Homeຂ່າວຕ່າງປະເທດWHO ແລະ CDC ເຕືອນໄພຈາກພະຍາດໝາກແດງ

WHO ແລະ CDC ເຕືອນໄພຈາກພະຍາດໝາກແດງ

Published on

ອົງການອະນາໄມໂລກ ຫຼື WHO ກ່າວວ່າ: ພະຍາດໝາກແດງແມ່ນໜຶ່ງໃນໄວຣັສທີ່ຕິດເຊື້ອຫຼາຍທີ່ສຸດທີ່ຕິດຕໍ່ມາຫາຄົນ. ແຕ່ສາມາດປ້ອງກັນໄດ້ເກືອບໝົດດ້ວຍການສັກວັກຊີນ, ໂດຍ 95% ຂອງປະຊາກອນຕ້ອງໄດ້ສັກວັກຊີນເພື່ອປ້ອງກັນການລະບາດ.

ອົງການ​ອະນາ​ໄມ​ໂລກ (WHO) ​ແລະ ສູນ​ຄວບ​ຄຸມ ​ແລະ ປ້ອງ​ກັນ​ພະຍາດ​ຂອງ​ອາ​ເມ​ລິ​ກາ (CDC) ​ໄດ້​ລາຍ​ງານ​ວ່າ ​ໃນ​ປີ 2021, ອຸປະສັກ​ຕ່າງໆ​ຈາກ​ພະຍາດ​ໂຄ​ວິດ-19. ດ້ວຍເຫດນີ້, ເດັກນ້ອຍເກືອບ 40 ລ້ານຄົນ ບໍ່ໄດ້ຮັບການສັກຢາປ້ອງກັນພະຍາດໝາກແດງ ເຖິງແມ່ນວ່າຈໍານວນກໍລະນີພະຍາດຫມາກແດງບໍ່ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍເມື່ອທຽບກັບປີກ່ອນ.

ການທີ່ເດັກນ້ອຍໄດ້ຮັບການສັກຢາປ້ອງກັນໄດ້ຫຼຸດລົງ, ແຕ່ວ່າການຕິດເຊື້ອບໍ່ໄດ້ເພີ່ມຂຶ້ນຫຼາຍ. ມັນເກີດມາຈາກການປະສົມປະສານຂອງປັດໃຈເຊັ່ນ: ມາດຕະການຫ່າງໄກທາງສັງຄົມທີ່ຍັງໃຊ້ຢູ່ ແລະ ວົງຈອນທໍາມະຊາດຂອງພະຍາດຫມາກແດງ ແຕ່ຫຼັງຈາກນີ້ອາດຈະມີການປ່ຽນແປງຢ່າງວ່ອງໄວ.

ນັບຕັ້ງແຕ່ຕົ້ນປີ, WHO ໄດ້ເຫັນເຖິງການແຜ່ລະບາດໃຫຍ່ຊະນິດສ້າງຄວາມປັ່ນປ່ວນຫຼາຍຄັ້ງ, ພາຍໃນທ້າຍເດືອນກັນຍາ, ການລະບາດໄດ້ເພີ່ມຂຶ້ນຈາກ 19 ເປັນເກືອບ 30 ຄັ້ງ ຄວາມໜ້າກັງວົນຫຼາຍແມ່ນພາກສ່ວນຂອງ sub-Saharan ໃນອາຟຣິກາ.

ທີ່ມາ: WHO

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...