ສະເຫຼີມສະຫຼອງຄົບຮອບໜຶ່ງປີຂອງແຄມເປນ “ພະລັງຂອງຄຳວ່າບໍ່” ເພື່ອຕ້ານການດື່ມແລ້ວຂັບສຳລັບຊາວໜຸ່ມໃນລາວ

0
1265

ສາມາດເຂົ້າເຖິງຊາວໜຸ່ມຫຼາຍກວ່າ 39 ລ້ານ ຄົນໃນທົ່ວ​ອາ​ຊຽນ​ໂດຍ​ແຄມເປນດິ​ຈິ​ຕອນ​ທີ່​ເປັນນະວັດຕະກຳໃໝ່, ທີ່ຊີ້ນຳນຳພາ​ໂດຍ​ອົງການ​ຮ່ວມ​ມື​ຫຼາຍ​ຂະ​ແໜງ​ການ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ 28 ອົງການ​ປະຊາ​ຄົມ, ວິ​ສາ​ຫະກິດ, ສະມາຄົມ ​ແລະ ລັດຖະບານ.

ວັນທີ 17 ກຸມພາ 2023 – ນະຄອນຫຼວງວຽງຈັນ – ຄົນລຸ້ນຕໍ່ໄປຈະເຕົ້າໂຮມກັນເພື່ອປົກປ້ອງໂລກຂອງພວກເຮົາ, ຜູ້ຄົນໃນໂລກ ແລະ ອະນາຄົດຂອງເຂົາເຈົ້າ. ​ເພື່ອ​ບັນລຸ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ຫຼຸດຜ່ອນ​ການ​ເສຍ​ຊີວິດ ແລະ​ ບາດ​ເຈັບ​ໃນ​ການ​ສັນຈອນ​ຕາມ​ທ້ອງ​ຖະໜົນ​ໃຫ້​ໄດ້ 50% ​ໃນ​ປີ 2030, ຊາວ​ໜຸ່ມ​ຕ້ອງ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ແກ້​ໄຂບັນຫາ.

ທ່ານຮູ້ບໍ: ໃນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ອຸປະຕິ​ເຫດ​ທາງ​ຖະໜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 2,000 ຄົນ​ໃນ​ແຕ່​ລະ​ມື້.

ທ່ານຮູ້ບໍ: ຢູ່ໃນປະເທດລາວ, 22% ຂອງການບາດເຈັບຈາກອຸປະຕິເຫດທາງຖະໜົນຂອງຜູ້ຊາຍ ແລະ 32% ຂອງການບາດເຈັບຈາກອຸປະຕິເຫດທາງຖະໜົນຂອງຜູ້ຍິງແມ່ນມີສາເຫດມາຈາກເຫຼົ້າ.

ທ່ານຮູ້ບໍ: ຈາກຂໍ້ມູນຂອງອົງການ​ອະນາ​ໄມ​ໂລກ, 50% ຂອງ​ການ​ເສຍ​ຊີວິດ​ຈາກ​ການ​ສັນຈອນ​ຕາມ​ຖະໜົນ​​ໃນ​ລາວ​ແມ່ນ​ກ່ຽວຂ້ອງກັບເຫຼົ້າ.

ຊາວໜຸ່ມ – ເຊິ່ງມີປະມານໜຶ່ງສ່ວນຫ້າຂອງຈຳນວນປະຊາກອນ – ປັດຈຸບັນເປັນຜູ້ໃຊ້ຖະໜົນຫົນທາງໃນອາຊີຕາເວັນອອກສ່ຽງໃຕ້. ນີ້​ຍັງ​ໝາຍ​ຄວາມອີກ​ວ່າ​ ຊາວ​ໜຸ່ມ​ມີ​ພະລັງໃນການ​ເຮັດ​ໃຫ້​ຖະໜົນ​ຫົນທາງ​ມີຄວາມປອດ​ໄພຂຶ້ນ.

ປັດ​ໄຈ​ທີ່​ສໍາ​ຄັນ​ແມ່ນ​ການ​ແກ້​ໄຂ​ການ​ດື່ມ​ແລ້ວຂັບ​​. ໃນອາຊີຕາເວັນອອກສ່ຽງໃຕ້, ຜູ້ໃຫຍ່ໄວໜຸ່ມມີຄວາມສ່ຽງສູງສຸດຕໍ່ການດື່ມເຫຼົ້າແລ້ວຂັບ ໂດຍມີການດື່ມແລ້ວຂັບຫຼາຍກວ່າປະຊາກອນທົ່ວໄປເຖິງ 6 ເທົ່າ. 

