spot_img
Homeຂ່າວພາຍ​ໃນແມ່ຄ້າຮຽກຮ້ອງໃຫ້ແກ້ໄຂຕົ້ນເຫດທີ່ພາໃຫ້ລາຄາເຂົ້າສານສູງຂຶ້ນ

ແມ່ຄ້າຮຽກຮ້ອງໃຫ້ແກ້ໄຂຕົ້ນເຫດທີ່ພາໃຫ້ລາຄາເຂົ້າສານສູງຂຶ້ນ

Published on

ປັດຈຸບັນສິນຄ້າປະເພດເຄື່ອງອຸປະໂພກ ບໍລິໂພກ ລາຄາພຸ່ງສູງຂຶ້ນຫຼາຍ ເຊິ່ງໄດ້ສົ່ງຜົນກະທົບໃຫ້ແກ່ຜູ້ຊື້ ແລະ ຜູ້ຂາຍ  ໂດຍສະເພາະ ທຸລະກິດຂະໜາດນ້ອຍ ແລະ ຜູ້ມີລາຍໄດ້ໜ້ອຍ.

ວັນທີ 5 ມັງກອນ 2023 ແມ່ຄ້າຂາຍເຂົ້າ ຕະຫຼາດໂນນຄໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ໃຫ້ສຳພາດວ່າ ຕົນເອງປະກອບອາຊີບຂາຍເຂົ້າສານມາຫຼາຍກວ່ 20 ປີ ໃນໄລຍະປີ 2018 ລົງມາ ທຸລະກິດໄປໄດ້ດີພໍສົມຄວນ ເນື່ອງຈາກວ່າລາຄາເຂົ້າໃນເວລານັ້ນບໍ່ສູງປານໃດ ຂາຍມີກຳໄລງາມ ຕົກມາຮອດປີ 2019 ການຂາຍເຂົ້າເລີ່ມຍາກຂຶ້ນ ເນື່ອງຈາກວ່າມີການລະບາດຂອງພະຍາດໂຄວິດ-19 ໄພພິບັດທາງທຳມາຊາດຕ່າງໆ ແຕ່ກໍພໍປະຄັບປະຄອງໄປໄດ້ ມາຮອດປີ 2022 ລາຄາເຂົ້າເລີ່ມພຸ່ງຂຶ້ນສູງຫຼາຍ ຕ້ອງໄດ້ລົງທຶນສູງ ແລະ ຂາຍຍາກ ກຳໄລຈາກການຂາຍເກືອບບໍ່ມີເລີຍ ລູກຄ້າກໍຫຼຸດລົງ ຈາກທີ່ເຄີຍຊື້ຄັ້ງລະເປົາ ສອງເປົາ ມາຊື້ເປັນເຄິ່ງໝື່ນ ຫຼື 1 ໝື່ນເທົ່ານັ້ນ ຈາກທີ່ເຄີຍຂາຍໝື່ນລະ 90.000-110.000 ກີບ ມາເປັນໝື່ນລະ 140.000-190.000 ກີບ ປັດຈຸບັນ ຍັງມີການປັບຂຶ້ນລາຄາເລື້ອຍໆ.

ນອກຈາກນີ້ ແມ່ຄ້າຂາຍເຂົ້າສານຢູ່ຕະຫຼາດຫົວຂົວ ເມືອງໄຊເສດຖາ ນວ ໃຫ້ຮູ້ວ່າ ນັບແຕ່ປະກອບການຂາຍເຂົ້າສານມາເປັນເວລາຫຼາຍປີພໍສົມຄວນ ແຕ່ບໍ່ເຄີຍພົບລາຄາເຂົ້າຂຶ້ນສູງຄືກັບປີ 2022 ແລະ ເຫັນວ່າຍັງຈະສືບຕໍ່ຂຶ້ນໄປເລື້ອຍໆ ບາງຄັ້ງ ຊື້ເຂົ້າມາຍັງບໍ່ທັນຂາຍໝົດ ເຫັນປັບຂຶ້ນລາຄາໃໝ່ອີກ ເຮັດໃຫ້ທຶນທີ່ຂາຍເຂົ້າໄປນັ້ນ ບໍ່ພໍທີ່ຈະຊື້ເຂົ້າໃນຮອບໃໝ່ ເຊິ່ງບັນຫາດັ່ງກ່າວ ເກີດຈາກຫຼາຍສາເຫດ ເປັນຕົ້ນ ອັດຕາເງິນເຟີ້ ລາຄານໍ້າມັນ ການສົ່ງເຂົ້າອອກຕ່າງປະເທດ ໄພພິບັດ ແລະ ປັດໄຈອື່ນໆ.

ໂອກາດນີ້ ຜູ້ປະກອບການຂາຍເຂົ້າສານ ຂໍຮຽກຮ້ອງມາຍັງພາກສ່ວນກ່ຽວຂ້ອງ ກວດກາຄືນລາຄາເຂົ້າທີ່ຊາວນາຂາຍເຂົ້າໂຮງສີ ແລະ ລາຄາໂຮງສີສົ່ງອອກໃຫ້ແມ່ຄ້າຂາຍຍ່ອຍ ປະເມີນຄວາມຕ້ອງການຂອງຜູ້ບໍລິໂພກພາຍໃນພຽງພໍກ່ອນຈະສົ່ງເຂົ້າອອກ ຈາກນັ້ນ ຕ້ອງມີການກຳນົດການສົ່ງອອກວ່າປີລະຈັກໂຕນ ຄຸ້ມຄອງການເກັບຊື້ເຂົ້າຊະຊາຍຂອງແມ່ຄ້າຄົນຕ່າງປະເທດ ເມື່ອມີແມ່ຄ້າຄົນຕ່າງປະເທດເຂົ້າມາເກັບຊື້ເຂົ້າຈາກຊາວນາລາຄາສູງກວ່າຂາຍພາຍໃນ ສະນັ້ນ ຊາວນາຈຶ່ງເລືອກທີ່ຈະຂາຍເຂົ້າໃຫ້ແມ່ຄ້າຕ່າງປະເທດ ດັ່ງນັ້ນ ແມ່ຄ້າພາຍໃນຈຶ່ງຈຳເປັນຕ້ອງໄດ້ຊື້ຕາມລາຄາຂອງແມ່ຄ້າຕ່າງປະເທດ ຈຶ່ງເຮັດໃຫ້ເຂົ້າມາລາຄາພຸ່ງຂຶ້ນສູງໃນທຸກວັນນີ້ ຖ້າບໍມີການຄວບຄຸມ ຫຼື ຄຸ້ມຄອງ ອາດຈະສົ່ງຜົນກະທົບຕໍ່ພໍ່ແມ່ປະຊາຊົນໄປເລື້ອຍໆ.

ຂ່າວຈາກ vientianemai

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...