ນາຍົກລັດຖະມົນຕີ ເນັ້ນໃຫ້ພາກທຸລະກິດຕ້ອງຮ່ວມມືກັບລັດຖະບານ

0
619

ທ່ານ ສອນໄຊ ສີພັນດອນ ນາຍົກລັດ​ຖະມົນຕີ ແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ພາກທຸ​ລະກິດ ຕ້ອງໄດ້ເອົາໃຈໃສ່ຮ່ວມມືກັບລັດຖະບານ ແລະ ປະຊາຊົນໃນທົ່ວປະເທດ ເພື່ອໃຫ້ບັນດາເປົ້າໝາຍທີ່ລັດຖະບານວາງໄວ້ໃນປີ 2023 ເປັນຕົ້ນ ເປົ້າໝາຍດ້ານການເຕີບໂຕເສດຖະ​ກິດ, ການຜະລິດເປັນສິນຄ້າ ແລະ ເປົ້າໝາຍອື່ນໆ ໄດ້ບັນລຸໃຫ້ເກີດຜົນເປັນຈິງ.

อาจเป็นรูปภาพของ 2 คน และ สถานที่ในร่ม

ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ງານມອບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ ສະພາການຄ້າ ແລະ ອຸດສາຫະກກຳ ແຫ່ງຊາດລາວ (ສຄອຊ) ປະຈໍາປີ 2022 ໄດ້ຈັດຂຶ້ນໃນວັນທີ 23 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ.

ໃນກອງປະຊຸມ, ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ໄດ້ກ່າວລາຍງານຫຍໍ້ໃຫ້ຮູ້ວ່າ: ການມອບ-ຮັບລາງວັນທຸລະກິດຊັ້ນນໍາດີເດັ່ນ ສຄອຊ ປະຈໍາປີ 2022 ແມ່ນເປັນຄັ້ງທີ 6 ນັບແຕ່ປີ 2016 ຊຶ່ງການຄັດເລືອກຫົວ​ໜ່ວຍທຸລະກິດທີ່ຈະໄດ້ຮັບລາງວັນດັ່ງກ່າວ ປະຈຳປີ 2022 ແມ່ນໄດ້ມີ 5 ມາດຕະຖານຫຼັກໃນການຄັດເລືອກ ແລະ ຈາກການຄັດເລືອກ ຄະນະກໍາມະການຮັບຜິດຊອບ ສາມາດຄັດເລືອກໄດ້ຫົວໜ່ວຍທຸລະກິດຈຳນວນ 80 ຫົວໜ່ວຍ ທີ່ມາຈາກ 84 ຫົວໜ່ວຍ ໃນນີ້ມີ ນະຄອນຫຼວງວຽງຈັນ 61 ຫົວໜ່ວຍ, ແຂວງຫຼວງນໍ້າທາ 4 ຫົວໜ່ວຍ, ແຂວງວຽງຈັນ 1 ຫົວໜ່ວຍ, ແຂວງບໍລິຄໍາໄຊ 1 ຫົວໜ່ວຍ, ແຂວງສະຫວັນນະເຂດ 6 ຫົວໜ່ວຍ, ແຂວງສາລະວັນ 1 ຫົວໜ່ວຍ, ແຂວງຈຳປາສັກ 5 ຫົວໜ່ວຍ ແລະ ແຂວງອັດຕະປື 5 ຫົວໜ່ວຍ. ລວມມູນຄ່າໂຕເລກທຸລະກິດຂອງ 80 ຫົວໜ່ວຍທີ່ໄດ້ຮັບການຄັດເລືອກ ໃຫ້ໄດ້ຮັບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ ສຄອຊ ປະຈໍາປີ 2022 ມີຢູ່ 2.000 ຕື້ກີບ ແລະ ມີການຈ້າງງານຫຼາຍກວ່າ 15.000 ຄົນ.