ທວງພະລັງຂອງທ່ານຄືນມາເພື່ອ ເວົ້າວ່າ “ບໍ່” ຕໍ່ການດື່ມເຫຼົ້າແລ້ວຂັບ 

ແຄມເປນປູກຈິດສໍານຶກແກ່ສາທາລະນະ “ພະລັງຂອງຄຳວ່າບໍ່” ໄດ້ເປີດຕົວໃນເດືອນກຸມພາ ປີ 2022 ເພື່ອດໍາເນີນການ. 

ຈາກການເວົ້າວ່າ “ບໍ່” ຕໍ່ການດື່ມແລ້ວຂັບ, ໄວໜຸ່ມສາມາດຮັກສາຕົນເອງໃຫ້ປອດໄພ, ປົກປ້ອງຄົນທີ່ຕົນເອງຮັກ, ປັບປຸງຄວາມປອດໄພ ແລະ ໂອກາດໃນຊຸມຊົນຂອງເຂົາເຈົ້າ. ໜ່ວຍກູ້ໄພ ນະຄອນຫຼວງວຽງຈັນ 1623 ແລະ ກຸ່ມບໍລິສັດ RDK ໂດຍໄດ້ຮັບການສະໜັບສະໜູນຈາກ ສະຖານທູດອັງກິດ ປະຈຳນະຄອນຫຼວງວຽງຈັນ ແລະ ຄູ່ຮ່ວມມືຈັດຕັ້ງປະຕິບັດຮ່ວມກັບ ສະມາຄົມລົດຍົນແຫ່ງປະເທດຫວຽດນາມ(AAV), ໄດ້ຮ່ວມກັນສຶກສາອົບຮົມຊາວໜຸ່ມກ່ຽວກັບໄພອັນຕະລາຍທີ່ອາດເກີດຈາກການດື່ມເຫຼົ້າແລ້ວຂັບ.  ແຄມເປນ​ແມ່ນ​ໄດ້​ຮັບ​ການ​ສະ​ຫນັບ​ສະ​ໜູນ​ໂດຍ​ ພັນທະມິດຜູ້ຄ້າເຫຼົ້າ ແລະ ເຫຼົ້າແວງສາກົນໃນພາກພື້ນອາຊີ-ປາຊີຟິກ (APISWA) ແລະ ອົງການສ້າງສັນ Orès, ໂດຍ​ໄດ້ຮັບ​ການ​ຮັບ​ຮອງ​ຈາກສະຖາບັນການຝຶກອົບຮົມ ແລະການຄົ້ນຄວ້າຂອງສະຫະປະຊາຊາດ (UNITAR),  ສະພາທຸລະກິດສະຫະລັດ-ອາຊຽນ (US-ABC) ແລະ ສະພາທຸລະກິດອີຢູ-ອາຊຽນ (EU-ABC). 

“ພະລັງຂອງຄຳວ່າບໍ່” ມຸ່ງເປົ້າໄປທີ່ໄວໜຸ່ມອາຍຸ 18-30 ປີໃນຫົກປະເທດອາຊີຕາເວັນອອກສຽງໃຕ້ ຄື: ກຳປູເຈຍ, ລາວ, ມາເລເຊຍ, ຟີລິບປິນ, ໄທ ແລະ ຫວຽດນາມ. ມັນເປັນການນໍາເອົາຄູ່ຮ່ວມງານສາກົນຫຼາຍກວ່າ 20 ຄູ່ຮ່ວມງານທີ່ເປັນຕົວແທນຂອງລັດຖະບານ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ອົງການຈັດຕັ້ງເອກະຊົນ ແລະ ຊຸມຊົນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ ແລະ ສົ່ງເສີມການປ່ຽນແປງພຶດຕິກໍາໃນເວລາດື່ມເຫຼົ້າແລ້ວຂັບ. 

