສດຖະກິດທ້ອງຖິ່ນ ເພື່ອຕອບໂຕ້ຜົນກິໍະທົບຂອງພະຍາດໂຄວິດ-19 ຈະມີເປັນໄລຍະອີງຕາມຜູ້ສະໜັບສະໜູນ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...