Homeຂ່າວພາຍ​ໃນທົ່ວປະເທດລາວ ມີເຂດເສດຖະກິດພິເສດ ທັງໝົດ 22 ເຂດ ມີບໍລິສັດລຶງທຶນ 1.184 ບໍລິສັດ

ທົ່ວປະເທດລາວ ມີເຂດເສດຖະກິດພິເສດ ທັງໝົດ 22 ເຂດ ມີບໍລິສັດລຶງທຶນ 1.184 ບໍລິສັດ

Published on

ມາຮອດປັດຈຸບັນ ສປປ ລາວ ມີເຂດເສດຖະກິດພິເສດ ທີ່ໄດ້ຮັບການອະນຸມັດສ້າງຕັ້ງ ໃນຂອບເຂດທົ່ວປະເທດທັງໝົດ ຈຳນວນ 22 ເຂດ ທີ່ຕັ້ງຢູ່ 8 ແຂວງ, ມີບໍລິສັດເຂົ້າມາຈົດທະບຽນ ແລະ ລົງທຶນທັງໝົດ 1.184 ບໍລິສັດ, ມອບພັນທະເຂົ້າງົບປະມານຂອງລັດໄດ້ທັງໝົດ 809 ຕື້ກວ່າກີບ, ສົ່ງອອກສີນຄ້າ 3 ຕື້ກວ່າໂດລາສະຫະລັດ, ມີແຮງງານທັງໝົດ 61.482 ຄົນ.

ທ່ານ ສອນປະເສີດ ດາລາວົງ ຄະນະບໍລິຫານງານພັກກະຊວງແຜນການ ແລະ ການລົງທຶນ, ເລຂາໜ່ວຍພັກ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ໄດ້ກ່າວວ່າ: ວັນຊາດ ທີ 2 ທັນວາ 2022 ຄົບຮອບ 47 ປີ (2/12/1975 – 2/12/2022) ນີ້ ແມ່ນວັນທີ່ມີຄວາມໝາຍສຳຄັນທາງດ້ານປະຫວັດສາດຂອງຊາດລາວ ແລະ ຄົນລາວເຮົາ ເປັນ 47 ປີ ແຫ່ງການສ້າງຕັ້ງລະບອບໃໝ່ຄື: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ເມື່ອຫວນຄືນເບິ່ງປະຫວັດສາດໃນຫຼາຍຍຸກຫຼາຍສະໄໝຜ່ານມາ, ກວ່າປະເທດຊາດບ້ານເມືອງຈະກ້າວເດີນມາໄດ້ເຖິງຈຸດນີ້ ພວກເຮົາໄດ້ຜ່ານພົ້ນ ແລະ ຜ່ານຜ່າບັນດາກະແສຟອງປະຕິວັດແຫ່ງການຕໍ່ສູ້ທີ່ລະອິດລະອ້ຽວມາຫຼາຍເຊັ່ນຄົນ ນັບແຕ່ຂະບວນຕໍ່ສູ້ເພື່ອເອກະລາດ, ອິດສະຫຼະພາບ ມາຮອດການປະຕິວັດຊາດປະຊາທິປະໄຕ ເພື່ອປົດປ່ອຍປະເທດຊາດ, ກ້າວສູ່ໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ຕະຫລອດໄລຍະ 46 ປີແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງ ພັກປະຊາຊົນປະຕິວັດລາວ ແລະ ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມານີ້ ແມ່ນໄດ້ເຮັດໃຫ້ປະເທດຊາດບ້ານເມືອງຂອງພວກເຮົາມີຄວາມສະຫງົບສຸກຮົ່ມເຢັນ, ລະບົບການເມືອງນັບມື້ມີສະຖຽນລະພາບໝັ້ນຄົງ. ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມນັບມື້ມີຄວາມຈະເລີນຮຸ່ງເຮືອງ, ສີວິໄລ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າກໍນັບມື້ດີຂຶ້ນເທື່ອລະກ້າວ ອັນເຮັດໃຫ້ສີສັນຂອງລະບອບໃໝ່ ກໍຄື ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດດເດັ່ນ ແລະ ກ້າວເດີນໄປບົນເສັ້ນທາງອັນສະຫງ່າງາມຂອງຍຸກສະໄໝນັ້ນກໍຄື ປະເທດຊາດໄດ້ມີເອກະລາດ ແລະ ມີອະທິປະໄຕຢ່າງສົມບູນແບບ.

ສໍາລັບວຽກງານການເຂດເສດຖະກິດພິເສດກໍໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງໄດ້ສ້າງຕັ້ງຂຶ້ນໃນປີ 2003 ເປັນຕົ້ນມາ, ໂດຍລັດຖະບານໄດ້ເລີ່ມພັດທະນາເຂດເສດຖະກິດພິເສດ ສະຫວັນ-ເຊໂນເປັນເຂດທໍາອິດ ເຂດເສດຖະກິດພິເສດ ຂຽນຫຍໍ້ວ່າ “ຂສພ” ຂຽນເປັນພາສາອັງກິດ: Special Economic Zone “SEZ” ແມ່ນເຂດທີ່ມີກົນໄກຄຸ້ມຄອງບໍລິຫານສະເພາະ ເພື່ອສ້າງເງື່ອນໄຂໃຫ້ແກ່ການດຶງດູດການລົງທຶນ ທີ່ນຳໃຊ້ເຕັກໂນໂລຊີສູງ, ນຳໃຊ້ນະວັດຕະກຳ ໃນການຜະລິດກະສິກຳເປັນສິນຄ້າ, ການຜະລິດທີ່ສະອາດ, ປະຢັດຊັບພະຍາກອນທຳມະຊາດ ແລະ ພະລັງງານ ເພື່ອການພັດທະນາແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ພ້ອມທັງປະກອບສ່ວນເຂົ້າໃນການເຕີບໂຕຂອງ GDP.