ສໍາລັບປີທີ່ຜ່ານມາ, ແຄມເປນ “ພະລັງຂອງຄຳວ່າບໍ່” ທີ່ເປັນພື້ນຖານໄດ້ເຜີຍແຜ່ຈິດສຳນຶກໃຫ້ແກ່ໄວໜຸ່ມ 39 ລ້ານ ຄົນໂດຍຜ່ານວິດີໂອ, ຮູບພາບທີ່ໜ້າຈັບຕາ, ວິດີໂອການຄ້າ ແລະ ຂໍ້ເທັດຈິງທີ່ສໍາຄັນ ເພື່ອໃຫ້ໄດ້ຮັບຄວາມຮູ້ທີ່ດີຂື້ນກ່ຽວກັບການດື່ມແລ້ວຂັບ. 

ໃນ​ເດືອນ​ກັນຍາ ປີ 2022, ແຄມເປນ​ດັ່ງກ່າວ​ໄດ້​ດຳ​ເນີນ​ ການ​ປະ​ກວດ​ຮູບ​ພາບ​ລະດັບສາກົນ​ ດ້ວຍ​ຫົວ​ຂໍ້​ວ່າ “ໝູ່ບໍ່ປ່ອຍ​ໃຫ້​ໝູ່​ເມົາ​ແລ້ວຂັບ”.

ການປະກວດນີ້ໄດ້ຊຸກຍູ້ໃຫ້ກຸ່ມໝູ່ເພື່ອນເຮັດວຽກຮ່ວມກັນເພື່ອຢຸດຕິການດື່ມແລ້ວຂັບ ແລະ ເຮັດໃຫ້ຜູ້ເຂົ້າແຂ່ງຂັນຄິດຢ່າງມີວິຈາລະນາຍານວ່າເຂົາເຈົ້າຈະປະຕິບັດແນວໃດໃນຄັ້ງຕໍ່ໄປເມື່ອເຫັນໝູ່ເມົາແລ້ວໄປເອົາກະແຈ. ການປະກວດນີ້ໄດ້ເຂົ້າເຖິງ ໄວໜຸ່ມຫຼາຍກວ່າ 7 ລ້ານຄົນ ພ້ອມໄດ້ຮັບຫຼາຍກວ່າ 450,000 ການຖືກໃຈ’, ‘ຄຳຄິດເຫັນ’ ແລະ ‘ແບ່ງປັນ’ ໃນຊ່ວງສອງເດືອນໃນ Facebook, Instagram, Tik Tok ແລະ PartiPost. ໃນການເຂົ້າຮ່ວມ, ໄວໜຸ່ມໄດ້ຮຽນຮູ້ເພີ່ມເຕີມກ່ຽວກັບວິທີການເຮັດວຽກໃນຮ່າງກາຍຂອງເຫຼົ້າ, ເຂົ້າໃຈເຖິງພັນທະທາງດ້ານກົດໝາຍ ແລະ ລອງໃຊ້ຄໍາແນະນໍາທີ່ເປັນປະໂຫຍດເພື່ອຫຼີກເວັ້ນການດື່ມແລ້ວຂັບ.

ມໍລະດົກຂອງແຄມເປນ “ພະລັງຂອງຄຳວ່າບໍໍ່”

ສຽງ​ຂອງ​ໄວ​ໜຸ່ມ​ແມ່ນ​ພາ​ຫະ​ນະ​ທີ່​ມີ​ພະ​ລັງ​ທີ່​ສຸດ​ຕໍ່​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫຼວງ. ໂດຍຜ່ານການມີສ່ວນຮ່ວມທາງດ້ານດິຈິຕອນທີ່ມີປະສິດຕິພາບ, ໄວໜຸ່ມບໍ່ພຽງແຕ່ແບ່ງປັນວິດີໂອໂຄສະນາ ແລະ ຮູບພາບຂອງແຄມເປນໃນສື່ສັງຄົມເທົ່ານັ້ນ, ແຕ່ຍັງແບ່ງປັນເລື່ອງສ່ວນຕົວ ແລະ ທັດສະນະສ່ວນຕົວຂອງເຂົາເຈົ້າລົງໃນເພຈຕ່າງໆຂອງແຄມເປນອີກດ້ວຍ. ຄວາມກະຕືລືລົ້ນ, ຄວາມຄິດສ້າງສັນ ແລະ ຄວາມປາຖະໜາຂອງເຂົາເຈົ້າທີ່ຈະຮັກສາຊຸມຊົນຂອງເຂົາເຈົ້າໃຫ້ປອດໄພແມ່ນຈຸດເດັ່ນຂອງຂໍ້ລິເລີ່ມ “ພະລັງຂອງຄຳວ່າບໍໍ່”.

