spot_img
Homeຂ່າວພາຍ​ໃນຄມສ ມີເປົ້າຫມາຍເພື່ອຂະຫຍາຍ ຜົນປະໂຫຍດສູງສຸດ ທີ່ອາດເກີດຈາກ ໂຄງການພະລັງງານທາງນໍ້າ

ຄມສ ມີເປົ້າຫມາຍເພື່ອຂະຫຍາຍ ຜົນປະໂຫຍດສູງສຸດ ທີ່ອາດເກີດຈາກ ໂຄງການພະລັງງານທາງນໍ້າ

Published on

ໃນວັນທີ 21 ກຸມພາ 2023 ຜ່ານມາ, ຄະນະກໍາມາທິການແມ່ນໍ້າຂອງສາກົນ ໄດ້ ເຜີຍແຜ່ ເອກະສານສໍາຄັນສອງສະບັບ ໂດຍມີເປົ້າຫມາຍເພື່ອຂະຫຍາຍ ຜົນປະໂຫຍດສູງສຸດ ທີ່ອາດເກີດຈາກ ບັນດາ ໂຄງການພະລັງງານທາງນໍ້າ ແລະ ບັນດາໂຄງການພັດທະນາທີ່ກ່ຽວຂ້ອງກັບນໍ້າ ພ້ອມທັງຫຼຸດຜ່ອນຜົນກະທົບອັນຕະລາຍ ທີ່ອາດເກີດຂຶ້ນກັບ ສິ່ງແວດລ້ອມ ແລະ ປະຊາຊົນຫຼາຍລ້ານຄົນ ທີ່ອາໃສຢູ່ລຽບຕາມແມ່ນໍ້າທີ່ໃຫຍ່ທີ່ສຸດຂອງທະວີບ ອາຊີຕາເວັນອອກສ່ຽງໃຕ້ແຫ່ງນີ້.

ເວົ້າສະເພາະແລ້ວ ຄມສ ໄດ້ເປີດຕົວເຜີຍແຜ່ ເອກະສານຄໍາແນະນໍາ ສອງສະບັບ ເພື່ອໃຫ້ບັນດາຜູ້ພັດທະນາໂຄງການ ເຮັດໃຫ້ໂຄງການຂອງພວກເຂົາ ມີຄວາມຍືນຍົງຫຼາຍຂຶ້ນ ເຊິ່ງເອກະສານດັ່ງກ່າວນັ້ນ ມີຄື: ເອກະສານແນະນໍາການອອກ ແບບເບື້ອງຕົນ ສໍາລັບ ບັນດາເຂື່ອນທີ່ສະເຫນີກໍ່ສ້າງ ຕາມລໍາແມ່ນໍ້າຂອງ (PDG) ແລະ ເອກະສານແນະນໍາ ສໍາລັບ ການ ປະເມີນຜົນກະທົບດ້ານສິ່ງແວດລ້ອມຂ້າມຊາຍແດນ (TbEIA).

“ບັນດາປະເທດສະມາຊິກຂອງ ຄມສ ທັງ 4 ປະເທດ ຮັບຮູ້ດີເຖິງ ບັນຫາທ້າທາຍທີ່ເພີ່ມຂຶ້ນ ທີ່ແມ່ນໍ້າຂອງແຫ່ງນີ້ ກໍາລັງ ປະເຊີນຫນ້າຢູ່ ຍ້ອນວ່າ ມັນກໍາລັງກ້າວໄປສູ່ໄລຍະຫັນປ່ຽນຄັ້ງສໍາຄັນ,” ກ່າວໂດຍທ່ານ ປອ ອານຸລັກ ກິດຕິຄຸນ, ຫົວຫນ້າ ກອງເລຂາ ຄມສ ໃນເວລາເປີດພິທີ ທີ່ນະຄອນຫຼວງວຽງຈັນ, ສປປ ລາວ. “ຍ້ອນສິ່ງທ້າທ້າຍທີ່ກ່າວມານັ້ນ ເອກະສານ ສອງສະບັບນີ້ ແມ່ນມາໃນເວລາທີ່ເຫມາະສົມ ແລະ ມີຄວາມສໍາຄັນຫລາຍ ເພາະວ່າ ພວກມັນສະແດງໃຫ້ເຫັນເຖິງ ພັນທະທີ່ຫນັກແຫນ້ນ ແລະ ຄວາມພະຍາຍາມຮ່ວມກັນ ຂອງບັນດາປະເທດສະມາຊິກຂອງ ຄມສ ເພື່ອແກ້ໄຂປະເດັນ ຕ່າງໆ ທີ່ມີຄວາມສໍາຄັນໃນລະດັບພາກພື້ນ.”

