Homeຂ່າວການພັດທະນາຢູ່ລາວມີ 2 ລ້ານກວ່າຄົນຍັງຂາດວິດຖ່າຍ

ຢູ່ລາວມີ 2 ລ້ານກວ່າຄົນຍັງຂາດວິດຖ່າຍ

Published on

bkift3et copy

 

ກະຊວງສາທາລະນະສຸກ ເປີດເຜີຍວ່າ: ປັດຈຸບັນຢູ່ລາວມີປະມານ 2,3 ລ້ານຄົນບໍ່ໄດ້ຖ່າຍໃສ່ວິດ ຫລື ຖ່າຍຊະຊາຍ,

ຂະນະທີ່ອົງການອານາໄມໂລກໃຫ້ຮູ້ວ່າ: ທົ່ວໂລກຄົນປະມານ 2,5 ຕື້ ຄົນບໍ່ໄດ້ຖ່າຍໃສ່ວິດ, ໃນນັ້ນ ໜຶ່ງຕື້ກວ່າຄົນ

ແມ່ນຖ່າຍຊະຊາຍຍ້ອນບໍ່ມີວິດຖ່າຍ, ເຊິ່ງສະພາບດັ່ງກ່າວແມ່ນເກີດຂື້ນຫລາຍຢູ່ຊົນນະບົດເຂດຫ່າງໄກສອກ

ຫລີກ, ມັນເປັນສິ່ງທ້າທາຍຕໍ່ວຽກງານສຸຂະພິບານ.

 

ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ລະບົບສຸຂາພິບານບໍ່ໄດ້ມາດຕະຖານຍັງສົ່ງຜົນກະທົບຕໍ່ເສດຖະກິດຂອງປະເທດ,

ໂດຍທະນາຄານໂລກຊີ້ໃຫ້ເຫັນວ່າ ສປປ ລາວ ຕ້ອງສູນເສຍງົບປະມານເຖິງ 5 ພັນຕື້ກີບເທົ່າ ກັບ 5,6% ຂອງລວມ

ຍອດຜະລິດຕະພັນພາຍໃນ (GDP) ຍ້ອນລະບົບສຸຂາພິບານບໍ່ໄດ້ມາດຕະຖານ ແລະ ພະຍາດຖອກທ້ອງ ແມ່ນອັນ

ດັບ 3 ຂອງສາເຫດການເສຍຊີວິດກ່ອນໄວອັນຄວນ, ໂດຍສະເພາະການເສຍຊີວິດໃນເດັກນ້ອຍ, ເຊິ່ງເຊື້ອພະຍາດ

ດັ່ງກ່າວມີສາເຫດມາຈາກການຂາດການເຂົ້າເຖິງນ້ຳທີ່ສະອາດ ແລະ ສຸຂະອະນາໄມ.

 

ບັນຫາດັ່ງກ່າວໄດ້ລາຍງານ ຢູ່ພິທີສະເຫລີມສະຫລອງວັນວິດຖ່າຍໂລກວັນທີ 19 ພະຈິກ 2014, ຢູ່ນະຄອນຫລວງ

ວຽງຈັນ, ໂດຍແມ່ນກະຊວງສາທາລະນະສຸກຂອງລາວ, ອົງການຢູນີເຊັບ, ທະນາຄານໂລກຮ່ວມກັນຈັດຂຶ້ນໃນຫົວຂໍ້:

ຄວາມສະເໝີພາບ ແລະ ກຽດສັກສີ. ສຳລັບ ສປປ ລາວ ໄດ້ວາງເປົ້າໝາຍດ້ວຍການຫລຸດຜ່ອນອັດຕາການຖ່າຍ

ຊະຊາຍຢູ່ເຂດຊົນນະບົດໃຫ້ໄດ້ 35% ພາຍໃນປີ 2016 ແລະ ການເຊື່ອມສານວຽກງານສຸຂາພິບານໄປຄຽງຄູ່ກັບແຜນ

ງານດ້ານອາຫານ ແລະ ໂພສະນາການ 2014-2020.

 

ວັນວິດຖ່າຍໂລກ 19 ພະຈິກ, ແມ່ນຖືກຮັບຮອງເປັນວັນສາກົນຢ່າງເປັນທາງການໂດຍອົງການສະຫະປະຊາຊາດໃນ

ປີ 2013 ເພື່ອເປັນການຍອມຮັບເຖິງຄວາມສຳຄັນຂອງສຸຂາພິບານຕໍ່ກັບບັນຫາຄວາມທຸກຈົນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...