Homeຂ່າວຕ່າງປະເທດຝຣັ່ງແຈກຖົງຢາງອະນາໄມ ແລະ ຢາຄຸມກຳເນີດ

ຝຣັ່ງແຈກຖົງຢາງອະນາໄມ ແລະ ຢາຄຸມກຳເນີດ

Published on

ອີງຕາມການລາຍງານຂອງສຳນັກຂ່າວ CNN ລາຍງານວ່າ: ໃນຂະນະນີ້, ມີຖົງຢາງອະນາໄມຟຣີ ສໍາລັບໄວໜຸ່ມອາຍຸຕ່ຳກວ່າ 26 ປີຕາມຮ້ານຂາຍຢາໃນປະເທດຝຣັ່ງ, ເຊິ່ງນີ້ແມ່ນສ່ວນຫນຶ່ງຂອງສິ່ງທີ່ ທ່ານ ເອັມມະນູເອວ ມາຄົງ ປະທານາທິບໍດີຝຣັ່ງ ເອີ້ນວ່າ “ການປະຕິວັດຂະຫນາດນ້ອຍໃນການດູແລສຸຂະພາບປ້ອງກັນ”

ຍຸດທະສາດດ້ານສຸຂະພາບໃໝ່ມີເປົ້າໝາຍເພື່ອຄວບຄຸມການແຜ່ລະບາດຂອງພະຍາດຕິດຕໍ່ທາງເພດສຳພັນ (STDs) ໃນບັນດາໄວໜຸ່ມໃນປະເທດຝຣັ່ງ, ໃນວັນປີໃໝ່ ແລະ ປະກາດໂດຍ ທ່ານ ມາຄົງ (Macron) ໃນເດືອນທັນວາທີ່ຜ່ານມາ ໃນເບື້ອງຕົ້ນແມ່ນແນໃສ່ຄົນອາຍຸ 18-25 ປີ, ແຕ່ຕໍ່ມາໄດ້ຂະຫຍາຍໄປສູ່ກຸ່ມເດັກນ້ອຍ.

ພ້ອມກັນນັ້ນ, ຜູ້ຍິງໃນຝຣັ່ງສາມາດເຂົ້າເຖິງການຄຸມກຳເນີດຟຣີ ເລີ່ມຕັ້ງແຕ່ວັນທີ 1 ມັງກອນ 2023 ເປັນຕົ້ນໄປ ແລະ ລວມເຖິງການປຶກສາຫາລືກັບແພດ ຫຼື ຜພະແນກຜະດຸງຄັນ ແລະ ຂະບວນການທາງການແພດທີ່ກ່-ວຂ້ອງກັບການຄຸມກຳເນີດທີ່ພວກເຂົາເລືອກ.

ມາດຕະການຫຼ້າສຸດມີຂຶ້ນ ເນືອງຈາກໜ່ວຍງານສາທາລະນະສຸກຄາດຄະເນວ່າອັດຕາການຕິດເຊື້ອພະຍາດຕິດຕໍ່ໃນປະເທດຝຣັ່ງຈະເພີ່ມຂຶ້ນປະມານ 30 ສ່ວນຮ້ອຍໃນປີ 2020 ແລະ 2021.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...