อาจเป็นรูปภาพของ หนึ่งคนขึ้นไป และ ผู้คนกำลังยืน

ຈາກນັ້ນ, ທ່ານ ມະໄລທອງ ກົມມະສິດ ລັດ​ຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ຂຶ້ນມອບລາງວັນໃຫ້ແກ້ 80 ຫົວໜ່ວຍທຸລະກິດ ທີ່ໄດ້ຮັບການຄັດເລືອກໃຫ້ໄດ້ຮັບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ ສຄອຊ ປະຈໍາປີ 2022. ພ້ອມນີ້, ໃນກອງປະຊຸມ ຍັງໄດ້ມີຕາງໜ້າພາກທຸລະກິດ ລາຍງານຫຍໍ້ຜົນສໍາເລັດຂອງການດຳເນີນທຸລະກິດໄລຍະຜ່ານມາ ແລະ ມີບາງຂໍ້ສະເໜີຕໍ່ທ່ານນາຍົກລັດຖະ​ມົນຕີ ກໍຄື ລັດຖະບານ.

ທ່ານ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນໂອ້ລົມ ຊຶ່ງກອ່ນອື່ນທ່ານກໍໄດ້ແຈ້ງໃຫ້ຮູ້ວ່າ: ໃນປີ 2023 ລັດຖະບານ ຈະໄດ້ເອົາໃຈໃສ່ ສຸມໃສ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ເນັ້ນໃສ່ເປົ້າໝາຍຈຸດສຸມຕ່າງໆ ໂດຍສະເພາະເປົ້າ​ໝາຍທີ່ເປັນບຸລິມະສິດ ເປັນຕົ້ນ ເປົ້າໝາຍດ້ານການເຕີບໂຕເສດຖະກິດ ທີ່ຈະໄດ້ສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວໃນລະດັບ 4,5% ຂຶ້ນໄປ, ລາຍຮັບຕໍ່ຫົວຄົນ (GDP ຕໍ່ ຫົວຄົນ) ບໍ່ຕໍ່າກວ່າ 1.625 ໂດລາ ແລະ ລວມຍອດລາຍໄດ້ແຫ່ງຊາດ (GNI) ສະເລ່ຍຕໍ່ຫົວຄົນ 1.534 ໂດລາ; ສູ້ຊົນ ຜະລິດກະສິກໍາ ເປັນສິນຄ້າ ໃຫ້ໄດ້ 7,47 ລ້ານໂຕນ, ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ບັນລຸ 14.029,09 ຕື້ກີບ, ຜະລິດກະແສໄຟຟ້າ ໃຫ້ບັນລຸໄດ້ 51.134 ລ້ານກິໂລວັດໂມງ ເປັນມູນຄ່າ 41.321 ຕື້ກີບ; ສູ້ຊົນສ້າງມູນຄ່າການຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ຄ່າບໍລິການສ້ອມແປງ) ໃຫ້ບັນລຸໄດ້ 73.541,80 ຕື້ກີບ, ການບໍລິການຂົນສົົ່ງສິນຄ້າໃນທຸກເສັ້ນທາງ (ທາງບົກ, ທາງນໍ້າ, ທາງອາກາດ ແລະ ທາງລາງ) ໃຫ້ໄດ້ 12.754 ພັນໂຕນ, ສູ້ຊົນດຶງດູດນັກທ່ອງທ່ຽວມາທ່ອງທ່ຽວ ສປປ ລາວ ໃຫ້ໄດ້ປະມານ 1.400.000 ເທືື່ອຄົນ ແລະ ສ້າງລາຍຮັບໝູນວຽນຈາກການທ່ອງທ່ຽວປະ​ມານ 340.000.000 ໂດລາ ແລະ ເປົ້າໝາຍບຸລິມະສິດອື່ນໆ ທີ່ລັດຖະບານຈະສຸ່ມໃສ່ ຊຶ່ງບັນດາເປົ້າໝາຍນີ້ ເປັນເປົ້າໝາຍທີ່ທ້າທາຍແກ່ຄວາມສາມາດ ໂດຍສະເພາະໃນສະພາບແວດລ້ອມໃໝ່ ຂອງພາກພາກພື້ນ ແລະ ສາກົນ, ແຕ່ພັດມີຄວາມຈຳເປັນ ຕ້ອງສູ້ຊົນປະຕິບັດ ແລະ ກໍເປັນໜ້າທີ່ຂອງລັດຖະບານ ທີ່ຈະໄດ້ພ້ອມກັບປະຊາຊົນໃນທົ່ວປະເທດ ເວົ້າສະເພາະ ກໍແມ່ນພາກສ່ວນການຜະ ລິດ-ທຸລະກິດຕ້ອງໄດ້ຮ່ວມມືເຮັດໃຫ້ບັນລຸ ໃຫ້ເກີດຜົນເປັນຈິງ.