ແຄມເປນ “ພະລັງຂອງຄຳວ່າບໍໍ່” ແມ່ນເປັນເອກະລັກລະຫວ່າງການໂຄສະນາການດື່ມແລ້ວຂັບ ເນື່ອງຈາກມີພັນທະມິດຂະໜາດໃຫຍ່ຂອງບັນດາຄູ່ຮ່ວມງານລະດັບສາກົນ, ລະດັບພາກພື້ນ ແລະ ລະດັບທ້ອງຖິ່ນ. ທ່ານ Greig Craft, ປະທານສະມາຄົມ AA ຂອງຫວຽດນາມ ແລະ FIA ພາກພື້ນ II (ອາຊີ ປາຊີຟິກ) ໃຫ້ຮູ້ວ່າ, ມັນເປັນເລື່ອງຍາກສໍາລັບບັນດາອົງການຈັດຕັ້ງຈາກຫຼາຍຂະແໜງການ ແລະ ພື້ນຫຼັງທີ່ແຕກຕ່າງກັນທີ່ຈະມາລວມຕົວກັນ, ແຕ່ພວກເຮົາທຸກຄົນມີແຮງບັນດານໃຈຢ່າງເລິກເຊິ່ງຈາກຈຸດປະສົງລວມຕົວກັບຂອງພວກເຮົາຄື: ເພື່ອໃຫ່ໄວໜຸ່ມປອດໄພໃນຖະ​ໜົນ. ໄວໜຸ່ມສະໄໝນີ້ ມີທ່າແຮງອັນໃຫຍ່ຫຼວງໃນການກໍານົດຮູບແບບຊຸມຊົນຂອງເຂົາເຈົ້າ ແລະ ປ້ອງກັນການເກີດອຸປະຕິເຫດຕາມທ້ອງຖະໜົນ. ພວກ​ເຮົາ​ມີ​ຄວາມ​ພາກ​ພູມ​ໃຈ​ທີ່​ໄດ້​ເຂົ້າ​ຮ່ວມ​ໃນ​ແຄມເປນນີ້​ເພື່ອ​ສ້າງ​ແຮງ​ບັນ​ດານ​ໃຈ​ໃຫ້​ມີ​ການ​ປ່ຽນ​ແປງ​ພາຍ​ໃນ​ຊຸມ​ຊົນ​ທ້ອງ​ຖິ່ນ​ທົ່ວ​ອາ​ຊີ​ປາ​ຊີ​ຟິກ.”

ທ່ານ Vijay Subramaniam ປະທານ APISWA, ເຊິ່ງທັງເປັນປະທານປະຈຳພາກພື້ນ, ອາຊີ, ຕາເວັນອອກກາງ ແລະ ອາຟຣິກກາ ແລະ ຕົວແທນຈຳໜ່າຍດ້ານການທ່ອງທ່ຽວທົ່ວໂລກທີ່ Bacardi ອີກດ້ວຍ ໄດ້ກ່າວວ່າ “ພວກເຮົາຮູ້ສຶກເປັນກຽດທີ່ໄດ້ເປັນສ້ວນໜຶ່ງຂອງກຸ່ມພັນທະມິດຂະໜາດໃຫ່ຍ ແລະ ກ້ວາງຂວາງທີ່ມີເປົ້າໝາຍໜຶ່ງດຽວໃນການປ່ຽນແປງພຶດຕິກໍາ ແລະ ໃຫ້ສິດທິແກ່ໄວໜຸ່ມໃນການສ້າງອານາຄົດທີ່ດີ ແລະ ປອດໄພຍິ່ງຂຶ້ນສໍາລັບຕົນເອງ ແລະ ຜູ້ອື່ນໆ”. ແຄມເປນ “ພະລັງຂອງຄຳວ່າບໍໍ່” ສະແດງໃຫ້ເຫັນເຖິງພະລັງຂອງການຮ່ວມມື ແລະ ຜົນກະທົບໃນການແກ້ໄຂບັນຫາຮ່ວມກັນສາມາດສະໜັບສະໜູນວາລະສາກົນໂດຍລວມເພື່ອຫຼຸດຜ່ອນການເສຍຊີວິດ ແລະ ການບາດເຈັບຈາກການຈະລາຈອນຕາມຖະໜົນ.”

