Homeຂ່າວພາຍ​ໃນພິທີມອບ-ຮັບໜ້າທີ່ ເລຂາຄະນະພັກ, ລັດຖະມົນຕີ ກະຊວງການເງິນ

ພິທີມອບ-ຮັບໜ້າທີ່ ເລຂາຄະນະພັກ, ລັດຖະມົນຕີ ກະຊວງການເງິນ

Published on

ໃນວັນທີ 3 ກຸມພາ 2023 ທີ່ກະຊວງການເງິນ, ຈັດພິທີມອບ-ຮັບໜ້າທີ່ ເລຂາຄະນະພັກ, ລັດຖະມົນຕີ ກະຊວງການເງິນ ລະຫວ່າງ ທ່ານ ບຸນໂຈມອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ (ຜູ້ເກົ່າ) ແລະ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ (ຜູ້ໃໝ່) ເພື່ອສືບຕໍ່ນໍາພາ-ຊີ້ນຳ ວຽກງານຕາມການຈັດຕັ້ງພັກ-ລັດມອບໝາຍໃຫ້ ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍອະດີດການນຳຂັ້ນສູງ ແລະ ພະນັກງານຫລັກແຫລ່ງກະຊວງການເງິນ ເຂົ້າຮ່ວມ.

ໃນພິທີ, ທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ຜ່ານບັນດານິຕິກຳຕ່າງໆ ໂດຍສະເພາະເອກະສານວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ເປັນຕົ້ນແມ່ນຄຳສັ່ງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 02/ກມສພ, ວັນທີ 26 ມັງກອນ 2023 ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ແລະ ລັດຖະດຳລັດຂອງປະທານປະເທດວ່າດ້ວຍການຍົກຍ້າຍສະມາຊິກລັດຖະບານ ໂດຍຍົກຍ້າຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງການເງິນ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ຢູ່ແຂວງສະຫວັນນະເຂດ. ພ້ອມດຽວກັນນີ້, ຍັງໄດ້ຜ່ານ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 280/ຄລສພ ລົງວັນທີ 26 ມັງກອນ 2023 ວ່າດ້ວຍການແຕ່ງຕັ້ງກຳມະການ ຄະນະພັກ ຄະນະປະຈຳພັກກະຊວງການເງິນ, ມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 07/ກມສພ ລົງວັນທີ 26 ມັງກອນ 2023 ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກກະຊວງການເງິນ ແລະ ລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 010/ປປທ ລົງວັນທີ 31 ມັງກອນ 2023 ວ່າດ້ວຍການແຕ່ງຕັ້ງສະມາຊິກລັດຖະບານ ໂດຍແຕ່ງຕັ້ງ ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເປັນກຳມະການຄະນະພັກ ແລະ ຄະນະປະຈຳກະຊວງການເງິນ ແລະ ເປັນລັດຖະມົນຕີກະຊວງການເງິນ (ຜູ້ໃໝ່).

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ກໍໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ເນັ້ນບາງບັນຫາໃຫ້ຄະນະນຳກະຊວງການເງິນ ສຸມໃສ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ເປັນຕົ້ນ ການຮັກສາສະຖຽນລະພາບທາງດ້ານເສດຖະກິດ ໃຫ້ໝັ້ນທ່ຽງ ໂດຍສະເພາະ ອັດຕາເງິນເຟີ້, ອັດຕາແລກປ່ຽນ, ລາຄານໍ້າມັນ; ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດຢ່າງຫ້າວຫັນ ໂດຍສະເພາະ ຊຸກຍູ້ການຜະລິດເປັນສິນຄ້າສົ່ງອອກ ເພື່ອທົດແທນການນຳເຂົ້າ; ການຄຸ້ມຄອງເງິນຕາ, ຫັນເປັນທັນສະໄໝ; ຄຸ້ມຄອງລາຍຮັບ-ລາຍຈ່າຍ ຕິດພັນກັບການປະຍັດມັດທະຍັດ; ການແກ້ໄຂໝີ້ສິນພາຍໃນ ໂດຍສະເພາະໂຄງການລົງທຶນຂອງລັດ ແລະ ໜີ້ສິນຂອງລັດວິສາຫະກິດຕ່າງໆ; ໃຫ້ກະຊວງການເງິນກວດກາຄືນ ໄຈ້ແຍກແຕ່ລະສັນຍາໂຄງການ ເນື່ອງຈາກມີບາງໂຄງການສາມາດສ້າງລາຍຮັບໄດ້ຫລາຍ ເພື່ອຫັນບັນດາໂຄງການເຫລົ່ານີ້ໃຫ້ມີສ່ວນຮ່ວມເພື່ອຊ່ວຍລັດຖະບານ; ເອົາໃຈໃສ່ຈັດເກັບລາຍຮັບທາງດ້ານງົບປະມານ, ອັດຕາການຮົ່ວໄຫລ ຕ້ອງຫັນເປັນທັນສະໄໝໃຫ້ກວ້າງຂວາງ ແລະ ທົ່ວເຖິງແຕ່ສູນກາງລົງຫາທ້ອງຖິ່ນຕື່ມ.

ພ້ອມກັນນີ້, ການພັດທະນາເຄື່ອງມືທີ່ທັນສະໄໝເຂົ້າໃນການຄຸ້ມຄອງການຈັດເກັບລາຍຮັບ ດ້ວຍລະບົບທີ່ທັນສະໄໝ ລວມທຸກຂົງເຂດທີ່ມີແຫລ່ງລາຍຮັບ ເພື່ອອັດຊ່ອງວ່າງການຮົ່ວໄຫລ; ການເກັບລາຍຮັບຈາກພາສີທີ່ດິນ ຍັງຂາດຂໍ້ມູນຂອງທີ່ດິນ ເພາະວ່າ ທີ່ດິນໄດ້ແບ່ງອອກເປັນຫລາຍປະເພດທີ່ດິນ ເຮັດໃຫ້ການເກັບອາກອນລາຍໄດ້ ຍັງບໍ່ທັນຖືກຕ້ອງໃນບາງທ້ອງຖິ່ນ ແລະ ການເກັບຄ່າທຳນຽມປະຈຳປີ ຍັງບໍ່ທັນຄົບຖ້ວນຕາມເວລາ.
ຂ່າວ: ມະນີທອນ
ພາບ: ກະຊວງການເງິນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...