ເພື່ອໃຫ້ໄດ້ແນວນັ້ນ, ທ່ານ ນາຍົກ ໄດ້ເນັ້ນ​ໜັກວ່າ: ພວກເຮົາຕ້ອງໄດ້ພ້ອມກັນ ບຸກທະລຸໃນທຸກດ້ານເພື່ອປັບປຸງ ແລະ ກໍ່ສ້າງວິສາ ຫະກິດ, ບໍ່ອະຄະຕິ ຕໍ່ນັກທຸລະກິດ, ຖືນັກທຸລະກິດ ຜູ້ປະກອບການ ຄື ນັກຮົບປະຕິວັດ ໃນພາລະກິດການສ້າງສາພັດທະນາປະເທດ​ຊາດ. ການຊຸກຍູ້ສົ່ງເສີມບັນດາວິສາຫະກິດ ຕ້ອງແທດເໝາະກັບຄວາມເປັນຈິງ, ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ປະຕິບັດຢ່າງສະເໝີຕົ້ນສະເໝີປາຍ ກ່ຽວກັບການສົ່ງເສີມກຳລັງແຮງ ຂອງພາກສ່ວນເສດ​ຖະກິດ ໂດຍຮັບປະກັນໃຫ້ທຸກພາກສ່ວນ ມີຄວາມສະເໝີພາບຕໍ່ໜ້າກົດໝາຍ, ທັງມີສະພາບແວດລ້ອມທີ່ອຳນວຍ ແລະ ເຄື່ອນ​ໄຫວຢ່າງຄ່ອງຕົວ, ປະກອບສ່ວນເຂົ້າໃນການຂະຫຍາຍກຳລັງການຜະລິດ, ສ້າງສາພັດ​ທະນາປະເທດຊາດ, ທັງມີຄວາມສາມາດແຂ່ງຂັນ ໃນຂະບວນວິວັດ ແຫ່ງການເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ.

ທ່ານ ນາຍົກລັດຖະມົນຕີ ເນັ້ນຕື່ມວ່າ: ກ່ອນອື່ນໝົດ, ພວກເຮົາຕ້ອງຮັບປະກັນສະຖຽນລະພາບ ຂອງເສດຖະກິດມະຫາພາກ, ຊຶ່ງມັນສະແດງອອກໃນດ້ານການດຸ່ນດ່ຽງຕ່າງໆ ເປັນຕົ້ນ ການມີວຽກເຮັດງານທຳ, ການມີລາຍໄດ້ປົກກະຕິ ຈຶ່ງຈະຮັບປະກັນການຈັບ​ຈ່າຍໃຊ້ສອຍຂອງສັງຄົມ, ຈາກນັ້ນວິສາ​ຫະກິດ ຈຶ່ງຈະຮັກສາລະດັບການລົງທຶນ ກໍຄື ການສະໜອງສິນຄ້າ. ພາກສ່ວນທຸລະກິດ ຕ້ອງເອົາໃຈໃສ່ໃນການຮັກສາສະພາບຄ່ອງດ້ານການເງິນຂອງຕົນ ເວົ້າງ່າຍໆ ກໍໃຫ້ມີເງິນໝູນວຽນ ເພື່ອໃຊ້ຈ່າຍໃນການເຄື່ອນ ໄຫວທຸລະກິດ ບໍ່ສ້າງພາລະໜີ້ສິນເກີນຂອບເຂດ. ການເພີ່ມຂຶ້ນ ຂອງລາຄາສິນຄ້າຕ້ອງສົມເຫດສົມຜົນ ແລະ ຄວບຄຸມໄດ້. ຕ້ອງມີການດຸ່ນດ່ຽງດ້ານຊັບພະຍາກອນທີ່ເປັນປັດໄຈການຜະລິດຕ່າງໆ ເຊັ່ນ ທຶນຮອນ, ແຮງງານ, ວັດຖຸດິບ, ຕະຫຼາດ ກັບກຳລັງການຜະລິດ ແລະ ອື່ນໆ. ພ້ອມນັ້ນ ກໍຕ້ອງມີການເສຍພັນທະດ້ານພາສີ ແລະ ອາກອນຖືກຕ້ອງຕາມກົດ​ໝາຍ. ເມື່ອມີສະຖຽນລະພາບໃນເສດຖະກິດຈຸນລະພາກ ມັນກໍຈະປະກອບສ່ວນໃຫ້ແກ່ສະຖຽນລະພາບຂອງເສດຖະກິດມະຫາພາກໄດ້.