​ໂດຍ​ການ​​ແຜ່ຂະຫຍາຍຈິດສຳນຶກ ​ແລະ ​ການສ້າງແຮງ​ບັນດານ​ໃຈ​ໃຫ້​ແກ່​ໄວໜຸ່ມ, ທິມງານຂອງແຄມເປນຫວັງ​ວ່າ ​ເຂົາ​ເຈົ້າ​ຈະ​ມີ​ອິດ​ທິພົນ​ໃຫ້​ແກ່​ຄອບຄົວ ​ແລະ ໝູ່​ຂອງ​ຕົນໃຫ້​ເປັນ​ຜູ້​ຂັບ​ເຄື່ອນທີ່​ມີ​ຄວາມ​ຮັບຜິດຊອບ ​ແລະ ​ເບິ່ງ​ແຍງ​ດູ​ແລ​ເຊິ່ງກັນ ​ແລະ ກັນ​ສໍາລັບ​ຄົນລຸ້ນຕໍ່ໆໄປ. 

ໃນປີ 2023, ແຄມເປນ “ພະລັງຂອງຄຳວ່າບໍໍ່” ຄາດວ່າຈະຂະຫຍາຍໄປຍັງປະເທດອື່ນໆໃນອາຊີປາຊີຟິກ ເພື່ອຊຸກຍູ້ໃຫ້ໄວໜຸ່ມດື່ມເຫຼົ້າຢ່າງມີຄວາມຮັບຜິດຊອບ ແລະ ການປ່ຽນແປງພຶດຕິກຳທີ່ຍືນຍົງ.

ຖ້າຕ້ອງການຮຽນຮູ້ເພີ່ມຕື່ມກ່ຽວກັບ ພະລັງຂອງຄຳວ່າບໍໍ່, ໃຫ້ເຂົ້າເບິ່ງທີ່ ເພຈ Facebook ຫຼື ເວັບໄຊຂອງແຄມເປນ.

ພະລັງຂອງຄຳວ່າບໍໍ່ – ລາຍຊື່ບັນດາຄູ່ຮ່ວມງານໃນທ້ອງຖິ່ນ

  • ປະເທດກຳປູເຈຍ: ສະມາຄົມລົດຍົນແຫ່ງກຳປູເຈຍ, ສະພາທຸລະກິດສາກົນ, ຄະນະກຳມະການຄວາມປອດໄພທາງຖະໜົນແຫ່ງກຳປູເຈຍ, CamSafe
  • ປະເທດລາວ: ໜ່ວຍກູ້ໄພນະຄອນຫຼວງວຽງຈັນ 1623, ກຸ່ມບໍລິສັດ RDK, ສະຖານທູດອັງກິດ ປະຈຳນະຄອນຫຼວງວຽງຈັນ.
  • ປະເທດມາເລເຊຍ: EuroCham Malaysia, ສະຖາບັນຄົ້ນຄວ້າຄວາມປອດໄພທາງຖະໜົນແຫ່ງມາເລເຊຍ, ກະຊວງຄົມມະນາຄົມຂົນສົ່ງ.
  • ປະເທດຟີລິບປິນ: ສະມາຄົມລົດຍົນແຫ່ງຟີລິບປິນ, ບໍລິສັດພັນທະມິດເຄື່ອງດື່ມແອວກໍຮໍແຫ່ງຟີລິບປິນ, ກອງບັນຊາການຕຳຫຼວດແຫ່ງຊາດຟີລິບປິນ.
  • ປະເທດໄທ: ງານ​ບຸນ​ສຳລັບຄົນຮັກລົດຈັກ​ບາງກອກ, ມູນ​ນິທິ​ໄທເພື່ອການ​ດື່ມຢ່າງມີຄວາມຮັບຜິດຊອບ​, ກອງບັນຊາການຕຳຫຼວດ​ນະຄອນບານຂອງ​ໄທ
  • ປະເທດຫວຽດນາມ: ສະມາຄົມລົດຍົນແຫ່ງຫວຽດນາມ, ສະມາຄົມເພື່ອການດື່ມຢ່າງມີຄວາມຮັບຜິດຊອບຫວຽດນາມ, ສະມາຄົມກິລາລົດຈັກຫວຽດນາມ, ສະພາ​ການ​ຄ້າ​ເອີຣົບປະຈຳຫວຽດນາມ, Protec
  • ພາກພື້ນ: ພັນທະມິດຜູ້ຄ້າເຫຼົ້າ ແລະ ເຫຼົ້າແວງສາກົນໃນພາກພື້ນອາຊີ-ປາຊີຟິກ (APISWA), ກຸ່ມບໍລິສັດ Ores, ສະຫະພັນລົດຍົນສາກົນ (FIA),ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ ແລະ​ ​ຝຶກ​ອົບ​ຮົມຂອງອົງການ​ສະ​ຫະ​ປະ​ຊາ​ຊາດ (UNITAR), ສະພາທຸລະກິດເອີຣົບ-ອາຊຽນ (EUABC), ສະພາທຸລະກິດສະຫະລັດ-ອາຊຽນ (USABC)

