ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ເຊນ

0
1861

ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ເຊນ
(Samdech Akka Moha Sena Padei Techo HUN Sen)
ເກີດ​ເມື່ອວັນ​ທີ: 05 ສິງຫາ 1952 (ວັນ​ເກີດ​ແຈ້ງ​ໃນ​ໜັງສື​ທາງ​ການ 04 ​ເມສາ 1951)
ບ່ອນ​​ເກີດ: ບ້ານ ພາມ​ກໍ​ຊາ, ​ເມືອງ ຊະ​ຕຶງຕຣັງ, ​ແຂວງ ກຳປົງຈາມ
ຄອບຄົວ: ​ສົມຣົດ ​ແລະ ມີ​ລູກ 06 ຄົນ
ຫຼັງຈາກສຳເລັດການສຶກສາຊັ້ນປະຖົມ ທີ່ ໂຮງຮຽນປະຖົມທ້ອງຖິ່ນ, ໃນປີ 1965 ສົມເດັດ ຮຸນເຊັນ ໄດ້ເຂົ້າ ມາໃນ ນະຄອນຫຼວງພະນົມເປັນ ເພື່ອຮຽນສຶກສາຕໍ່ໃນຊັ້ນມັດທະຍົມຕອນຕົ້ນ ທີ່ ໂຮງຮຽນ Lycee Indra Devi. ທ່ານໄດ້ອາໄສຢູ່ ວັດ Neakavoan.

ໃນປີ 1970, ກຳປູເຈຍ ໄດ້ເກີດສົງຄາມ, ເພື່ອຕອບສະໜອງຄຳຮ້ອງຂໍຂອງ ເຈົ້າຊາຍ ສີຫານຸກ ທີ່ມີຕໍ່ປະຊາຊາຊົນກຳປູເຈຍ ເພື່ອໃຫ້ເຂົ້າຮ່ວມຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ, ທ່ານໄດ້ເລີ່​ມ​ເຄື່ອນ​ໄຫວ​ໃນ​ຂະ​ບວນການຕໍ່ສູ້​ເພື່ອ​ປົດ​ປ່ອຍປະ​ເທດ​ຊາດ​ແຕ່​ອາຍຸ 18 ປີ, ​ເຊິ່ງ​ເຮັດ​ໃຫ້​ປະ​ເທດ​ກຳປູ​ເຈຍ​ໄດ້​ຮັບ​ເອກະລາດ​ໃນ​ວັນ​ທີ 17 ​ເດືອນ​ເມສ​າ 1975.
ກ່ອນວັນທີ່ໄດ້ຮັບໄຊຊະນະ, ໃນວັນທີ 16 ເມສາ 1975 ສົມເດັດ ຮຸນ ແຊນ ໄດ້ຖືກບາດເຈັບທີ່ຕາຊ້າຍ. ໂດຍໄດ້ຮັບການປິ່ນປົວເປັນເວລາຫຼາຍເດືອນ, ໃນວັນທີ 05 ມັງກອນ 1976, ທ່ານໄດ້ແຕ່ງງານກັບ ທ່ານ ນາງ Bun Rany ໂດຍໄດ້ມີລູກນຳກັນ 06 ຄົນ: 1. Hun Komsot (10 ພະຈິກ 1976 – ເສຍຊີວິດ), 2. Hun Manet (20 ຕຸລາ 1977), 3. Hun Mana (15 ກັນຍາ 1980), 4. Hun Manit (17 ຕຸລາ 1981), 5. Hun Mani (27 ພະຈິກ 1982), ແລະ 6. Hun Mali (30 ກັນຍາ 1983).

ປະຫວັດການເຮັດວຽກທາງ​ດ້ານ​ການ​ເມືອງ :
– ​ປີ 1977 ​ເປັນ​ຜູ້ນຳ​ໃນ​ຂະ​ບວນການປົດ​ປ່ອຍລະບອບ Pol Pot (ລະບອບດັບສູນເຊື້ອຊາດ)
– ປີ 1978 ເປັນສະມິກຊິກຜູ້ກໍ່ຕັ້ງ ແນວໂຮມປົດປ່ອຍ ກຳປູ​ເຈຍ ແຫ່ງຊາດ, ທີ່ໄດ້ຮັບການຮ່ວມມືກັບກອງກຳລັງຮັກ ຊາດອື່ນໆ ແລະ ໄດ້ຮັບການສະໜັບສະໜູນຂອງກອງກຳລັງອາສາສະໝັກຫວຽດນາມ
– ວັນທີ 07 ມັງກອນ 1979 ໄດ້ນຳພາ ແນວໂຮມປົດປ່ອຍ ກຳປູ​ເຈຍ ແຫ່ງຊາດ ເພື່ອຊ່ວຍກຳປູເຈຍ ແລະ ປະຊາຊົນ ຈາກລະບອບດັບສູນເຊື້ອຊາດ.

– ປີ 1979-1993 ໄດ້ດຳລົງຕ່ຳແໜ່ງຫຼາກຫຼາຍໃນລະບົບການບໍລິຫານຂອງກຳປູເຈຍ
– ໃນປີ 1979 ໄດ້ດໍາລົງຕໍາແໜ່ງເປັນ ລັດຖະມົນຕີວ່າການກະຊວງການຕ່າງປະເທດ
– ປີ 1981-1985 ໄດ້ດຳລົງຕໍາແໜ່ງເປັນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການຕ່າງ ປະເທດ.
– ປີ 1985-1991 ໄດ້ດຳລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການຕ່າງປະ ເທດ. ສົມເດັດ ຮຸນ ແຊນ ໄດ້ປະສົບຜົນສຳເລັດຢ່າງພົ້ນເດັ່ນ, ເປັນຕົ້ນແມ່ນ ການສ້າງພື້ນຖານຂອງການຈັດຕັ້ງປະຕິບັດສັນຕິພາບ, ການໄກ່ເກ່ຍລະດັບຊາດ, ແລະ ການພັດທະນາ ກຳປູເຈຍ. ຜ່ານຄວາມຕັ້ງໃຈໃນການປະກອບສ່ວນດັ່ງກ່າວ, ສົມເດັດ ຮຸນ ແຊນ ໄດ້ພິສູດໃຫ້ເຫັນເຖິງສະຖາປັດຕິຍະກຳທີ່ຂາດບໍ່ໄດ້ຂອງ ຂໍ້ຕົກລົງສັນຕິພາບ ປາຣີ ຂອງ ກຳປູເຈຍ.

– ປີ 1993-1998 ໄດ້ບໍລິຫານປະເທດກຳປູເຈຍໃນຖານະຜູ້ນຳຮ່ວມ ແລະ ນາຍົກລັດຖະມົນຕີ ຜູ້ທີ່ສອງແຫ່ງ ລັດຖະບານປະສົມຄັ້ງທຳອິດ, ໃນການເລືອກເມື່ອປີ 1993. ໃນຕຳແໜ່ງດັ່ງກ່າວ, ສົມເດັດ ມີຄວາມຕັ້ງໃຈທີ່ແທ້ຈິງໃນການປະຕິບັດຂໍ້ຕົກລົງສັນຕິພາບ ປາຣີ. ການປະສົບຜົນສຳເລັດຂອງ ສົມເດັດ ໃນໄລຍະນີ້ລວມມີ ການປັບປຸງໂຄງລ່າງການພັດທະນາເສັ້ນທາງຊົນນະບົດ, ໂຮງຮຽນ, ບ່ອນຈ່າຍຢາ ແລະ ສູນຮັກສາສຸຂະພາບ, ແລະ ນ້ຳສະອາດ, ໃນໄລຍະທີ່ປະຕິບັດ ນະໂຍບາຍ ຊະນະ-ຊະນະ (Win-Win Policy) ນີ້ໄດ້ເຮັດໃຫ້ກຳລັງຂະເໝນແດງສິ້ນສຸດລົງ ແລະ ມີການທ້ອນໂຮມ ກຳປູເຈຍ.
– ປີ 1998 ໄດ້ນຳພາເອົາໄຊຊະນະມາສູ່ ພັກປະຊາຊົນກຳປູເຈຍ, ເຊິ່ງເຮັດໃຫ້ ສົມເດັດ ຮຸນ ແຊນ ເປັນຮອງປະ ທານພັກ, ໄດ້ດຳລົງຕໍາແໜ່ງ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານະຈັກກຳປູເຈຍ, ເປັນຜູ້ນຳລັດຖະບານປະ ສົມ ຄັ້ງທີ່ສອງ ຂອງ ສອງພັກການເມືອງຫຼັກ (ພັກ CPP ​ແລະ ພັກ FUNCINPEC), ພາຍ​ໃຕ້​ການ​ບໍລິຫານ​ປະ​ເທດ​ ສົມເດັດ ​ໄດ້​ນຳ​ພາ​ປະ​ເທດ​ກຳປູ​ເຈຍ​ເຂົ້າ​ເປັນ​ສະມາຊິກ​ ອາ​ຊຽນ.

– ​ເດືອນ ກໍລະກົດ 2003 ສົມ​ເດັດ​ ຮຸນ​ ແຊນ ​ເປັນ​ຜູ້ລົງ​ສະໝັກ​ໃນ​ການ​ເລືອກ​ຕັ້ງເປັນ ​ນາຍົກລັດຖະມົນຕີ ​ແລະ ​ໄດ້​ນຳພາ​ໃຫ້​ພັກ CPP ຊະນະ​ການ​ເລືອກ​ຕັ້ງ​ທົ່ວ​ໄປ.

– ​ວັນທີ 15 ​ກໍລະກົດ 2004, ສະພາ​ແຫ່ງ​ຊາດ​ ກຳປູ​ເຈຍ ​ໄດ້​​ເລືອກ​ໃຫ້​ດຳລົງ​ຕໍາແໜ່​ງ ນາຍົກລັດຖະມົນຕີ​ ໃນ​ສະ​ໄໝ​ທີ 3 ຂອງ ​ລັດຖະບານ​ປະສົມ ​ລະຫວ່າງ ​ພັກ​ປະຊາຊົນ​ກຳປູ​ເຈຍ ​ແລະ ພັກ FUNCINPEC
– ວັນທີ 16 ກໍລະກົດ 2004, ໄດ້ຖະແຫຼງ ກ່ຽວກັບ “ຍຸດທະສາດນະໂຍບາຍສີ່ຫຼ່ຽມ” (Rectangular Strategy) ເພື່ອການຂະຫຍາຍຕົວ, ການແຈ້ງງານ, ຄວາມສະເໝີພາບ ແລະ ປະສິດຕິພາບ ເພີ່ມຕື່ມໃນ ຍຸດທະສາດນະໂຍບາຍສາມຫຼ່ຽມ ໃນວາລະທີ່ຜ່ານມາ.

– ວັນທີ 23 ພະຈິກ 2005, ພັກ​ປະຊາຊົນ​ກຳປູ​ເຈຍ ໄດ້ອອກມະຕິແຕ່ງຕັ້ງຢ່າງເປັນເອກະສັນໃຫ້ ຮອງປະທານປະເທດ ສົມເດັດ ຮຸນ ແຊນ ເປັນຜູ້ລົງສະໝັກຕຳແໜ່ງ ນາຍົກລັດຖະມົນຕີ ສະໄໝທີ 4 ຂອງ ສະພາແຫ່ງຊາດ.
– ວັນທີ 25 ກັນຍາ 2008, ໄດ້ຖືກຄັດເລືອກເປັນ ນາຍົກລັດຖະມົນຕີ ອີກຄັ້ງ ແລະ ເປັນສະໄໝທີ 4 ຂອງ ການດຳລົງຕ່ຳແໜ່ງ​ (2008-2013), ດ້ວຍຄະແນນ 90 ສຽງ ໃນ 123 ບ່ອນນັ່ງ ຂອງ ສະພາແຫ່ງຊາດ.
– ວັນທີ 23​ ​ກັນຍາ 2013, ໄດ້ຖືກຄັດເລືອກເປັນນາຍົກລັດຖະມົນຕີອີກຄັ້ງ ແລະ ເປັນສະໄໝທີ 5 ຂອງ ການດຳລົງຕ່ຳແໜ່ງ​ (2013-2018), ດ້ວຍຄະແນນ 68 ສຽງ ໃນ 123 ບ່ອນນັ່ງ ຂອງ ສະພາແຫ່ງຊາດ.
– ວັນທີ 15 ສິງຫາ 2018 ພັກປະຊາຊົນກຳປູເຈບ ໄດ້ຮັບໄຊຊະນະໃນການເລືອກຕັ້ງດ້ວຍຄະແນນສຽງເຕັມ 125 ບ່ອນນັ່ງ ຂອງ ສະພາແຫ່ງຊາດ ແລະ ສືບຕໍ່ບໍລິຫານປະເທດອີກຄັ້ງ ເປັນສະໄໝທີ 6 (2018-2023).
– ວັນທີ 17 ສິງຫາ 2018 ໄດ້ຖືກແຕ່ງຕັ້ງຈາກ ສົມເດັດ Preah Boromneat Norodom Sihamoni, ເຈົ້າຊີວິດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃຫ້ເປັນ ນາຍົກລັດຖະມົນຕີ ເພື່ອຈັດຕັ້ງຄະນະລັດຖະບານ.
– ວັນທີ 09 ກັນຍາ 2018 ໃນກອງປະຊຸມຄັ້ງປະຖົມມະເລີກຂອງ ສະພາແຫ່ງຊາດ ສະໄໝທີ 6, ໄດ້ຖືກຮັບຮອງໃຫ້ເປັນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ.

ປະຫວັ​ດການ​ສຶກສາ:
– ຈົບປະ​ລິ​ນຍາ​ຕີ​ ທາງ​ດ້ານ​ການ​ເມືອງ ຈາກ ​ສະຖານ​ບັນ Cambodian Tertiary Education
– 1991 ຈົບປະລິນຍາ​​ເອກ ​ທາງ​ດ້ານ​ລັດຖະສາດ​ ຈາກ ​ສະ​ຖາ​ບັນ​ການ​ເມືອງ​​ແຫ່ງຊາດ​ ຢູ່ ຮ່າ​ໂນ​ຍ
– 1995 ໄດ້​ຮັບ​ປະລິນຍາ​ເອກ​ກິດ​ຕິ​ມະ​ສັກ ທາງ​ດ້ານ​ການ​ເມືອງ ​ຈາກ ​ມະຫາວິທະຍາ​ໄລ Southern California University
– 1996 ​ໄດ້​ຮັບ​ປະລິນຍາ​ເອກ​ກິດ​ຕິ​ມະ​ສັກ ​ທາງ​ດ້ານ​ກົດໝາຍ ຈາກ​ວິທະຍາ​ໄລ IOWA Wesleyan College
ລາງວັນ​ໄດ້​ຮັບ​ການ​ຍ້ອງຍໍ ​ແລະ​ ໄດ້​ມີ​ການ​ເຄື່ອນ​ໄຫວ​ຕ່າງໆ :
– ວັນທີ 02 ​​ທັນວາ 1996 ໄດ້ຮັບລາງວັນ World Peace Award
– ວັນທີ 10 ​ ​ເມສາ 2001 ປະລິນຍາ​ເອກ​ກິດ​ຕິ​ມະ​ສັກ ທາງ​ດ້ານ​ລັດຖະສາດ​ ຈາກ ມະຫາວິທະຍາ​ໄລ Dankook University, ສ.​ເກົາຫລີ
– ວັນທີ 15 ​ພະຈິກ 2001 ປະລິນຍາ​ເອກ​ກິດ​ຕິ​ມະ​ສັກ ທາງ​ດ້ານ​ລັດຖະສາດ ​ຈາກ ມະຫາວິທະຍາ​ໄລ the University of Ramkhamhaeng, ​ໄທ
– ວັນທີ 22 ​ ທັນວາ 2001 ລາງວັນ Lifting up the world with a oneness-heart Award ຈາກ Sri Chinmoy of the International Peace Center.
– ວັນທີ 06 ສິງຫາ 2002 ລາງວັນ ຫຼຽນ​ກາ​ມິດຕະພາບ ຈາກ​ ສະຖາບັນວິທະຍາສາດທຳມະຊາດ, ສະຫະພັນ​ ຣັດ​ເຊຍ
– ວັນທີ 04 ​ກັນຍາ 2002 ລາງວັນ ASEAN Distinguished Honorary Fellow Member ຈາກ the Committee of ASEAN Engineering Federation.
– ວັນທີ 10 ​​ເມສາ 2004 ປະລິນຍາ​ເອກ​ກິດ​ຕິ​ມະ​ສັກປັດ​ຊະ​ຍາ ທາງ​ດ້ານ​ລັດຖະສາດ ​ຈາກ ມະຫາວິທະຍາ​ໄລ the Irish International University of the European Union
– ວັນທີ 09 ກໍລະກົດ 2004 ປະລິນຍາ​ເອກ​ກິດ​ຕິ​ມະ​ສັກ ຈາກ​ຜົນສຳ​ເລັດ​ການ​ບັນລຸ​ການ​ພັດທະນ​າກຳປູ​ເຈຍ ​ຈາກ ມະຫາວິທະຍາ​ໄລກຳປູເຈຍ (the university of Cambodia).
– ວັນທີ 15 ​​ກັນຍາ 2004 ​ໄດ້​​ເປັນ​ເຂົ້າ​ສະມາຊິກ​ຂອງ​ຄະນະ​ສະມາຄົມ​ກົດໝາຍ​ແຫ່ງ​ກຳປູ​ເຈຍ.
– ວັນທີ 06 ກັນຍາ 2005 ລາງວັນ the U Thant Peace Award ຈາກ Sri Chinmoy of the International Peace Center.
– ວັນທີ 21 ມີນາ 2006 ປະລິນຍາ​ເອກ​ກິດ​ຕິ​ມະ​ສັກປັດ​ຊະ​ຍາທາງ​ດ້ານ​ລັດຖະສາດ​ຈາກມະຫາວິທະຍາ​ໄລ the Soon Chun Hyang University, ສ.​ ເກົາຫລີ
– ວັນທີ 28 ມິຖຸນາ 2006 ປະລິນຍາ​ເອກ​ກິດ​ຕິ​ມະ​ສັກປັດ​ຊະ​ຍາທາງ​ດ້ານ​ການ​ສຶກສາຈາກມະຫາວິທະຍາ​ໄລ Bansomdejchaopraya Rajabhat University, ​ໄທ
– ວັນທີ 29 ​​ມັງກອນ 2007 ປະລິນຍາ​ເອກ​ກິດ​ຕິ​ມະ​ສັກດ້ານ​ການ​ສຶກສາ ຈາກ ກະຊວງສຶກສາທິການ ແລະ ການຝຶກອົບຮົມ ສສ ຫວຽດນາມ ແລະ ມະຫາວິທະຍາ​ໄລ the Hanoi National University of Education, ຫວຽດນາມ
– ວັນທີ 27 ​ກໍລະກົດ 2007 ລາງວັນ Chartered Diplomat ຈາກ the Association of Certified Commercial Diplomats, ອັງກິດ
– ວັນທີ 21 ​ກັນຍາ 2007 ລາງວັນ Honorary Fellowship of Companion of Commercial Diplomacy, ຈາກ the Association of Certified Commercial Diplomats, ອັງກິດ
– ວັນທີ 12 ​ຕຸລາ 2007 ລາງວັນຜູ້ນຳການ​ພັດທະນາ​ຮອບດ້ານຂອງ​ກຳປູ​ເຈຍ, ຈາກ King Norodom Sihamoni, ກຳປູ​ເຈຍ
– ວັນທີ 07 ມັງກອນ 2008 ໄດ້ຮັບນາມມະຍົດໃຫ້ເປັນ Senator for Life, and Ambassador at Large to the World of Presidency ໂດຍ the International Parliamentary for Safety and Peace (IPSP) ແລະ ຈາກ the Universidad Empresarial de Costa Rica ແມ່ນໄດ້ຮັບນາມມະຍົດເປັນ Honorable Professor of Diplomatic and International Relations.
– ວັນທີ 25 ​ພະຈິກ 2008 ລາງວັນ​ຫຼຽນ​ຄຳ​ແຫ່ງ​ຊາດ​ຈາກ ພະນະທ່ານ ຈູມມາລີ ໄຊຍະສອນ, ​ປະທານ​ປະ​ເທດ ​ແຫ່ງ ສປປ ລາວ
– ວັນທີ 07 ມັງກອນ 2009 ປະລິນຍາ​ເອກ​ກິດ​ຕິ​ມະ​ສັກທາງ​​ດ້ານເສດຖະກິດ​ ຈາກ ມະຫາວິທະຍາ​ໄລ Woosuk University, ສ.​ເກົາຫລີ
– ວັນທີ 03 ​ມີ​ຖຸນາ 2009 ປະລິນຍາ​ເອກ​ກິດ​ຕິ​ມະ​ສັກທາງ​ດ້ານ​ລັດຖະສາດ​ ຈາກ ມະຫາວິທະຍາ​ໄລ Korea University, ສ.​ເກົາຫລີ
– ວັນທີ 21 ​​ທັນວາ 2009 ລາງວັນຜູ້ນຳການ​ພັດທະນາ​ຮອບດ້ານຂອງ​ກຳປູ​ເຈຍ, ຈາກ King Norodom Sihamoni, ກຳປູ​ເຈຍ
– ວັນທີ 03 ​​ເມສາ 2010 ​ໄດ້​ຮັບ​ກຽດ​ເປັນ​ປະທານ​ກິດ​ຕິ​ມະ​ສັກ ຂອງ the Royal Academy of Cambodia, ກຳປູ​ເຈຍ.
– ວັນທີ 09 ກັນຍາ 2015 ປະລິນຍາ​ເອກ​ກິດ​ຕິ​ມະ​ສັກໃນການເປັນຜູ້ນຳແຫ່ງການປ່ຽນແປງ (Transforma-tional Leadership) ຈາກ Limkokwing University of Creative Technology, ມາເລເຊຍ.
– ວັນທີ 15 ຕຸລາ 2015 ປະລິນຍາ​ເອກ​ກິດ​ຕິ​ມະ​ສັກທາງ​ດ້ານວັນນະຄະດີ ຈາກ Guangxi University, ສປ ຈີນ.
– ວັນທີ 29 ມີນາ 2016 ໄດ້ຮັບລາງວັນ Peace and Development Award ຈາກ the Union Media of ASEAN.
– ວັນທີ 22 ມິຖຸນາ 2016 ໄດ້ຮັບນາມມະຍົດໃຫ້ເປັນ Academician Member of Honor ຈາກ the European Tourism Academy.
– ວັນທີ 06 ສິງຫາ 2016 ໄດ້ຮັບລາງວັນ The ASEAN Lifetime Achievement Award ຈາກ the Asian Strategy and Leadership Institute (ASLI).
– ວັນທີ 25 ມັງກອນ 2017 ໄດ້ຮັບຖ້ວຍລາງວັນ ປະທານ the International Olympic Committee.
– ວັນທີ 09 ທັນວາ 2017 ໄດ້ຮັບນາມມະຍົດໃຫ້ເປັນ Global Ambassador for Tourism and Sustainable Development Goals ຈາກ the European Council on Tourism and Trade (ECTT).
– ວັນທີ 19 ມີນາ 2019 ໄດ້ເປັນຜູ້ນໍາລະດັບໂລກຄົນທໍາອິດ ທີ່ໄດ້ຮັບ ປະລິນຍາເອກກິດຕິມະສັກ ສາຂາ ການສື່ ສານດ້ານການເມືອງ, ມະຫາວິທະຍາໄລ ເກຣີກ, ໂດຍໄດ້ຕົກລົງເຫັນດີເປັນເອກະພາຍຈາກສະພາມະຫາວິທະຍາໄລ ເກຣີກ ໃນວັນທີ 24 ທັນວາ 2018, ໂດຍໄດ້ຮັບການຕີລາຄາວ່າ ສົມເດັດ ຮຸນ ແຊນ ເປັນຜູ້ນຳທີ່ມີຄວາມຮູ້ຄວາມສາມາດ ແລະ ນຳໃຊ້ການ​ສື່​ສານ​ທາງ​ການ​ເມືອງ​ ທີ່ໄດ້ຮັບ​ຜົນ​ສໍາ​ເລັດ​​ຢ່າງຫຼວງຫຼາຍ​ສໍາ​ລັບ​ກໍາ​ປູ​ເຈຍ​.
– ວັນທີ 29 ເມສາ 2019 ໄດ້ຮັບຍົດເປັນ ສາດສະດາກິດຕິມະສັກ ສາຂາ ພົວພັນຕ່າງປະເທດ ຈາກ ມະຫາວິທະຍາໄລ ປັກກິ່ງ, ນະຄອນຫຼວງປັກກິ່ງ, ສປ ຈີນ, ເຊິ່ງສະພາ​ບໍລິຫານ​ງານ​ມະຫາວິທະຍາ​ໄລ​ປັກ​ກິ່ງ ​ໄດ້​ຕີ​ລາຄາ​ສູງ​ການຊີ້ນຳ-​ນຳພາ​ຂອງ ​ສົມ​ເດັດ ​ໃນ​ການ​ດັບ​ສູນ​ສົງຄາມ​ກາງ​ເມືອງ ​ແລະ ​ການ​ຂ້າ​ລ້າງ​ເຜົ່າ​ພັນ, ສະ​ແຫວ​ງຫາ​ການ​ແກ້​ໄຂ​ທາງ​ດ້ານ​ການ​ເມືອງ, ຄວບ​ຄຸມ​ການ​ພົວພັນ​ສາກົນ, ຮັບປະກັນ​ການ​ຟື້ນ​ຟູ ​ແລະ ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ກຳປູ​ເຈຍ. ກອງ​ປະ​ຊຸມ​ຍັງ​ສະ​ແດງ​ໃຫ້​ເຫັນ​ການ​ຮັບ​ຮູ້​ການ​ເຄື່ອນ​ໄຫວ​ຂອງ​ສົມເດັດ ​ໃນ​ການ​ສະ​ໜັບ​ສະ​ໜູນ​ຂໍ້​ລິ​ເລີ່ມ​ໜຶ່ງ​ແລວ​​ໜຶ່ງ​ເສັ້ນ​ທາງ​ຂອງ​ ທ່ານ​ ສີ​ ຈິ້ນ​ຜິງ, ປະ​ທານ​ປະ​ເທດ ​ແຫ່ງ ສປ ຈີນ.

– ວັນທີ 19 ພະຈິກ 2019 ພາຍຫຼັງພິທີເປີດກອງປະຊຸມສຸດຍອດອາຊີ-ປາຊີຟິກ ໃນປີ 2019 ພາຍໃຕ້ຫົວຂໍ້ ການ​ຕອບ​ສະ​ຫນອງ​ຕໍ່​ສິ່ງ​ທ້າ​ທາຍ​ທີ່​ສໍາ​ຄັນ​ໃນ​ປັດ​ຈຸ​ບັນ​: ສັນ​ຕິ​ພາບ​, ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​, ການ​ເພິ່ງ​ພາ​ອາ​ໄສ​ເຊິ່ງ​ກັນ​ແລະ​ກັນ​ ແລະ ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​, ຄຸນ​ຄ່າ​ຂອງ​ໂລກ, ທ່ານ ດຣ. Hak Ja Ha Moon, ຜູ້ຮ່ວມກໍ່ຕັ້ງສະຫະພັນສັນຕິພາບໂລກ ໄດ້ມອບລາງວັນການເປັນຜູ້ນຳ ແລະ ການປົກຄອງທີ່ດີ ໃຫ້ແກ່ ສົມເດັດ.

– ວັນທີ 12 ກັນຍາ 2021 ໄດ້​ຮັບ​ການ​ຮັບ​ຮູ້​ວ່າ​ແມ່ນ​ຜູ້​ກໍ່​ຕັ້ງ​ສັນ​ຕິ​ພາບ​ທີ່​ແທ້​ຈິງ​ຂອງ​ກຳ​ປູ​ເຈຍ ແລະ ເປັນ​ແບບ​ຢ່າງ​ທີ່​ດີ​ໃນ​ແຫຼມ​ອາ​ຊີ, ທີ່ ງານ​ມະ​ໂຫລານ​ແຫ່ງ​ຄວາມ​ຫວັງ​ໂລກ​ຄັ້ງ​ທີ 7: Think-Tank 2022 ພາຍ​ໃຕ້​ຫົວ​ຂໍ້ “ສັນ​ຕິ​ພາບ​ໃນ​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ” ໄດ້​ມອບ​ລາງວັນ​ “ຫຼຽນ​ກາ​ສັນ​ຕິ​ພາບ​ກອງ​ປະ​ຊຸມ​ສຸດຍອດ​ໂລກ” ໃຫ້ແກ່ ສົມເດັດ.

– ວັນທີ 15 ທັນວາ 2021 ທູດພິເສດ ຂອງ ທ່ານ ປະທານາທິບໍດີ ຣັດເຊຍ ໄດ້ສົ່ງຫຼຽນແຫ່ງສັນຕິພາບ ຈາກ ລັດຖະບານຣັດເຊຍ, ເຊິ່ງໄດ້ມອບພ້ອມລາຍເຊັນຂອງ ທ່ານ ວະລາເດເມຍ ປູຕິນ, ປະທານາທິບໍດີ ຣັດເຊຍ ລົງວັນທີ 25 ກໍລະກົດ 2021 ເຖິງ ສົມເດັດ ໃນຖານະທີ່ໄດ້ປະກອບສ່ວນສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ປະຊາຊົນ ຣັດເຊຍ ແລະ ກຳປູເຈຍ.

– ວັນທີ 12 ກຸມພາ 2022 ໄດ້​ຮັບ​ການ​ຮັບ​ຮູ້​ວ່າການປະຕິບັດວຽກງານຂອງ ສົມເດັດ ປະກອບສ່ວນເຂົ້າໃນການສິ້ນສຸດຂອງສົງຄາມກາງເມືອງທີ່ຍາວນານ ແລະ ການກໍ່ສ້າງສັນຕິພາບອັນຍາວນານໃນກຳປູເຈຍ, ຄະນະກຳມະການລາງວັນສັນຕິພາບ Sunhak ທີ່ ນະຄອນຫຼວງເຊອູນ, ສ. ເກົາຫຼີ ໄດ້ເລືອກ ແລະ ມອບລາງວັນສັນຕິພາບ Sunhak ປະຈຳປີ 2022 ໃຫ້ແກ່ ສົມເດັດ.

– ວັນທີ 05 ສິງຫາ 2022 ມະຫາວິທະຍາ​ໄລ​ພະນົມ​ເປັນ ​ໄດ້​ມອບ​ກຽດ​ສັກ​ສີ​ອັນ​ສູງ​ສຸດ​ໃຫ້​ແກ່​ ສົມເດັດ ໄດ້ຮັບປະລິຍາເອກກິດຕິມະສັກ ດ້ານການພັດທະນາ ເຊິ່ງເປັນການຕັດສິນໃຈ ​ໃນ​ວັນ​ທີ 06 ມັງກອນ 2020 ​ທີ່ເຫັນວ່າ ຄວາມຮູ້ຄວາມສາມາດ ແລະ ວິໄສທັດຂອງ ສົມເດັດ ໃນການຊີ້ນຳ-ນຳພາ ແລະ ການພັດທະນາ​ໃນ​ທຸກ​ຂົງ​ເຂດ, ​ໃນ​ລະດັບ​ຊາດ ​ແລະ ສາກົນ.
– ວັນທີ 19 ທັນວາ 2022 ​ເຫັນ​ໄດ້​ເຖິງ​ຄວາມ​ສະ​ຫຼາດສ່ອງໃສ, ສະຕິ​ປັນຍາ ​ແລະ ຄວາມ​ເຕັມ​ໃຈ, ຄວາມ​ອຸທິດ​ສ່ວນ​ອັນ​ແຮງ​ກ້າ​ຕໍ່​ປະ​ເທດ​ຊາດ ​ແລະ ປະຊາຊົນ, ແລະ ການ​ເສຍສະຫຼະ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ນຳ​ມາ​ເຊິ່ງສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ກ້າວໜ້າ ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ປະ​ເທດ​ຊາດ ​ແລະ ປະຊາຊົນ, ​ໃນ​ການ​ຊີ້​ນຳ​ນຳພາ​ຂອງ ສົມເດັດ ​ໃນ​ການ​ຕ້ານ​ພະຍາດ​ໂຄ​ວິດ-19, ລວມທັງຊ່ວຍຊີວິດປະຊາຊົນ ແລະ ນຳພາປະເທດໃຫ້ຫຼຸດພົ້ນອອກຈາກວິກິດການເສດຖະກິດທີ່ເກີດຈາກການລະບາດຂອງພະຍາດໂຄວິດ-19 ຢ່າງວ່ອງໄວ, ພ້ອມດ້ວຍຜົນສຳເລັດອັນສະຫງ່າງາມຂອງການເປັນປະທານອາຊຽນ ໃນປີ 2022 ຈະເຮັດໃຫ້ອາຊຽນກາຍເປັນເວທີປາໄສທີ່ມີທ່າແຮງ ​ໃນ​ການ​ເຈລະຈາ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ທົ່ວ​ໂລກ, ​ເຖິງ​ວ່າ​ຈະ​ມີ​ຫຼາຍ​ບັນຫາ​ທີ່​ຮ້ອນ​ແຮງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ​ຂອງ​ອາ​ຊຽນ, ​ແຕ່​ສະ​ຖາ​ບັນ​ຍຸດ​ທະ​ສາດ​ອາຊີ-ປາຊີ​ຟິກ (KSI) ເຊິ່ງເປັນ​ອົງການ​ແນວ​ຄິດ​ເອກະລາດ ​ໄດ້​ຕົກລົງ​ມອບລາງວັນຄວາມສຳເລັດຕະຫຼອດຊີວິດຂອງຜູ້ນຳໂລກທີ່ໂດດເດັ່ນ ໃຫ້ແກ່ ສົມເດັດ.

ທີ່ມາ: MediaLAOS