spot_img
Homeຂ່າວພາຍ​ໃນເດືອນໜ້າ ແລກປ່ຽນຊື້-ຂາຍຮຸ້ນ ດ້ວຍລະບົບໃໝ່ວິນາທີຕໍ່ວິນາທີ

ເດືອນໜ້າ ແລກປ່ຽນຊື້-ຂາຍຮຸ້ນ ດ້ວຍລະບົບໃໝ່ວິນາທີຕໍ່ວິນາທີ

Published on

356bbd8b41d3d960c79cb14d2aed372a

 

ນັບ​ແຕ່​ເດືອນ​ທັນ­ວາ​ນັກ​ລົງ­ທຶນ​ຈະ​ບໍ່​ຈຳ­ເປັນ​ຕ້ອງ​ນັ່ງ​ລໍ­ຖ້າ​ສົ່ງ​ຄຳ ​ສັ່ງ​ສຳ­ລັບ​ແລກ­ປ່ຽນ​ຊື້-ຂາຍ​ອີກ​ຕໍ່​ໄປ ​ເພາະ​ຕະ­ຫຼາດ

​ຫຼັກຊັບ​ລາວ​ ຈະ​ຍົກ​ລະ­ດັບ​ການ​ໃຫ້​ບໍ­ລິ­ການ​ໃນ​ລະ­ບົບ​ໃໝ່​ ເປັນການ​ຈັບ​ຄູ່​ຕໍ່​ເນື່ອງ​ວິ­ນາ­ທີ​ຕໍ່​ວິ­ນາ­ທີ​ ຕ່າງ​ຈາກ​ປະ­ຈຸ​ບັນ​

ທີ່​ມີໄລ­ຍະ​ດຳ­ເນີນ​ການ​ເຖິງ 6 ຄັ້ງ​ຕໍ່​ວັນ.

 

ເປັນ​ຜົນ­ສຳ­ເລັດ​ອີກ​ຄັ້ງ​ໃໝ່​ໃນ​ຕະ­ຫຼາດ​ທຶນ​ລາວ ​ທີ່​ຈະ​ກ້າວ​ຂ້າມ​ລະ­ບົບການ​ແລກ­ປ່ຽນ​ຊື້ – ຂາຍ​ແບບ​ເປັນ​ໄລ­ຍະ​ໄປ​ເປັນ

​ລະ­ບົບ​ຕໍ່​ເນື່ອງ​ວິ­ນາ­ທີ​ຕໍ່​ວິ­ນາ­ທີ​ຕາມ​ມາດ­ຕະ­ຖານ​ສາ­ກົນ​ນິ­ຍົມ, ທ່ານ ຮສ. ເດດ​ພູ​ວັງ ມູ​ລຣັຕນ໌ ປະ­ທານ​ຄະ­ນະ, ຫົວ­ໜ້າ

​ໃຫຍ່​ຜູ້​ບໍ­ລິ­ຫານ​ຕະ­ຫຼາດ​ຫຼັກ​ຊັບ​ລາວ​ ກ່າວ​ຕໍ່​ທີມ​ຂ່າວ​ເສດ­ຖະ­ກິດ​ມື້­ວານ​ນີ້​ວ່າ:  ໃນ​ເປົ້າ​ໝາຍ​ລວມ​ຂອງ​ການ​ດຳ­ເນີນ​ການ​

ແລກ­ປ່ຽນ​ຊື້-ຂາຍ​ໃນ​ລະ­ບົບ​ຕໍ່​ ເນື່ອງ​ອັນ​ໜຶ່ງ​ແມ່ນ​ເພື່ອ​ຂ່ຳ­ນັບ​ຮັບ​ຕ້ອນ​ວັນ­ຊາດ​ທີ 2 ທັນ­ວາ, ວັນ​ປີ​ໃໝ່​ສາ­ກົນ 2015

ເປັນ​ການ​ປະ­ກອບ­ສ່ວນ​ສ້າງ​ປະ­ຖົມ​ປັດ​ໄຈ​ທາງ​ດ້ານ​ຂໍ້​ມູນ​ໃໝ່​ກ່ຽວ​ກັບ​ ການ​ລົງ­ທຶນ​ໃນ​ຕະ­ຫຼາດ​ຫຼັກ​ຊັບ​ລາວ​ໃຫ້​ແກ່​ແຜນ

​ພັດ­ທະ­ນາ​ເສດ­ຖະ­ກິດ- ສັງ­ຄົມ ແຫ່ງ​ຊາດ​ຄັ້ງ​ທີ VII ທີ່​ສຳ­ຄັນ​ແມ່ນ​ເພື່ອ​ຕ້ອນ­ຮັບ​ບໍ­ລິ­ສັດ​ນ້ອງ​ໃໝ່​ທີ່​ເຂົ້າ​ຈົດ​ທະ­ບຽນ​ ໃນ

​ຕະ­ຫຼາດ​ຫຼັກ​ຊັບ​ລາວ​ທ້າຍ​ປີ​ນີ້​ຄື​ປີ​ໂຕຣ​ລ້ຽມ ເທຣດ​ດິ້ງ​ລາວ ມະ­ຫາ­ຊົນ.

 

ຊຶ່ງ​ຕະ­ຫຼາດ​ຫຼັກ​ຊັບ​ລາວ​ໄດ້​ປະ­ຕິ­ບັດ​ຕາມ​ຄຳ​ໝັ້ນ​ສັນ­ຍາ​ທີ່​ໃຫ້​ໄວ້​ ກັບ​ທາງ​ຕະ­ຫຼາດ​ເອງ​ໃນ​ເບື້ອງ​ຕົ້ນ​ວ່າ​ຈະ​ເປີດ​ນຳ​ໃຊ້​ຮູບ​

ແບບ​ການ​ປະ​ກວດ ​ແຂ່ງ­ຂັນ​ລາ­ຄາ​ແບບ​ຕໍ່​ເນື່ອງ​ໃນ​ການ​ຈັບ​ຄູ່ “ວິ­ນາ­ທີ​ຕໍ່​ວິ­ນາ­ທີ” ທັນ­ທີ​ທີ່​ມີ​ບໍ­ລິ­ສັດ​ເຂົ້າ​ຈົດ​ທະ­ບຽນ​ເປັນ​

ແຫ່ງ​ທີ 4  ໂດຍ​ລະ­ບົບ​ດັ່ງ­ກ່າວ​ການ​ຈັບ​ຄູ່​ຈະ​ເກີດ​ຂຶ້ນ​ໄດ້​ທຸກ­ເມື່ອ ເມື່ອ​ນັກ​ລົງ­ທຶນ​ສົ່ງ​ຄຳ​ສັ່ງ​ເພື່ອ​ສະ­ເໜີ​ຊື້ ແລະ ຂາຍ​ໃນ​ລາ­

ຄາ​ທີ່​ດີ​ທີ່​ສຸດ​ກໍ່​ຄື​ການ​ຈັບ​ຄູ່​ທີ່​ລົງ​ຕົວ​ກັນ​ຕາມ​ແຜນ​ ແມ່ນ​ຈະ​ໃຫ້​ໄດ້​ເລີ່ມ​ນຳ​ໃຊ້​ເປັນ​ທາງ​ການ​ນັບ​ແຕ່​ວັນ​ທີ 3 ທັນ­ວາ 2014

ນີ້​ເປັນ­ຕົ້ນ​ໄປ, ທ່ານ ຮສ. ເດດ​ພູ ວັງ ມູ​ລຣັຕນ໌ ກ່າວ.

 

ທ່ານ​ກ່າວ​ອີ​ກວ່າ: ການ​ແລກ­ປ່ຽນ​ຊື້-ຂາຍ​ຮຸ້ນ​ຂອງ​ນັກ​ລົງ­ທຶນ​ໃນ​ປະ­ຈຸ​ບັນ​ຢູ່​ຕະ­ຫຼາດ​ຫຼັກ​ ຊັບ​ລາວ​ແມ່ນ​ຍັງ​ເປັນ​ລະບົບ​ການ

​ປະ­ມູນ​ພາຍ​ໃຕ້​ລະ­ບຽບ​ການ­ເຄື່ອນ­ໄຫວ​ແລກ­ປ່ຽນ​ຊື້-ຂາຍ​ສະ­ບັບ​ປີ 2011 ຢູ່ ຊຶ່ງ​ມີ​ການ​ຈັບ​ຄູ່​ມື້­ໜຶ່ງ 6 ຄັ້ງ​ຄື​ເວ­ລາ 9:00,

9:30, 10:00, 10:30, 11:00 ແລະ 11:30 ໂມງ ນັກ​ລົງ­ທຶນ​ຕ້ອງ​ໄດ້​ລໍ­ຖ້າ 30 ນາ­ທີ​ຈິ່ງ​ໄດ້​ສົ່ງ​ຄຳ​ສັ່ງ​ເທື່ອ​ໜຶ່ງ ແຕ່​ລະ­ບົບ​ໃໝ່​

ຈະ​ສາ­ມາດ​ຈັບ​ຄູ່​ໄດ້​ທຸກ​ເວ­ລາ​ ຫາກ​ຄຳ​ສັ່ງ​ແລກ­ປ່ຽນ​ ຊື້-ຂາຍ​ກົງ​ກັນ​ຈິ່ງ​ຫວັງ​ວ່າ­ການ​ຕັດ­ສິນ​ໃຈ​ປ່ຽນ​ຮູບ​ແບບ​ໃໝ່​ໃນ​ຄັ້ງ​ນີ້​

ຈະ​ຊ່ວຍ​ສ້າງ​ຄວາມ​ສະ­ດວກ​ໃຫ້​ບັນ­ດາ​ນັກ​ລົງ­ທຶນ​ມີ​ຄວາມ​ສະ­ດວກ​ໃນ​ ການ​ແລກ­ປ່ຽນ​ຊື້-ຂາຍ ແລະ ເພີ່ມ​ມູນ​ຄ່າ​ຕໍ່​ວັນ​

ຫຼາຍ​ຂຶ້ນ.

 

ໂດຍ​ຕະ­ຫຼາດ​ຫຼັກ​ຊັບ​ລາວ​ແຈ້ງ­ວ່າ: ການ​ນຳ​ໃຊ້​ລະ­ບົບ​ຈັບ​ຄູ່​ຕໍ່​ເນື່ອງ​ນີ້​ບັນ­ດາ​ບໍ­ລິ­ສັດ​ຫຼັກ​ຊັບ ແລະ ນັກ​ລົງ­ທຶນ ບໍ່​ຈຳ­ເປັນ​ປ່ຽນ

­ແປງ ຫຼື ນຳ​ໃຊ້​ໂປຣ​ແກມ​ໜ້າ​ຕ່າງ​ໃໝ່​ແຕ່​ຢ່າງ­ໃດ ເພາະ​ການ​ຈັບ​ຄູ່​ແມ່ນ​ເກີດ​ຂຶ້ນ​ໃນ​ເບື້ອງ​ຕະ­ຫຼາດ​ຫຼັກ​ຊັບ ສະ­ນັ້ນ ທ່ານ​ສາ

­ມາດ​ສົ່ງ​ຄຳ​ສັ່ງ​ຊື້-ຂາຍ​ຜ່ານ​ລະ­ບົບ​ເກົ່າ​ຕາມ​ປົກ­ກະ­ຕິ​ໃນ​ ປະ­ຈຸ​ບັນ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...