ນອກຈາກນັ້ນແລ້ວ ທ່ານ ອານຸລັກ ກໍ່ຍັງໄດ້ກ່າວອີກວ່າ “ເຖິງແມ່ນວ່າ ແຕ່ລະປະເທດ ຈະມີລະບົບຄວບຄຸມໃນລະດັບ ປະເທດ ສໍາລັບການກໍ່ສ້າງເຂື່ອນໄຟຟ້າ ແລະ ການຜະລິດໄຟຟ້າຈາກເຂື່ອນ ພາຍໃນອານາເຂດແດນ ຂອງພວກເຂົາແລ້ວ ກໍ່ຕາມ ແຕ່ວ່າ ມັນບໍ່ມີເອກະສານຄໍາແນະນໍາ ທີ່ເປັນອັນຫນຶ່ງອັນດຽວກັນ ເພື່ອແກ້ໄຂ ຜົນກະທົບຂ້າມຊາຍແດນ ຈາກ ໂຄງການໃດຫນຶ່ງ. ສະນັ້ນ ພວກເຮົາຈຶ່ງມີວິທີການລ່າສຸດ ແລະ ເປັນວິທີການຮ່ວມກັນ ເພື່ອຄຸ້ມຄອງແຫຼ່ງນໍ້າທີ່ພວກເຮົາ ໃຊ້ຮ່ວມກັນນີ້.”

ເອກະສານ PDG ສະບັບເກົ່າ ເຊິ່ງໄດ້ນໍາສະເຫນີໃນປີ 2009 ນັ້ນ ສ່ວນຫຼາຍແມ່ນກວມເອົາ ດ້ານວິຊາການຂອງການ ກໍ່ສ້າງເຂື່ອນ ແລະ ການຜະລິດໄຟຟ້າຈາກເຂື່ອນນັ້ນ ເຊັ່ນວ່າ: ກົນລະສາດນໍ້າ, ການເຄື່ອນຍ້າຍຂອງຕະກອນ, ທໍລະນີ ສັນຖານວິທະຍາ, ຄຸນນະພາບນໍ້າ, ນິເວດວິທະຍາທາງນໍ້າ, ປາແລະການປະມົງ, ຄວາມປອດໄພຂອງເຂື່ອນ ແລະ ການ ເດີນເຮືອ.
ເອກະສານ PDG ສະບັບໃຫມ່ນີ້ ແມ່ນເປັນສະບັບປັບປຸງ ທີ່ກວມເອົາດ້ານອຸທົກກະສາດ ແລະ ຜົນກະທົບດ້ານ ເສດຖະກິດ-ສັງຄົມ ໂດຍທີ່ເນັ້ນຫນັກຫຼາຍກວ່າເກົ່າ ໃສ່ບັນດາຊຸມຊົນແຄມຝັ່ງນ້ໍາ ແລະ ການຫາລ້ຽງຊີວິດແຄມຝັ່ງນໍ້າ.

ຈາກການປ່ຽນແປງຫຼາຍຢ່າງໃນຫວ່າງບໍ່ດົນມານີ້ ເຊິ່ງມີໂຄງການພະລັງງານທາງນໍ້າ 7 ແຫ່ງ ທີ່ໄດ້ສະເຫນີຈະສ້າງຕາມລໍາ ແມ່ນໍ້າຂອງ ແລະ ມີ 2 ໂຄງການທີ່ດໍາເນີນການຜະລິດໄຟຟ້າແລ້ວ, ບັນດາປະເທດສະມາຊິກ ຄມສ ຈຶ່ງໄດ້ຮຽນຮູ້ຈາກ ປະສົບການຂອງພວກເຂົາເອງ ກ່ຽວກັບ ພະລັງງານທາງນໍ້າ ພ້ອມທັງຕົວຢ່າງແລະວິທີປະຕິບັດທີ່ດີສຸດ ຈາກທົ່ວທຸກມຸມ ໂລກ. ຫຼັງຈາກການເຈລະຈາເປັນເວລາ 4 ປີ ລະຫວ່າງບັນດາປະເທດສະມາຊິກ, ຜູ້ພັດທະນາໂຄງການ ແລະ ພາກສ່ວນ ກ່ຽວຂ້ອງຕ່າງໆ, ເອກະສານ PDG ສະບັບປັບປຸງນີ້ ຈຶ່ງໄດ້ສັງລວມເອົາ ບັນດາຄວາມຮູ້ລ່າສຸດ ກ່ຽວກັບ ມາດຖານຂອງ ການອອກແບບ, ວິທະຍາສາດ ແລະ ເທັກໂນໂລຢີຕ່າງໆ.