ກ່ຽວກັບພັນທະມິດຜູ້ຄ້າເຫຼົ້າ ແລະ ເຫຼົ້າແວງສາກົນໃນພາກພື້ນອາຊີ-ປາຊີຟິກ (APISWA)

 ພັນທະມິດຜູ້ຄ້າເຫຼົ້າ ແລະ ເຫຼົ້າແວງສາກົນໃນພາກພື້ນອາຊີ-ປາຊີຟິກ (APISWA) ປະກອບດ້ວຍບັນດາຜູ້ຜະລິດເຫຼົ້າ ແລະ ວາຍລະດັບໂລກ 11 ລາຍທີ່ດໍາເນີນງານໃນທົ່ວພາກພື້ນອາຊີປາຊີຟິກ ໄດ້ແກ່: Bacardi, Beam Suntory, Brown Forman, Campari, Diageo, Edrington, Moët Hennessy, Pernod Ricard, Proximo, Remy Cointreau ແລະ William Grant & Sons. APISWA ມີຈຸດປະສົງເພື່ອສົ່ງເສີມສະພາບແວດລ້ອມທີ່ມີການດື່ມເຫຼົ້າ ແລະ ວາຍໃຫ້ຖືກຕ້ອງຕາມກົດໝາຍຢ່າງມີຄວາມຮັບຜິດຊອບ ແລະ ສະໜັບສະໜູນອຸດສາຫະກໍາການບໍລິການ ແລະ ການທ່ອງທ່ຽວທີ່ມີຊີວິດຊີວາ, ຍືນຍົງ ແລະ ມີຄວາມຮັບຜິດຊອບ. ນອກຈາກນັ້ນ, APISWA ມີຈຸດປະສົງເພື່ອຮັບປະກັນສະພາບແວດລ້ອມທາງທຸລະກິດທີ່ຍືນຍົງ ແລະ ສາມາດແຂ່ງຂັນໄດ້ສໍາລັບສະມາຊິກຂອງພວກເຮົາ. APISWA ໃຫ້ຄວາມສໍາຄັນກັບການປົກປ້ອງຜົນປະໂຫຍດ ແລະ ຄວາມປອດໄພຂອງຜູ້ບໍລິໂພກ ແລະ ຮັບປະກັນໃຫ້ມີການດື່ມເຄື່ອງດື່ມທາດເຫຼົ້າໃນປະລິມານທີ່ພໍເໝາະ, ໃນຮູບແບບທີ່ເໝາະສົມກັບສະພາບການທ້ອງຖິ່ນ ແລະ ສອດຄ່ອງກັບແນວທາງການປະຕິບັດທີ່ດີທີ່ສຸດຂອງສາກົນ. ສໍາລັບຂໍ້ມູນເພີ່ມຕື່ມ, ກະລຸນາເບິ່ງທີ່: https://apiswa.org/.   

ກ່ຽວ​ກັບ​ສະ​ມາ​ຄົມ​ລົດ​ຍົນແຫ່ງ​ຫວຽດ​ນາມ (AA Vietnam)

