Homeຂ່າວຕ່າງປະເທດອາເມຣິກາເປີດເຜີຍຮູບພາບ "ປຸ໋ມເປົ້າຈີນ"  ຄາດວ່າແມ່ນປຸ໋ມເປົ້າທີ່ໃຊ້ຊອດແນມ

ອາເມຣິກາເປີດເຜີຍຮູບພາບ “ປຸ໋ມເປົ້າຈີນ”  ຄາດວ່າແມ່ນປຸ໋ມເປົ້າທີ່ໃຊ້ຊອດແນມ

Published on

ກະຊວງປ້ອງກັນປະເທດຂອງສະຫະລັດອາເມຣິກາ ເປີດເຜີຍຮູບພາບ “ປຸ໋ມເປົ້າຈີນ”  ກ່ອນທີ່ຈະຖືກຍິງຕົກ ວ່າແມ່ນປຸ໋ມເປົ້າທີ່ໃຊ້ຊອດແນມຫຼືບໍ.

ກະຊວງປ້ອງກັນປະເທດຂອງສະຫະລັດອາເມຣິກາ ເປີດເຜີຍພາບ “ປຸ໋ມເປົ້າຈີນ”  ກ່ອນທີ່ຈະຖືກຍິງຕົກໃນວັນທີ 4 ກຸມພາ ໂດຍພາບຖືກຖ່າຍຈາກນັກບິນເຮືອບິນຊອດແນມ  U-2 ເຊິ່ງອາເມຣິກາສົ່ງຂຶ້ນໄປສຳຫຼວດປຸ໋ມເປົ້າດັ່ງກ່າວທີ່ຄວາມສູງ 18.000 ແມັດ.

ຈາກພາບເຫັນໄດ້ວ່າ ປຸ໋ມເປົ້າທີ່ອາເມຣິກາ ສົງໄສວ່າຈະແມ່ນປຸ໋ມເປົ້າສອດແນມຂອງຈີນນັ້ນ ມີລັກສະນະເປັນປຸ໋ມເປົ້າສີອອກເງິນ ຂາວ ດ້ານລຸ່ມຂອງປຸ໋ມເປົ້າມີການໝັດກັບວັດຖຸຢ່າງໜຶ່ງ.

ຢ່າງໃດກໍຕາມທາງອາເມຣິກາກ່າວວ່າ ບໍ່ສາມາດລະບຸໄດ້ວ່າແມ່ນປຸ໋ມເປົ້າສອດແນມບໍ ຂະນະນີ້ມັນຢູ່ລະຫວ່າງການສຶກສາ ແລະ ຮວບຮວມຫຼັກຖານ.

ຂະນະດຽວການ ທາງການຈີນກ່າວວ່າ ປຸ໋ມເປົ້າດັ່ງກ່າວ ແມ່ນເພື່ອການເກັບຂໍ້ມູນ ແລະ ການສຶກສາສະພາບອາກາດເທົ່ານັ້ນ.

ແຫຼ່ງຂ່າວ CNN

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...