spot_img
Homeຂ່າວພາຍ​ໃນນັກສຶກສາລາວ 10 ຄົນເດີນທາງໄປຍີ່ປຸ່ນເພື່ອລົງເລິກຄວາມເຂົ້າໃຈໃນປະຫວັດຄວາມເປັນມາຂອງການຮ່ວມມືພັດທະນາຍີ່ປຸ່ນ-ອາຊຽນ

ນັກສຶກສາລາວ 10 ຄົນເດີນທາງໄປຍີ່ປຸ່ນເພື່ອລົງເລິກຄວາມເຂົ້າໃຈໃນປະຫວັດຄວາມເປັນມາຂອງການຮ່ວມມືພັດທະນາຍີ່ປຸ່ນ-ອາຊຽນ

Published on

ໃນວັນທີ 24 ມັງກອນ 2023 ຄະນະຂອງນັກສຶກສາລາວ 10 ຄົນໄດ້ເດີນທາງຈາກ ສປປ ລາວ ໄປຍັງປະເທດຍີ່ປຸ່ນເພື່ອເຂົ້າຮ່ວມໂຄງການແລກປ່ຽນທີ່ຈັດຂຶ້ນພາຍໃຕ້ໂຄງການ JENESYS 2022 ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ.

ໂຄງການດັ່ງກ່າວມີຫົວຂໍ້ກ່ຽວກັບປະຫວັດຄວາມເປັນມາຂອງການຮ່ວມມືພັດທະນາຍີ່ປຸ່ນ-ອາຊຽນ ແມ່ນປະກອບດ້ວຍນັກສຶກສາຈາກບັນດາປະເທດສະມາຊິກອາຊຽນ ແລະ ຕີມໍເລັດ. ໂຄງການນີ້ ແມ່ນສຸມໃສ່ການສະໜັບສະໜູນໃນຄວາມເຂົ້າໃຈທີ່ດີກວ່າຂອງສາຍພົວພັນຍີ່ປຸ່ນ ແລະ ອາຊຽນ ແລະ ສົ່ງເສີມຄວາມເຊື່ອໝັ້ນ ແລະ ຄວາມເຂົ້າໃຈລະຫວ່າງບັນດາຄົນໃນໄວໜຸ່ມຂອງບັນດາປະເທດເຫຼົ່ານີ້ ແລະ ຍີ່ປຸ່ນ.

ນັກສຶກສາ 10 ຄົນນີ້ໄດ້ຖືກຄັດເລືອກໂດຍການຮ່ວມມືກັນກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສູນຮ່ວມມືສາກົນຍີ່ປຸ່ນ (Japan International Cooperation Center), ທີ່ເປັນອົງການຕົວແທນ ທາງການໃນການຈັດໂຄງການ JENESYS 2022. ນັກສຶກສາລາວເຫຼົ່ານີ້ຮ່ວມກັບເພື່ອນນັກສຶກສາທີ່ມາຈາກປະເທດອື່ນແມ່ນຈະຖືກແບ່ງເປັນ 5 ກຸ່ມເພື່ອປັບປຸງຄວາມຮູ້ຂອງພວກເຂົາໂດຍຜ່ານການເຂົ້າຮ່ວມ ການປະຖະກະຖາ, ຢ້ຽມຢາມຊົມບັນດາສະຖາບັນ ແລະ ອຸດສາຫະກໍາຕ່າງໆ. ນອກຈາກນີ້ ຍັງຈະໄດ້ແລກປ່ຽນປະສົບການໃນບັນດາງານວັດທະນະນະທໍາທີ່ແຕກຕ່າງ, ການປະຊຸມ ແລະ ການປຶກສາຫາລືກັບ ຄົນທ້ອງຖິ່ນຢູ່ທີ່ ຍີ່ປຸ່ນ. ຜູ້ເຂົ້າຮ່ວມໄດ້ເປັນທີ່ຄາດຫວັງເພື່ອແບ່ງປັນປະສົບການຕ່າງໆຂອງພວກເຂົາ, ຮຽນຮູ້ໃນສິ່ງຕ່າງໆ ແລະ ເຂົ້າໃຈກັບຜູ້ຄົນໃນວົງທີ່ກວ້າງກວ່າຢູ່ທີ່ທາງບ້ານ ແລະ ຕ່າງປະເທດໂດຍນໍາໃຊ້ເຄືອຂ່າຍສັງຄົມອອນລາຍໃນຕະຫຼອດໄລຍະເວລາທີ່ອາໄສ ຢູ່ທີ່ຍີ່ປຸ່ນ ແລະ ຫຼັງຈາກທີ່ພວກເຂົາກັບຄືນປະເທດ.

JENESYS (Japan-East Asia Network of Exchange for Students and Youths) ແມ່ນໂຄງການແລກປ່ຽນລະຫວ່າງ ຄົນສູ່ຄົນ ທີ່ແນ່ໃສ່ໄວໜຸ່ມ ລະຫວ່າງ ຢີ່ປຸ່ນ ແລະ ຂົງເຂດອາຊີ-ປາຊີຟິກ. ໄວໜຸ່ມລາວຫຼາຍກວ່າ 2,000 ຄົນ ເຄີຍໄດ້ໄປຍີ່ປຸ່ນເພື່ອເຂົ້າຮ່ວມໂຄງການດັ່ງກ່າວ ນັບຕັ້ງແຕ່ການສ້າງຕັ້ງ ໂຄງການ JENESYS ໃນປີ 2007 ເປັນຕົ້ນມາ. ຫຼັງຈາກ 2 ປີທີ່ໄດ້ຖືກຢຸດຕິລົງຍ້ອນການລະບາດຂອງ ພະຍາດໂຄວິດ-19 ແລະ ການຢ້ຽມຢາມແບບເຊິ່ງໜ້າໄດ້ເລີ່ມຕົ້ນຂຶ້ນຄືນໃນເດືອນຕຸລາ 2022. ມັນເປັນທີ່ຄາດຫວັງວ່າໂຄງການແລກປ່ຽນເຫຼົ່ານີ້ຈະສືບຕໍ່ສ້າງພື້ນຖານທີ່ເຂັ້ມແຂງໃຫ້ກັບສາຍພົວພັນມິດຕະພາບທີ່ຍາວນານ ແລະ ການຮ່ວມມືລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...