AA Vietnam ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2017 ໂດຍ​ແມ່ນ​ອົງ​ການ​ສະ​ມາ​ຊິກ​ຊັ້ນນໍາທີ່ມີເປົ້າໝາຍເພື່ອສະ​ໜອງຜະ​ລິດ​ຕະ​ພັນ ແລະ ຂໍ້​ສະ​ເໜີ​ທີ່​ມີຫຼາກຫຼາຍ​ດ້ວຍຄຸນ​ນະ​ພາບ​ສາ​ກົນສໍາຜູ້ໃຊ້ລົດ​ໃຊ້​ຖະໜົນ​ຂອງ​ຫວຽດ​ນາມ. ການບໍລິການຂອງ AAV ລວມມີການຊ່ວຍເຫຼືອຕາມຖະໜົນແບບມືອາຊີບ (ເຊັ່ນ: ການບໍລິການລາກລົດ); ນະໂຍບາຍປະກັນໄພ; ແພັກເກັດທ່ອງທ່ຽວ; ສ່ວນຫຼຸດແກ່ການດຳລົງຊີວິດ ​ແລະ​ ສະໜັບສະໜູນ​ຄວາມ​ປອດ​ໄພ​ທາງ​ຖະໜົນ​ຢູ່​ຫວຽດນາມ ​ແລະ ຕ່າງປະ​ເທດ. ດ້ວຍ​ຈຳນວນ​ລົດຍົນ​ຢູ່​ເທິງ​ທ້ອງ​ຖະໜົນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ – ເຕີບໂຕ 13% ​ຕໍ່​ປີ – AA Vietnam ຄາດ​ວ່າ​ຕົນ​ເອງ​ແມ່ນ​ຜູ້​ໃຫ້​ບໍລິການ​ທີ່​ມີ​ຄຸນ​ນະພາ​ບທີ່​ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ຄວາມ​ສະດວກ​ສະບາຍ​ຂອງ​ຜູ້​ໂດຍສານໃນທ້ອງຖະໜົນ. ໃນ​ການ​ຮ່ວມ​ມື​ກັບ​ ຄະນະ​ກຳມະການ​ຄວາມ​ປອດ​ໄພ​ດ້ານການຈະລາຈອນ​ແຫ່ງ​ຊາດ, AAV ​ແມ່ນ​ຢູ່ໃນຕຳແໜ່ງ​ທີ​ດີ​ທີ່​ຈະ​ກ້າວ​ໄປສູ່ຂໍ້​ລິ​ເລີ່ມ​ດ້ານ​ຄວາມ​ປອດ​ໄພ​ທາງ​ຖະໜົນ. ໃນປີ 2018, AAV ໄດ້ຮ່ວມມືກັບ FIA ເພື່ອເປີດຕົວແຄມເປນ #3500Lives ເພື່ອສ້າງຈິດສໍານຶກກ່ຽວກັບແນວທາງການປະຕິບັດໃນການຂັບຂີ່ທີ່ປອດໄພ ເນື່ອງຈາກມີຜູ້ເສຍຊີວິດເຖິງ 3,500 ຄົນຢູ່ຖະໜົນຫົນທາງຂອງໂລກໃນທຸກໆມື້. AA Vietnam ເປັນສະມາຊິກຂອງ ສະຫະພັນລົດຍົນສາກົນ (FIA) ແລະ ມີບົດບາດເປັນຜູ້ນໍາໃນ​ບັນດາ​ໂຄງການ​ພາກ​ພື້ນ​ອາຊີ – ປາຊີ​ຟິກ ຂອງ FIA ກ່ຽວ​ກັບ​ການ​ຊຸກຍູ້ ​ແລະ ຄວາມ​ປອດ​ໄພ​ຂອງ​ຊຸມ​ຊົນ. ສໍາລັບຂໍ້ມູນເພີ່ມຕື່ມ, ກະລຸນາເບິ່ງທີ່: http://www.aavn.vn/

