Homeຂ່າວການພັດທະນາປະຊາຊົນຫຼາຍພັນຄົນໃນພາກພື້ນອາຊີຕາເວັນອອກສຽງໃຕ້ ຖືກຕົວະໄປເຮັດວຽກອອນລາຍ

ປະຊາຊົນຫຼາຍພັນຄົນໃນພາກພື້ນອາຊີຕາເວັນອອກສຽງໃຕ້ ຖືກຕົວະໄປເຮັດວຽກອອນລາຍ

Published on

ອາຕີເປັນຊາວມາເລເຊຍ ໄດ້ກໍາລັງຊົມໃຊ້ອິນເຕີເນັດ ແລະ ຮູ້ສຶກທໍ້ແທ້ໃຈ ເນື່ອງຈາກການລະບາດຂອງພະຍາດ ແກ່ຍາວມາເປັນເວລາຫຼາຍກວ່າຫນຶ່ງປີນັບຕັ້ງແຕ່ລາວບໍ່ມີວຽກເຮັດງານທໍາ, ພະນັກງານເກັບເງິນຄ່າບິນຕ່າງໆກໍ່ໄດ້ໂທຫາ, ແລະລາວຮູ້ສຶກຫມົດຫວັງ. ແລ້ວລາວກໍເຫັນມັນ. ການໂຄສະນາສໍາລັບວຽກເຕັກໂນໂລຊີທີ່ມີລາຍຮັບສູງໃນປະເທດກໍາປູເຈຍ ທີ່ມີຄ່າຈ້າງປະຈໍາເດືອນເຖິງ 3,300 ໂດລາສະຫະລັດຕໍ່ເດືອນ. ລາວມີຄຸນສົມບັດຕາມຂໍ້ກໍານົດທັງຫມົດທີ່ລະບຸໄວ້ແລະໂທລະສັບຫາທັນທີ.

ຫຼັງຈາກທີ່ໄດ້ໂອ້ລົມກະກຽມກັນແບບສັ້ນໆ ທາງໂທລະສັບ, ລາວກໍ່ໄດ້ຮັບຄໍາແນະນໍາກ່ຽວກັບວິທີການຍ້າຍໄປຢູ່ປະເທດກຳປູເຈຍ. ເຖິງຢ່າງໃດກໍ່ຕາມ, ຄໍາແນະນໍາທີ່ຈະເຂົ້າໄປໃນກໍາປູເຈຍແມ່ນແປກຫນ້ອຍຫນຶ່ງ. ແທນທີ່ຈະເປັນຖ້ຽວບິນໂດຍກົງ, ອາຕີ ຕ້ອງໄດ້ເຂົ້າປະເທດໄທຢ່າງຜິດກົດຫມາຍໂດຍ ທາງເຮືອ ແລະຂ້າມຊາຍແດນເຂົ້າໄປໃນກໍາປູເຈຍຢ່າງ ຜິດກົດຫມາຍໂດຍຍານພາຫະນະ. ແຕ່ ອາຕີ ຮູ້ສຶກວ່າລາວບໍ່ມີທາງເລືອກອື່ນ. ລາວຈຳເປັນຕ້ອງໄປ!

ເມື່ອໄປຮອດສະຖານທີ່ບ່ອນເຮັດວຽກ, ລາວກໍ່ໄດ້ພົບເຫັນສິ່ງອຳນວຍຄວາມສະດວກ ທີ່ຄ້າຍຄືກັບຄາຊີໂນໃຫຍ່ແຫ່ງໜຶ່ງ ທີ່ມີຫ້ອງການຢູ່ຊັ້ນສູງໆຂຶ້ນໄປ, ມີຜູ້ສະມັກວຽກໃຫມ່ຈາກປະເທດ ຫວຽດນາມ, ຟິລິປິນ, ໄທ ແລະ ລາວ. ບໍ່ດົນພວກເຂົາເຈົ້າກໍ່ໄດ້ຮັບການທັກທາຍຈາກພວກຜູ້ຊາຍຮ່າງໃຫຍ່ ທີ່ໃສ່ຊຸດສູດ ຮຽກຮ້ອງຫນັງສືຜ່ານແດນຂອງພວກເຂົາເຈົ້າສໍາລັບເພື່ອກວດຄົນເຂົ້າເມືອງ.

ພວກເຂົາເຈົ້າໄດ້ຖືກພາຂຶ້ນໄປຫາຫ້ອງທີ່ກວ້າງໃຫຍ່ ທີ່ຈັດວາງໄວ້ຄືກັນກັບສູນໂທລະສັບ. ຜູ້ຊາຍທີ່ສວມຫນ້າກາກສາມຄົນພ້ອມດ້ວຍປືນຊອດໄຟຟ້າ ປະກົດຕົວພ້ອມກັບກຸນແຈມືຮ້ອງຂຶ້ນວ່າ “ພວກເຈົ້າແຕ່ລະຄົນໃຫ້ເອົາກັບກຸນແຈມືຫນຶ່ງຊຸດແລະ ລ໊ອກຂາຂອງທ່ານໃສ່ໂຕະໄວ້. ພວກເຈົ້າເລີ່ມເຮັດວຽກໃຫ້ພວກເຮົາເລີຍ!”

