spot_img
Homeຂ່າວພາຍ​ໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ

ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ

Published on

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມັນຕີ ໄດ້ຕາງໜ້າໃຫ້ລັດຖະບານ ຂຶ້ນລາຍງານຄວາມຄືບຫນ້າການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ (2021-2023) ມາຮອດປັດຈຸບັນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 8 ທັນວາ 2022 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ຮອງນາຍົກລັດຖະມົນຕີໄດ້ກ່າວ ເນື້ອໃນສໍາຄັນມີບາງຕອນວ່າ: ຜ່ານການຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມຂອງວາລະແຫ່ງຊາດ ນັບແຕ່ເດືອນ ສິງຫາ 2021 ມາເຖິງປັດຈຸບັນ (1 ປີ 3 ເດືອນ) ສາມາດຕີລາຄາຜົນສໍາເລັດ ແລະ ມີທັງຂໍ້ຄົງຄ້າງຂອງການຈັດຕັ້ງປະຕິບັດ ທີ່ລັດຖະບານ ຈະໄດ້ສຸມໃສ່ແກ້ໄຂ ໃນໄລຍະທ້າຍປີ 2022 ແລະ ປີ 2023. ແຕ່ເຖິງຢ່າງໃດກໍຕາມ, ສໍາລັບການຈັດຕັ້ງປະຕິບັດວາລະແຫ່ງຊາດດັ່ງກ່າວໃນປີນີ້ ກໍໄດ້ມີຜົນສຳເລັດຫຼາຍດ້ານທີ່ພົ້ນເດັ່ນ ເຖິງແມ່ນວ່າ ເສດຖະກິດຂອງປະເທດເຮົາປະເຊີນກັບຜົນກະທົບຈາກພາຍນອກ ເປັນຕົ້ນ ການລະບາດຂອງພະຍາດໂຄວິດ-19, ຂໍ້ຂັດແຍ່ງດ້ານການເມືອງ ກໍຄືດ້ານເສດຖະກິດ, ບັນຫາການເພີ່ມຂຶ້ນຂອງລາຄາສິນຄ້າໃນຕະຫຼາດໂລກ ເຊັ່ນ: ລາຄານໍ້າມັນເຊື້ອໄຟ, ລາຄາສະບຽງອາຫານ ແລະ ອື່ນໆ, ລວມທັງສະພາບຄວາມບອບບາງເສດຖະກິດມະຫາພາກຢູ່ພາຍໃນປະເທດ, ແຕ່ພວກເຮົາ ກໍສາມາດບັນລຸໄດ້ເຊັ່ນ: ການຂະຫຍາຍຕົວເສດຖະກິດ ຍັງສາມາດຮັກສາອັດຕາການເຕີບໂຕຢູ່ໃນລະດັບສູງກວ່າ 4% ເຊິ່ງໃນປີ 2022 ຄາດວ່າຈະບັນລຸ 4,4% (ຄາດໝາຍວາລະແຫ່ງຊາດ 4% ໃນນີ້, ການຜະລິດກະສິກຳມີທ່າອ່ຽງຂະຫຍາຍຕົວດີຂຶ້ນ ຈາກລະດັບ 1,2% ໃນປີ 2020, 2,5% ໃນປີ 2021 ມາເປັນ 2,9% ໃນປີ 2022 ຕາມລໍາດັບ, ຊຶ່ງໄດ້ເຮັດໃຫ້ມູນຄ່າການສົ່ງອອກສິນຄ້າກະສິກຳ ມີທ່າອ່ຽງເພີ່ມຂຶ້ນ ປະມານ 15% (ໂດຍສະເພາະ ຢາງພາລາ ເພີ່ມຂຶ້ນ 36% ແລະ ມັນຕົ້ນ ເພີ່ມຂຶ້ນ 28% ສົມທຽບໄລຍະດຽວກັນຂອງປີ ຜ່ານມາ).

ນອກນັ້ນ, ການຂະຫຍາຍຕົວຂະແໜງບໍລິການທີ່ພັກອາໄສ ຕິດພັນກັບການທ່ອງທ່ຽວ ແລະ ການບໍລິການຂົນສົ່ງ ໄດ້ຂະຫຍາຍຕົວເພີ່ມຂຶ້ນຈາກລະດັບຕິດລົບ ມາເປັນ 7,1% ແລະ 6,8% ໃນໄລຍະ 9 ເດືອນ ປີ 2022 ຕາມລໍາດັບ. ຂະນະທີ່ ການເກັບລາຍຮັບຂະຫຍາຍຕົວດີຂຶ້ນ ຊຶ່ງສາມາດບັນລຸໄດ້ ໃນລະດັບ 15,28% ຂອງ GDP ໃນປີ 2022 (ຄາດໝາຍຂອງວາລະແຫ່ງຊາດ: 15% ຂອງ GDP ຂຶ້ນໄປ), ເຮັດໃຫ້ອັດຕາການຂາດດຸນງົບປະມານຈະຢູ່ໃນລະດັບ 0,99% ຂອງ GDP ຕໍ່າກວ່າຄາດໝາຍວາລະແຫ່ງຊາດ (-2% ຂອງ GDP).

ສໍາລັບການແກ້ໄຂສະພາບໜີ້ສິນຕ່າງປະເທດ ຍັງສາມາດປະຄັບປະຄອງໄປໄດ້ ແລະ ມີຄວາມພະຍາມສູງໃນການຊຳລະຕາມເວລາ ເພື່ອບໍ່ໃຫ້ຕົກເຂົ້າສູ່ສະພາບການເປັນປະເທດ ທີ່ບໍ່ສາມາດຊຳລະໜີ້ໄດ້; ຄັງສຳຮອງເງິນຕາຕ່າງປະເທດ ກໍຍັງສາມາດກຸ້ມການນໍາເຂົ້າໃນລະດັບ 3,01 ເດືອນ ຕາມຄາດໝາຍ ແລະ ລະດັບ NPL ຫຼື ໜີ້ບໍ່ເກີດດອອກຜົນ ມາຮອດທ້າຍເດືອນຕຸລາ 2022 ຢູ່ໃນລະດັບ 2,15% ຕໍ່າກວ່າຄາດໝາຍທີ່ວາງໄວ້ ບໍ່ເກີນ (3%).

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...