spot_img
Homeຂ່າວຕ່າງປະເທດອາເມຣິກາເລັ່ງອະນາໄມສານພິດທີ່ມາຈາກລົດໄຟຕົກຮາງເນື່ອງຈາກມົນລະພິດໄດ້ໄຫຼລົງໃສ່ນ້ຳ

ອາເມຣິກາເລັ່ງອະນາໄມສານພິດທີ່ມາຈາກລົດໄຟຕົກຮາງເນື່ອງຈາກມົນລະພິດໄດ້ໄຫຼລົງໃສ່ນ້ຳ

Published on

ໄມ້ຄ໌ ເດິວາຍ ຜູ້ວ່າການລັດໂອໄຮໂອ ກ່າວວ່າ ການເກັບມ້ຽນລົດໄຟບັນທຸກສານເຄມີອັນຕະລາຍທີ່ຕົກຮາງ ໃນວັນທີ 3 ກຸມພາ ທີ່ຜ່ານມາ ກຳລັງດຳເນີນໄປຢ່າງໄວ ຂະນະທີ່ປະຊາຊົນ ແລະ ຜູ້ສັງເກດການຕ່າງຕັ້ງຄຳຖາມເຖິງຜົນກະທົບຕໍ່ສຸຂະພາບ ຈາກສານເຄມີ.

ໃນວັນທີ 16 ກຸມພາ 2023 ທາງການອາເມຣິກາລາຍງານວ່າ: ຂະບວນລົດໄຟທີ່ຕົກຮາງໃນຊ່ວງຕົ້ນເດືອນທີ່ຜ່ານມາ ສົ່ງຜົນໃຫ້ເກີດໄຟໄໝ້ ແລະ ມີຄວັນປົກຄຸມ ອີສປາເລສຕາຍ ໃນລັດໂອໄຮໂອ ເຮັດໃຫ້ປະຊາຊົນຫຼາຍພັນຄົນຕ້ອງອົບພະຍົບອອກ ພາຍຫຼັງທີ່ເຈົ້າໜ້າທີ່ໄດ້ເຜົາທຳລາຍ ແລະ ລະບາຍສານເຄມີພິດອອກຈາກລົດໄຟບັນທຸກຖັງ 5 ຄັນ ໂດຍທາງ ໄມ້ຄ໌ ກ່າວໃນວັນທີ 8 ກຸມພາ ວ່າ ປະຊາຊົນທີ່ອົບພະຍົບສາມາດກັບບ້ານໄດ້.

ໃນຂະນະທີ່ ໄມ້ຄ໌ ເດິວາຍ ຜູ້ວ່າການລັດໂອໄຮໂອ ກ່າາວ່າ ມົນລະພິດບໍ່ໄດ້ເກີດອັນຕະລາຍຕໍ່ປະຊາຊົນຮ້າຍແຮງທີ່ຈະຕ້ອງອາໄສດື່ມນ້ຳຈາກແມ່ນ້ຳໃນໂອໄຮໂອ, ກົງກັນຂ້າມກັບເຈົ້າໜ້າທີ່ສິ່ງແວດລ້ອມຫຼາຍຄົນເຕືອນຜູ້ທີ່ຢູ່ອາໄສໃກ້ບໍລິເວນລົດໄຟຕົກຮາງ ຄວນດື່ມນ້ຳຈາກຂວດນ້ຳດື່ມເທົ່ານັ້ນ.

ຢ່າງໃດກໍຕາມ ຜູ້ສື່ຂ່າວຈຳນວນຫຼາຍເນັ້ນຖາມ ຜູ້ວ່າການລັດໂອໄຮໂອ ແລະ ເຈົ້າໜ້າທີ່ ກ່ຽວກັບ ຄຳຮ້ອງຮຽນຂອງປະຊາຊົນບາງຄົນທີ່ກ່າວວ່າ “ມີອາການເຈັບຫົວ” ຕະຫຼອດຈົນກັງວົນວ່າ ລັດຖະບານ ຫຼື ການລົດໄຟບໍ່ໄດ້ບອກຂໍ້ມູນທີ່ແທ້ຈິງທັງໝົດ ກ່ຽວກັບມົນລະພິດ ແລະ ອັນຕະລາຍທີ່ເກີດຂຶ້ນ.

ສຳນັກງານປົກປ້ອງສິ່ງແວດລ້ອມໄດ້ກ່າວວ່າ ສານເຄມີນີ້ເປັນວັດຖຸໄວໄຟສູງ ແລະ ກໍ່ໃຫ້ເກີດເປັນມະເຮັງໄດ້ ຖ້າຫັນໃຈເອົາອາກາດເຂົ້າໄປ ອີກທັງສານໂຕນີ້ຖືກເຜົາມັນຈະສະຫຼາຍຕົວເປັນສານປະກອບທີ່ເປັນມົນລະພິດອື່ນໆ ລວມທັງໄຮໂດຣເຈນຄໍລາຍ.

ທາງດ້ານກະຊວງສາທາລະນະສຸກລັດໂອໄຮໂອ ກ່າວວ່າ ສານປະກອບທີ່ຮົ່ວໄຫຼ ອາດເຮັດໃຫ້ເກີດອາການເຈັບຫົວ ລວມເຖິງລະຄາຍເຄືອງຕາ ແລະ ດັງ ເຖິງຈະຢູ່ໃນລະດັບທີ່ປອດໄພກໍຕາມ ເຖິງວ່າຂໍ້ມູນທີ່ມີການວັດແທກ ສະແດງໃຫ້ເຫັນວ່າ ການເກັບຕົວຢ່າງອາກາດບໍ່ພົບອັນຕະລາຍໃດໆ.

ເຊັ່ນດຽວກັນກັບ ຫົວໜ້າພະແນກນ້ຳ-ດິນ ໃນລັດໂອໄຮໂອ ທີ່ກ່າວວ່າ ເມືອງຕ່າງໆສາມາດປິດການຮັບນ້ຳຈາກນ້ຳໂອໄຮໂອໄດ້.

ແຫຼ່ງຂ່າວ Reuters

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...