ທັງເວັນທັງຄືນພວກເຂົາເຈົ້າໄດ້ເຮັດວຽກໃຊ້ຄອມພິວເຕີເພື່ອສໍ້ໂກງຜູ້ຄົນທີ່ບໍ່ມີຄວາມຜິດ ຖ້າຫາກວ່າພວກເຂົາເຈົ້າເຊົາເຮັດວຽກຫຼືບໍ່ບັນລຸເປົ້າຫມາຍໃດຫນຶ່ງ ພວກເຂົາຈະຖືກຕີ. ອາຕີ ໄດ້ຖືກປືນໄຟຟ້າປະມານສາມເທື່ອຕໍ່ອາທິດຊອດໃນຂະນະທີ່ເຮັດວຽກຢ່າງບໍ່ອິດເມື່ອຍເພື່ອຫລອກລວງຜູ້ຄົນ.

ອາຕີ ໄດ້ຮັບຄວາມທຸກທໍລະມານເກືອບຫນຶ່ງເດືອນ ຈົນກະທັ້ງໄດ້ຫາວິທີທາງຕິດຕໍ່ກັບຝ່າຍບໍລິການແລະຂໍຮ້ອງຮຽນຂອງສະມາຄົມຈີນ ມາເລເຊຍ (MCA) ທີ່ໄດ້ມາຊ່ວຍເຫຼືອຮ່ວມກັບເຈົ້າຫນ້າທີ່ການທູດ ແລະເຈົ້າຫນ້າທີ່ກໍາປູເຈຍ.

ປະຊາຊົນຫຼາຍພັນຄົນໃນພາກພື້ນອາຊີຕາເວັນອອກສຽງໃຕ້ ຫຼາຍຄົນທີ່ມີຄວາມຊໍານານດ້ານເຕັກໂນໂລຊີ ໄດ້ຖືກຫຼອກລວງ ດ້ວຍຫນ້າວຽກທີ່ຄ້າຍຄືກັນໃນພາກພື້ນນີ້ ທີ່ກ່ຽວຂ້ອງກັບ ການສູນເສຍເງິນ, ຂໍ້ມູນສ່ວນຕົວ, ແລະໃນກໍລະນີທີ່ຮ້າຍແຮງທີ່ສຸດຄືການຄ້າມະນຸດ.ໃຜໆກໍ່ສາມາດຕົກເປັນຜູ້ເຄາະຮ້າຍໄດ້! ເຖິງຢ່າງໃດກໍ່ຕາມ, ດ້ວຍການຮັກສາຫລັກການປະຕິບັດ ແລະ ມີສະຕິເຝົ້າລະວັງສັນຍານອັນຕະລາຍ, ທ່ານສາມາດປ້ອງກັນການໂຈມຕີຕົວະຍົວະຫລອກລວງທາງອອນລາຍໄດ້. ທຸກຄົນສາມາດເຮັດໃນສ່ວນຂອງຕົນເອງທີ່ເຮັດໄດ້! ສຶກສາຮຽນຮູ້ເພີ່ມເຕີມກ່ຽວກັບ ການຕົວະຍົວະຫຼອກລວງຕ່າງໆ, ການຫຼອກລໍ້ອ່ອຍເຍື່ອໃຫ້ຕິດກັບທາງອອນລາຍ, ແລະການລັກຂໍ້ມູນບັດລະບຸຕົວຕົນ ໃນເຂດອາຊີຕາເວັນອອກສຽງໃຕ້ ກະລຸນາຢ້ຽມຢາມທີ່ UNODC website.

#UNODC #KnowScam #BeAwareOfScams

ຂໍ້ມູນຈາກ unodc

ບົດຄວາມຫຼ້າສຸດ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ເພື່ອກຳນົດແຜນງານ, ໂຄງການ ແລະ ເປົ້າໝາຍໃຫ້ຈະແຈ້ງ...

ສໍາລັບຊຸດຮຽນ ຮຸ່ນທີ 26 (2022-2026) ມີນັກສຶກສາ ສໍາເລັດການສຶກສາທັງໝົດ 3,492 ຄ

ວັນທີ 26 ກັນຍາ 2026 ນີ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບ-ຮັບປະກາສະນີຍະບັດ ໃຫ້ນັກສຶກສາ ທີ່ສໍາເລັດການສຶກສາ ປະຈຳສົກສຶກສາ 2025-2026 (ຊຸດຮຽນ ຮຸ່ນທີ 26,...

ອຸດົມໄຊ ສະຫຼຸບກວດກາ 5 ປີ ເກັບກູ້ເງິນສໍ້ລາດບັງຫຼວງຄືນໄດ້ 24 ຕື້ກີບ

ກອງປະຊຸມວຽກງານກວດກາທົ່ວແຂວງ ອຸດົມໄຊ 05 ປີ (2021-2025) ຕິດພັນກັບການຈັດຕັ້ງຜນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ V ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 24 ກັນຍານີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງສະຫາຍ ບຸນຄົງ ຫຼ້າຈຽມພອນ...

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ແລະ ທິດທາງແຜນໃນຕໍ່ໜ້າ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 23 ກັນຍາ 2026 ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນ...