spot_img
Homeຂ່າວທ້ອງຖິ່ນເຈົ້າຂອງສວນຖົ່ວລຽນພູຖໍ້າຄໍາ ຄາດວ່າ ຈະມີລາຍຮັບຈາກການຂາຍຜົນຜະລິດກະສິກຳ 690 ລ້ານກີບ

ເຈົ້າຂອງສວນຖົ່ວລຽນພູຖໍ້າຄໍາ ຄາດວ່າ ຈະມີລາຍຮັບຈາກການຂາຍຜົນຜະລິດກະສິກຳ 690 ລ້ານກີບ

Published on

ສວນປູກຕົ້ນໝາກຖົ່ວລຽນພູຖໍ້າຄໍາ ຂອງ ທ່ານ ປັນຈາ ລາດຊະວົງ ຕັ້ງຢູ່ບ້ານນາເພີຍ ເມືອງທຸລະຄົມ ແຂວງວຽງຈັນ ຊຶ່ງປີ 2022 ຜ່ານມາ ເປັນປີທໍາອິດທີ່ເກັບກູ້ຜົນຜະລິດຂາຍ ເຮັດໃຫ້ຫຼາຍຄົນຮັບຮູ້, ມາຊື້, ທັດສະນະຢ້ຽມຊົມ, ມາຖອດຖອນບົດຮຽນນໍາຄອບຄົວຜູ້ກ່ຽວ ກ່ຽວກັບວິທີການປູກ, ຂັ້ນຕອນບົວລະບັດຮັກສາຢ່າງຄຶກຄື້ນໃນແຕ່ລະວັນ ຊຶ່ງໄດ້ສ້າງຊື່ສຽງໃຫ້ກັບຄອບຄົວ, ບ້ານ, ເມືອງ ກໍຄືແຂວງວຽງຈັນ ຊຶ່ງເປັນຕົວແບບຂອງເມືອງທຸລະຄົມ ທີ່ປະສົບຜົນສໍາເລັດຈາກການປະກອບອາຊີບທາງດ້ານວຽກງານກະສິກໍາ ຈົນເປັນທີ່ຊ່າລືໄປຫຼາຍແຫ່ງ.

ເນື່ອງຈາກ ການປູກຕົ້ນໝາກຖົ່ວລຽນຢູ່ແຕ່ລະເຂດໄລຍະຜ່ານມານັ້ນ ຫຼາຍຄົນກໍເວົ້າວ່າຂັ້ນຕອນການບົວລະບັດມີລັກສະນະຫຍຸ້ງຍາກກວ່າພືດ ແລະ ຕົ້ນໄມ້ປະເພດອື່ນໆ, ບາງຄົນກໍເວົ້າວ່າການປູກຕົ້ນໝາກຖົ່ວລຽນມີໜ້ອຍຄົນທີ່ສຸດຈະປະສົບຜົນສໍາເລັດ, ໄດ້ເກັບກູ້ຜົນຜະລິດ ແລະ ບາງຄໍາຄິດເຫັນກໍວ່າຕົ້ນໝາກຖົ່ວລຽນເລືອກດິນ, ອາກາດ ນັບທັງມີແມງໄມ້ລົບກວນ ແລະ ອື່ນໆ, ແຕ່ສໍາລັບຄອບຄົວ ຂອງ ທ່ານ ປັນຈາ ລາດຊະວົງ ກໍສາມາດຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ປະສົບຜົນສໍາເລັດມາແລ້ວ ຊຶ່ງສາມາດມີລາຍຮັບຈາກການຂາຍໝາກຖົ່ວລຽນມາສູ່ຄອບຄົວໄດ້ດີພໍສົມຄວນ.

ຈາກຜົນສໍາເລັດທີ່ກ່າວມານັ້ນ ເຮັດໃຫ້ລາວ ແລະ ຄອບຄົວ ມີກໍາລັງໃຈ, ແຮງຈູງໃຈ ແລະ ມີທຶນຮອນສືບຕໍ່ຂະຫຍາຍເນື້ອທີ່ປູກໃຫ້ຫຼາຍຂຶ້ນ ທັງສອດຄ່ອງກັບແນວທາງຂອງພັກ-ລັດວາງອອກ, ຄວາມຮຽກຮ້ອງຕ້ອງການຂອງສັງຄົມ ກໍຄືຜູ້ບໍລິໂພກ ແລະ ແທດເໝາະກັບແຜນພັດທະນາເສດຖະກິດສັງຄົມຂອງເມືອງອີກດ້ວຍ.

ອີງຕາມການໃຫ້ຂໍ້ມູນຂອງ ທ່ານ ປັນຈາ ລາດຊະວົງ ໃນທ້າຍເດືອນກຸມພາ 2023 ໃຫ້ຮູ້ວ່າ: ປັດຈຸບັນຄອບຄົວຂອງເພິ່ນມີຕົ້ນໝາກຖົ່ວລຽນທັງໝົດ 530 ຕົ້ນ, ໃນນັ້ນຕົ້ນທີ່ໃຫ້ຜົນຜະລິດມີ 70 ຕົ້ນ, ໂດຍຈະເປີດຮັບການສັ່ງຈອງ ແລະ ຂາຍຜົນຜະລິດໃນເດືອນເມສາ ປີ 2023 ຫຼັງປີໃໝ່ລາວ, ຄາດຄະເນລາຍຮັບບໍ່ຕໍ່າກວ່າ 500 ລ້ານກີບ; ຄຽງຄູ່ກັນນັ້ນຄອບຄົວຂອງເພິ່ນຍັງມີຕົ້ນໝາກພ້າວນໍ້າຫອມ 150 ຕົ້ນ, ມີຕົ້ນທີ່ໃຫ້ໝາກມີ 50 ຕົ້ນ, ຄາດຄະເນລາຍຮັບຈາກການຂາຍໝາກພ້າວ ໃຫ້ໄດ້ 20 ລ້ານກີບ, ນອກຈາກການຂາຍໝາກຖົ່ວລຽນ, ໝາກພ້າວນໍ້າຫອມ ທາງຄອບຄົວຍັງມີລາຍຮັບຈາກການຂາຍເບ້ຍໝາກຖົ່ວລຽນ 20 ລ້ານກີບ ແລະ ລາຍຮັບຈາກການຂາຍຢາງພາລາອີກ 150 ລ້ານກີບ, ຄາດຄະເນລາຍຮັບໝົດປີ 2023 ໃຫ້ໄດ້ 690 ລ້ານກີບ.

ທີ່ມາ: ປະຊາຊົນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...