ເຂດເສດຖະກິດພິເສດ ປະກອບມີ: ນິຄົມອຸດສາຫະກຳ, ເຂດພັດທະນາກະສິກຳ, ອຸດສາຫະກຳປຸງແຕ່ງເພື່ອສົ່ງອອກ, ການພັດທະນາເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ, ການບໍລິການ, ການຄ້າ, ການທ່ອງທ່ຽວ ແລະ ເຂດພັດທະນາ ຖ້າຈະເວົ້າແລ້ວວຽກງານການພັດທະນາເຂດເສດຖະກິດພິເສດຂອງພວກເຮົາທີ່ຈັດຕັ້ງປະຕິບັດຢູ່ໃນປະຈຸບັນນີ້ ເນື້ອແທ້ກໍ່ແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ, ແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ ແລະ ກົດໝາຍສົ່ງເສີມການລົງທຶນ.

ມາຮອດປັດຈຸບັນ ສປປ ລາວ ມີເຂດເສດຖະກິດພິເສດ ທີ່ໄດ້ຮັບການອະນຸມັດສ້າງຕັ້ງ ໃນຂອບເຂດທົ່ວປະເທດທັງໝົດ ຈຳນວນ 22 ເຂດ ທີ່ຕັ້ງຢູ່ 8 ແຂວງຄື: ແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ, ແຂວງຫຼວງພະບາງ, ອຸດົມໄຊ, ນະຄອນຫຼວງວຽງຈັນ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ, ມີບໍລິສັດເຂົ້າມາລົງທຶນທັງໝົດ 1.184 ບໍລິສັດ, ມອບພັນທະເຂົ້າງົບປະມານຂອງລັດໄດ້ທັງໝົດ 809 ຕື້ກວ່າກີບ, ສົ່ງອອກສິນຄ້າ 3 ຕື້ກວ່າໂດລາສະຫະລັດ, ມີແຮງງານທັງໝົດ 61.482 ຄົນ (ລາວ 32.059 ຄົນ ກວມເອົາ 52%, ຕ່າງປະເທດ 29.432 ຄົນ ກວມເອົາ 48%).

ໂດຍພື້ນຖານແລ້ວ ຜູ້ພັດທະນາ ຂສພ (ຫຼື ເອີ້ນວ່າ Developer) ມີຄວາມຮັບຜິດຊອບໃນການພັດທະນາລະບົບພື້ນຖານໂຄງລ່າງທີ່ຈຳເປັນ ແລະ ສະໜອງສິ່ງອໍານວຍຄວາມສະດວກທີ່ຈໍາເປັນທັງໝົດສໍາລັບການດໍາເນີນທຸລະກິດຢູ່ພາຍໃນເຂດ. ນອກຈາກນັ້ນ, ລັດຖະບານໄດ້ສ້າງຕັ້ງໜ່ວຍບໍລິການປະຕູດຽວ ພາຍໃຕ້ການຄຸ້ມຄອງຂອງ ຄະນະຄຸ້ມຄອງເຂດເສດຖະກິດພິເສດໃນແຕ່ລະແຂວງທີ່ເຂດເສດຖະກິດພິເສດຕັ້ງຢູ່ ເພື່ອອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດອີກດ້ວຍ.

ແຫຼ່ງຂ່າວ ເສດຖະກິດການຄ້າ

ບົດຄວາມຫຼ້າສຸດ

ອັດຕະປືພົບຄວາມຜິດດ່ຽງດ້ານເອກະສານລາຍຮັບ-ລາຍຈ່າຍ ຫຼາຍກວ່າ 21,85 ຕື້ກີບ ໃນການກວດກາການຊົດເຊີຍ ເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2026...

ຮອງນາຍົກລັດຖະມົນຕີພ້ອມດ້ວຍຄະນະ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81

ໃນວັນທີ 22 ກັນຍາ 2026, ທີ່ ນະຄອນ ນິວຢອກ, ສ.ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງຂອງ...

ຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂບັນຫາສູນປະຕິບັດທໍາ ຫຼັກ 38 ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມນ້ອຍ 207 ຂອງສູນກາງແນວລາວສ້າງຊາດ ໄດ້ຈັດ ກອງປະຊຸມປຶກສາຫາລືເພື່ອແກ້ໄຂ ບັນຫາສູນປະຕິບັດທໍາ ຫຼັກ 38 ຕັ້ງຢູ່ບ້ານສ້າງໄຜ່ ເມືອງປາກງື່ມ...

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນກັນຍາ 2026 ພິຈາລະນາ 16 ຫົວຂໍ້ສຳຄັນ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ກັນຍາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ;...