spot_img
Homeຂ່າວພາຍ​ໃນປີ 2022 ເສດຖະກິດ ນວ ຂະຫຍາຍຕົວ 4,83% ຂະແໜງອຸດສາຫະກຳເພີ່ມ 49,05%

ປີ 2022 ເສດຖະກິດ ນວ ຂະຫຍາຍຕົວ 4,83% ຂະແໜງອຸດສາຫະກຳເພີ່ມ 49,05%

Published on

ປີ 2022 ເສດຖະກິດ ຂອງນະຄອນຫຼວງວຽງຈັນ (ນວ) ຂະຫຍາຍຕົວໃນລະດັບ 4,83%, ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 62.243,93 ຕື້ກີບ, ໃນນັ້ນ: ຂະແໜງກະສິກຳ ຂະຫຍາຍຕົວເພີ່ມ 3,91%, ກວມເອົາ 13,77%; ຂະແໜງອຸດສາຫະກຳ ຂະຫຍາຍຕົວເພີ່ມ 6,54%, ກວມເອົາ 49,05%; ຂະແໜງການບໍລິການ ຂະຫຍາຍຕົວ ເພີ່ມ 2,52%, ກວມເອົາ 36,36% ຂອງ GDP.

ອີງຕາມການລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ປີ 2022 ແລະ ທິດທາງແຜນການປີ 2023 ຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນະຄອນຫຼວງວຽງຈັນ ຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ເມື່ອວັນທີ 11 ມັງກ່ອນຜ່ານມາ ວ່າ: ແຜນການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ປີ 2022 ແມ່ນຢູ່ໃນເງື່ອນໄຂສະພາບການຂອງໂລກ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສັບສົນ. ໃນນີ້, ລວມທັງການລະບາດຂອງພະຍາດ ໂຄວິດ-19, ຄວາມຂັດແຍ່ງດ້ານການເມືອງ ແລະ ເສດຖະກິດຂອງບາງປະເທດ ຊຶ່ງເຮັດໃຫ້ເສດຖະກິດໂລກຖົດຖອຍຫຼຸດລົງ 6,0% ໃນປີ 2021 ມາຢູ່ໃນລະດັບ 3,2% ໃນປີ 2022. ສໍາລັບຢູ່ໃນປະເທດລາວເວົ້າລວມ, ເວົ້າສະເພາະ ນະຄອນຫຼວງວຽງຈັນ ກໍ່ຍັງສືບຕໍ່ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃນຫຼາຍດ້ານ ໂດຍສະເພາະແມ່ນ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ທີ່ສະສົມມາຫຼາຍປີ, ບັນຫາການອ່ອນຄ່າຂອງເງິນກີບ, ການແຜ່ລະ ບາດຂອງພະຍາດ ໂຄວິດ-19, ການສົ່ງອອກສິນຄ້າໄປປະເທດໃກ້ຄຽງ, ສະພາບລາຄາສິນຄ້າ ແລະ ນໍ້າມັນເຊື້ອໄຟມີການເໜັງຕີງເພີ່ມຂຶ້ນ. ເຊິ່ງຜ່ານການຈັດຕັ້ງປະຕິບັດຕົວເລກ 94 ຄາດໝາຍ ທີ່ໄດ້ຜ່ານການຮັບຮອງ ຈາກກອງປະຊຸມສະພາປະຊາຊົນ ນະຄອນຫຼວງວຽງຈັນ ໃນປີ 2022 ທີ່ຜ່ານມາ ສາມາດປະຕິ ບັດໄດ້ ແລະ ລື່ນຄາດໝາຍ ຢູ່ 74 ຄາດໝາຍ.

ທ່ານ ໃຫ້ຮູ້ອີກວ່າ: ປີ 2022 ເສດຖະກິດຂອງນະຄອນຫຼວງວຽງຈັນ ຂະຫຍາຍຕົວໃນລະດັບ 4,83% (ແຜນດັດແກ້ 4,36%, ແຜນສູ້ຊົນ 6,5%), ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 62.243,93 ຕື້ກີບ (ແຜນການດັດແກ້ 58.412,26 ຕື້ກີບ, ຄາດໝາຍສູ້ຊົນ 63.076 ຕື້ກີບ), GDP ສະເລ່ຍຕໍ່ຫົວຄົນ 62,91 ລ້ານກີບ (ມະຕິສະພາດັດແກ້ 60,28 ລ້ານກີບ); ໃນນັ້ນ: ຂະແໜງກະສິກຳ ຂະຫຍາຍຕົວ ເພີ່ມຂຶ້ນ 3,91%, ກວມເອົາ 13,77% ຂອງ GDP; ຂະແໜງອຸດສາຫະກຳ ຂະຫຍາຍ ຕົວ ເພີ່ມຂຶ້ນ 6,54%, ກວມເອົາ 49,05% ຂອງ GDP; ຂະແໜງການບໍລິການ ຂະຫຍາຍຕົວ ເພີ່ມຂຶ້ນ 2,52%, ກວມເອົາ 36,36% ຂອງ GDP.

ພ້ອມດຽວກັນນັ້ນ, ການເກັບລາຍຮັບງົບປະມານແມ່ນສາມາດຈັດເກັບລາຍຮັບໄດ້ທັງໝົດ 5.610,32 ຕື້ກີບ, ເທົ່າກັບ 100,25%ຂອງແຜນການປີ 2022 (ມະຕິສະພາ 5.596,26 ຕື້ກີບ) ທຽບໃສ່ປີ 2021 ເພີ່ມຂຶ້ນ 20,85% ຫຼືເທົ່າກັບ967,82 ຕື້ກີບ; ດ້ານການດຶງດູດການລົງທຶນປະຕິບັດໄດ້ 20.165,68 ຕື້ກີບ, ທຽບໃສ່ແຜນການ ປະຕິບັດໄດ້ລື່ນຄາດໝາຍ 53%.

ແຫຼ່ງຂ່າວ laoedaily

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...