ສຳລັບ, ການປະກອບສ່ວນຕໍ່ການເຕີບໂຕເສດຖະກິດ, ທ່ານນາຍົກ ຍັງໄດ້ຮຽກຮ້ອງໃຫ້ພາກສ່ວນການຜະລິດ-ທຸລະກິດ ເອົາໃຈໃສ່ຢ່າງຈິງຈັງການເຕີບໂຕທີ່ຍືນຍົງ ຕາມທິດສີຂຽວ. ຄວາມຍືນຍົງ ໃນລະດັບມະຫາພາກ ຊຶ່ງຕ້ອງເອົາໃຈໃສ່ພັດທະນາ ຫຼື ຂະຫຍາຍການຜະລິດ-ທຸລະກິດ ໂດຍຄຳນຶງເຖິງດ້ານເສດຖະກິດ, ດ້ານສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ.

ໃນຕອນທ້າຍ, ທ່ານນາຍົກ ກໍໄດ້ໃຫ້ທັດ​ສະນະວ່າ: ພັກ ແລະ ລັດຖະບານ ຖືເສດຖະກິດ ເປັນໃຈກາງ. ສະນັ້ນ, ພວກເຮົາຕ້ອງພ້ອມກັນເອົາໃຈໃສ່ບັນຫານີ້ ຢ່າງຈິງຈັງ. ພວກເຮົາເຂົ້າໃຈຄວາມຫຍຸ້ງຍາກຂອງພາກທຸລະກິດ ແລະ ຄວາມບໍ່ແນ່ນອນຂອງການຜະລິດ- ທຸລະກິດ, ຊຶ່ງສ່ວນໜຶ່ງ ກໍຢູ່ນອກການຄາດຄະເນ ແລະ ຄວບຄຸມໄດ້. ອັນເຫັນໄດ້ຊັດເຈນ ຄື ສະພາບເສດຖະກິດໂລກ ທີ່ຍັງບໍ່ຟື້ນຕົວດີເທົ່າຄວນ. ນອກນັ້ນ, ສະພາບລາຄານ້ຳມັນໃນຕະຫຼາດໂລກເພີ່ມຂື້ນ, ວັດຖຸດິບ ແລະ ປັດໄຈການຜະລິດອື່ນໆ ກໍເພີ່ມຂຶ້ນເຊັ່ນກັນ ອັນໄດ້ສົ່ງຜົນກະທົບໃຫ້ລາຄາສິນຄ້າຂາຍຢູ່ພາຍໃນ, ສົ່ງອອກ ຂອງພວກເຮົາ ແມ່ນມີຄວາມຫຍຸ້ງຍາກຂຶ້ນ ຊຶ່ງພວກເຮົາຕ້ອງໄດ້ພ້ອມກັນສູ້ຊົນໄປຕື່ມອີກໄລຍະໜຶ່ງ.

ແຫຼ່ງຂ່າວ Lao National Radio