ກ່ຽວກັບ ໜ່ວຍກູ້ໄພນະຄອນຫຼວງວຽງຈັນ 1623

ໜ່ວຍກູ້ໄພນະຄອນຫຼວງວຽງຈັນ 1623 ເປັນລົດສຸກເສີນ, ລົດດັບເພີງ ແລະ ກູ້ໄພແຫ່ງທຳອິດ ແລະ ແຫ່ງດຽວໃນປະເທດລາວ. ໜ່ວຍກູ້ໄພນີ້ໄດ້ເລີ່ມຕົ້ນໃນປີ 2010 ດ້ວຍອາສາສະໝັກຈຳນວນໜຶ່ງໃນນະຄອນຫຼວງວຽງຈັນ ແລະ ປັດຈຸບັນໄດ້ກວມເອົາ 4 ເມືອງໃນ 4 ແຂວງ ໂດຍມີອາສາສະໝັກຫຼາຍກວ່າ 600 ຄົນເຮັດວຽກທັງກາງເວັນ ແລະ ກາງຄືນ, ແບບບໍ່ຮັບເງິນເດືອນ, ເພື່ອຍື່ນມືຂອງຕົນຊ່ວຍເຫຼືອຜູ້ຄົນໃນຊ່ວງເວລາທີ່ໂສກເສົ້າທີ່ສຸດ. ໜ່ວຍກູ້ໄພນີ້​ໄດ້​ຮັບຫຼາຍ​ລາງ​ວັນ​ໃນ​ທົ່ວ​ໂລກ, ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ຝຣັ່ງ​ຢູ່​ປາ​ຣີ​ໃນ​ປີ 2016 ພ້ອມທັງ “ລາງວັນ​ໂນ​ແບນ​ອາ​ຊີ” ຣາມອນ ແມກໄຊໄຊ ຢູ່ໃນ​ຟີ​ລິບ​ປິນ. ລາງວັນສຸດທ້າຍນີ້ “ເປັນການຍ້ອງຍໍຜົນງານອັນເປັນວິລະຊົນຂອງຕົນ ໃນການຊ່ວຍຊີວິດຊາວລາວ ໃນເວລາ ແລະ ສະຖານທີ່ ທີ່ມີຄວາມຕ້ອງການຄວາມຊ່ວຍເຫຼືອເປັນຢ່າງຍິ່ງ, ພາຍໃຕ້ສະພາບການທີ່ຂາດເຂີນທີ່ສຸດ, ໂດຍໄດ້ຮັບແຮງບັນດານໃຈຈາກລັດທິມະນຸດສະທຳທີ່ມີນໍ້າໃຈເອື້ອເຟື້ອເພື່ອແຜ່ຂອງນໍ້າໃຈອັນດຽວກັນກັບຄົນອື່ນໆອີກຫຼວງຫຼາຍ.”

ກ່ຽວ​ກັບ ກຸ່ມບໍລິສັດ RDK

ກຸ່ມບໍລິສັດ RDK ເປັນອົງການທີ່ໃຫ້ບໍລິການເຕັມຮູບແບບໃນການສ້າງສື່ໂຄສະນາ ແລະ ສ້າງຕົວຕົນທາງດ້ານດິຈິຕອນໃຫ້ກັບຜະລິດຕະພັນ, ຍີ່ຫໍ້ ແລະ ທຸລະກິດ. ດ້ວຍຄວາມຊ່ຽວຊານໃນດ້ານສື່ສັງຄົມ, RDK ສະໜອງຍຸດທະສາດ ແລະ ດໍາເນີນງານແກ່ແຄມເປນຕ່າງໆ ເພື່ອຮັບປະກັນໃຫ້ເນື້ອຫາສາມາດເຂົ້າເຖິງກຸ່ມເປົ້າໝາຍທີ່ຖືກຕ້ອງ. ໄດ້ຮັບການຂັບເຄື່ອນໂດຍໄວໜຸ່ມທີ່ມີຄວາມສາມາດ ແລະ ນໍາພາໂດຍຜູ້ຊ່ຽວຊານດ້ານອຸດສາຫະກໍາທີ່ມີປະສົບການຫຼາຍປີໃນດ້ານສື່, ງານກິດຈະກໍາ ແລະ ຂົງເຂດດິຈິຕອນ, ທີມງານກຸ່ມບໍລິສັດ RDK ຍັງຄົງຢູ່ໃນແຖວໜ້າຂອງທຸກແພລດຟອມ.

ກ່ຽວກັບສະຖານທູດອັງກິດປະຈຳລາວ

ສະຖານທູດ​ອັງກິດ ປະຈຳ​ນະຄອນຫຼວງ​ວຽງ​ຈັນ ໃຫ້ການ​ບໍລິການ​ແກ່​ຊາວ​ອັງກິດ ທີ່​ອາ​ໄສ​ຢູ່ ​ແລະ ຢ້ຽມຢາມປະເທດລາວ. ສໍາລັບຂໍ້ມູນເພີ່ມຕື່ມ, ກະລຸນາເຂົ້າເບິ່ງທີ່: https://www.gov.uk/world/laos/news

ການຕິດຕໍ່ສື່

ສໍາລັບຂໍ້ມູນເພີ່ມຕື່ມ ໃຫ້ຕິດຕໍ່ກຸ່ມບໍລິສັດ RDK: 

www.rdkgroup.la  

info@rdkgroup.la 

+856 20 55731717