Homeນານາສາລະ10 ວິທີປ້ອງກັນຝຸ່ນ PM 2.5

10 ວິທີປ້ອງກັນຝຸ່ນ PM 2.5

Published on

ຢ່າງທີ່ຮູ້ກັນດີວ່າ: pm2.5 ຄືຝຸ່ນທີ່ມີຂະນາດນ້ອຍກວ່າ 2.5 ໄມຄລອນທີ່ບໍ່ສາມາດເບິ່ງເຫັນໄດ້ໂດຍຕາເປົ່າ ເຊິ່ງມີຫຼາຍສາເຫດໄດ້ແກ່: ຄວັນພິດຈາກທໍ່ລົດ ເຊິ່ງຖືວ່າເປັນສາເຫດຫຼັກ, ຄວັນໄຟ ແລະ ຂີ້ຝຸ່ນທີ່ເກີດຈາກການຈູດເຊັ່ນ: ການເຜົາປ່າ, ການເຜົາຫຍ້າ, ຂີ້ຝຸ່ນຈາກອຸດສາຫະກໍາແລະການກໍ່ສ້າງ, ດັ່ງນັ້ນເປັນຫຍັງປະລິມານຝຸ່ນ pm2.5 ມັກຈະເພີ່ມຂຶ້ນໃນຊ່ວງປາຍປີ ເນື່ອງ​ຈາກ​ສະ​ພາບ​ອາ​ກາດທີ່ຄົງທີ່​ ລົມ​ບໍ່​ໄດ້​ພັດ​ສະ​ນັ້ນ​ບໍ່​ມີ​ການ​ໄຫຼ​ວຽນ​ຂອງ​ອາ​ກາດ​, ເຮັດໃຫ້ປະລິມານຂອງ pm2.5 ທີ່ຖືກປ່ອຍອອກມາທຸກໆມື້ແລະ ສະສົມຫຼາຍຂຶ້ນ ຈົນຮອດລະດັບທີ່ເປັນພິດຕໍ່ຮ່າງກາຍ ດັ່ງນັ້ນພວກເຮົາຈະພົບບັນຫາ pm2.5 ໃນລະຫວ່າງເດືອນພະຈິກຫາເດືອນກຸມພາຂອງທຸກໆປີ.

ຜົນກະທົບຂອງ pm2.5 ຕໍ່ຮ່າງກາຍຂະໜາດຂອງ pm2.5 ແມ່ນມີຂະໜາດນ້ອຍຫຼາຍ, ເຮັດໃຫ້ມັນຜ່ານເຂົ້າສູ່ຮ່າງກາຍ ແລະ ກະແສເລືອດ ເຮັດໃຫ້ເກີດການອັກເສບຂອງອະໄວຍະວະພາຍໃນຕ່າງໆຂອງຮ່າງກາຍໂດຍກົງ ຈົນກ່ວາເຮັດໃຫ້ເກີດອາການຜິດປົກກະຕິໃນຫຼາຍລະບົບ, ຕັ້ງແຕ່:

ລະບົບຫາຍໃຈ: ແສບດັງ, ຄັນດັງ, ນ້ຳມູກໄຫຼ, ໄອ, ແໜ້ນຫນ້າເອິກ, ອາການແພ້.
ລະບົບຜິວຫນັງ: ຕຸ່ມຜື່ນ, ຜື່ນແດງ
ລະບົບຕາ ແສບຕາ, ເຄືອງຄາຍ, ຕາແດງ, ນ້ຳຕາໄຫຼ

ສ່ວນວີທີການປ້ອງກັນມີດັ່ງນີ້:                                                                                                   1 ຕິດຕາມຄຸນນະພາບອາກາດຝຸ່ນ PM 2.5                                                                                     2 ໃສ່ຜ້າອັດປາກ-ດັງ                                                                                                             3 ປິດປ່ອງຢ້ຽມ                                                                                                                   4 ສວມໃສ່ແວ່ນຕາກັນຝຸ່ນ                                                                                                       5 ຫຼຸດຜ່ອນການໃຊ້ລົດ ແລະ ປ່ຽນເປັນໃຊ້ຂົນສົ່ງສາທາລະນະ                                                                     6 ກວດເບິ່ງທໍ່ລະບາຍອາກາດຂອງລົດ ເພື່ອຫຼຸດຜ່ອນມົນລະພິດ                                                                   7 ຫຼຸດຜ່ອນການເຜົາ ຫຼື ຈູດ                                                                                                     8 ຫຼີກ​ລ້ຽງ​ການ​ເດີນ​ທາງ​ໄປ​ບ່ອນ​ທີ່​ມີ​ຝຸ່ນ​ຫຼາຍ                                                                                     9 ໃຊ້ເຄື່ອງຟອກອາກາດເປັນໂຕຊ່ວຍ                                                                                             10 ກວດຮ່າງກາຍສະໝ່ຳສະເໝີ

ອ້າງອີງ: ໂຮງໝໍກຸງເທບຄີສຕຽນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...