ພ້ອມດຽວກັນນັ້ນ, ເອກະສານ TbEIA ກໍ່ເປັນກົນໄກທີ່ລະອຽດອ່ອນ ຄ້າຍຄືກັນນັ້ນ ເຊິ່ງເນັ້ນຫນັກໃສ່ ບັນດາຂະບວນ ການລະດັບປະເທດ ທີ່ຊ່ວຍອະທິບາຍວ່າ ເປັນຫຍັງມັນຈຶ່ງໃຊ້ເວລາຫຼາຍປີ ເພື່ອສະຫຼຸບສັງລວມອອກມາເປັນເອກະສານ ນີ້ໄດ້. ເຖິງແມ່ນວ່າ ແຕ່ລະປະເທດ ຈະມີການປະເມີນຜົນກະທົບດ້ານສິ່ງແວດລ້ອມ ຂອງຕົນຢູ່ແລ້ວ ເພື່ອກໍານົດວ່າ ໂຄງການໃດຫນຶ່ງ ມີຜົນກະທົບກັບ ລະບົບຊົນລະປະທານ, ການເດີນເຮືອ, ການຂຸດຄົ້ນບໍ່ແຮ່, ການລ້ຽງສັດນໍ້າ ແລະ ຂົງເຂດອື່ນໆ ພາຍໃນປະເທດຂອງຕົນຫຼືບໍ່ນັ້ນ ກໍ່ຕາມ ແຕ່ວ່າ ເອກະສານ TbEIA ສະບັບນີ້ ແມ່ນເປັນຂີດຫມາຍອັນສໍາ ຄັນ ເຊິ່ງຈະເປັນເຄື່ອງມືອັນຫນຶ່ງ ໃນການສ້າງຄວາມເຊື່ອຫມັ້ນ, ດໍາເນີນການປຶກສາຫາລື ແລະ ການຮ່ວມມື ເພື່ອຜົນ ປະໂຫຍດຂອງພາກພື້ນ.

ສົມມຸດວ່າ ປະເທດເພື່ອນບ້ານໃດຫນຶ່ງ ວາງແຜນໂຄງການໃດຫນຶ່ງ ບໍ່ວ່າຈະເປັນ ໂຄງການຊົນລະປະທານຂະຫນາດໃຫຍ່ ຫຼື ໂຄງການເດີນເຮືອກໍ່ຕາມ ອາດຈະກໍ່ໃຫ້ເກີດຜົນກະທົບດ້ານລົບ ຂ້າມຊາຍແດນ, ໃນກໍລະນີນີ້, ພາກສ່ວນຕ່າງໆທີ່ ກ່ຽວຂ້ອງ ສາມາດຮ່ວມກັນນໍາໃຊ້ ເອກະສານ TbEIA ເພື່ອເກັບກໍາຂໍ້ມູນ, ປະເມີນຜົນກະທົບ ແລະ ໃຫ້ຄໍາແນະນໍາທີ່ ອີງຕາມຫຼັກຖານຕົວຈິງໄດ້.

“ບັນດາການນໍາຂອງ 4 ປະເທດພວກເຮົາ ຄວນໄດ້ຮັບການຍ້ອງຍໍ ໃນຄວາມກ້າຫານ ໃນການຈັດຕັ້ງປະຕິບັດ ແລະ ການ ທົດລອງ ນໍາໃຊ້ເອກະສານແນະນໍາເລົ່ານີ້ ໃຫ້ປາກົດຜົນເປັນຈິງ,” ກ່າວໂດຍທ່ານ ອານຸລັກ, “ຍ້ອນວ່າ ສິ່ງດັ່ງກ່າວນັ້ນ ບໍ່ມີ ຢູ່ໃນອ່າງແມ່ນໍ້າຫຼາຍແຫ່ງ ທີ່ໃຊ້ຮ່ວມກັນ ໃນທົ່ວໂລກ.”

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...