spot_img
Homeຂ່າວພາຍ​ໃນການ​ປະ​ຕິ​ຮູບ​ມີ​ຄວາມ​ສຳ​ຄັນຕໍ່​ການ​ຟື້ນ​ຟູສະ​ຖຽນ​ລະ​ພາບ​ທາງ​ດ້ານ​ເສດ​ຖະ​ກິດ ສ​ປ​ປ ລາວ

ການ​ປະ​ຕິ​ຮູບ​ມີ​ຄວາມ​ສຳ​ຄັນຕໍ່​ການ​ຟື້ນ​ຟູສະ​ຖຽນ​ລະ​ພາບ​ທາງ​ດ້ານ​ເສດ​ຖະ​ກິດ ສ​ປ​ປ ລາວ

Published on

ນະຄອນຫຼວງວຽງຈັນ, 21 ພະຈິກ 2022 ທະນາຄານໂລກ ໄດ້ລາຍງານຄວາມຄືບໜ້າກ່ຽວກັບສະພາບເສດຖະກິດຂອງ ສປປ ລາວ ວ່າ: ເຖິງແມ່ນວ່າເສດຖະກິດຂອງລາວ ຈະມີການຟື້ນຕົວໃນຊ່ວງໄລຍະຕົ້ນປີ 2022, ແຕ່ ສປປ ລາວ ກໍຍັງປະເຊີນກັບບັນຫາແລະຄວາມທ້າທາຍຫຼາຍຂຶ້ນຈາກການອ່ອນຄ່າຂອງເງິນກີບ ແລະ ອັດຕາເງິນເຟີ້ທີ່ສູງ.

ບົດລາຍງານຕິດຕາມສະພາບເສດຖະກິດ ສະບັບ ເດືອນຕຸລາ 2022: ການຮັບມືກັບຄວາມບອບບາງດ້ານເສດຖະກິດມະຫາພາກ,ທີ່ ເຜີຍແຜ່ໃນມື້ນີ້ ໄດ້ລະບຸ ຂອດການປະຕິຮູບສຳຄັນທີ່ຈະຊ່ວຍປະເທດຟື້ນຟູສະເຖຍລະພາບທາງດ້ານເສດຖະກິດ ແລະ ຮັກສາການເຕີບໂຕທີ່ຍືນຍົງ.

ບົດ​ລາຍ​ງານ​ຊີ້​ແຈງວ່າ ເງິນ​ກີບ​ໄດ້​ອ່ອນ​ຄ່າ​ລົງ 68 ສ່ວນ​ຮ້ອຍ ເມື່ອທຽບກັບ​ເງິນ​ໂດ​ລາ​ສະ​ຫະ​ລັດ ໃນຊ່ວງ​ປີ​ນີ້​ຈົນ​ມາ​ຮອດ​ເດືອນ ຕຸ​ລາ ອັນ​ໄດ້​ທ່ວງ​ດຶງການ​ຟື້ນ​ຕົວຂອງເສດຖະກິດ ແລະ ເຮັດໃຫ້​ອັດ​ຕາ​ເງິນ​ເຟີ້ຂຶ້ນສູງ ແລ້ວ​ນຳ​ໄປ​ສູ່​ການຫົດຕົວດ້ານການ​ບໍ​ລິ​ໂພກ​ຂອງພາກເອ​ກະ​ຊົນຄົວເຮືອນ ແລະ ການ​ລົງ​ທຶນ.  ​ໃນ​ຂະ​ນະ​ດຽວ​ກັນ, ຄາດ​ວ່າ ໜີ້​ສິນ​ພາກ​ລັດ ແລະ ໜີ້​ສິນ​ທີ່​ລັດ​ຄ້ຳ​ປະ​ກັນ​ຈະ​ກາຍ 100 ສ່ວນ​ຮ້ອຍ​ຂອງ GDP ໃນ​ທ້າຍ​ປີ​ນີ້. ທະ​ນາ​ຄານ​ໂລກ ໄດ້​ຫລຸດ​ອັດ​ຕາ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ທີ່​ຄາດ​ຄະ​ເນ​ໄວ້​ສຳ​ລັບ​ ສປປ ລາວ ​ລົງ​ມາ​ເປັນ 2,5 ສ່ວນ​ຮ້ອຍ, ຫລຸດ​ລົງ​ຈາກອັດ​ຕາ​ຄາດ​ຄະ​ເນ​ໃນ​ກ່ອນ​ໜ້າ​ນີ້​​ຢູ່ທີ່ 3,8 ສ່ວນ​ຮ້ອຍ.

ເຖິງ​ແມ່ນ​ວ່າ​ການ​ຈ້າງ​ງານ​ຈະ​ເພີ່ມ​ຂຶ້​ນ​ມາ​ຮອດ​ກາງ​ປີ 2022, ​ແຕ່ລາຍ​ໄດ້​ຂອງປະຊາຊົນ ກໍ​ຍັງເຕີບໂຕຊ້າເມື່ອທຽບກັບ ​ອັດ​ຕາ​ເງິນເຟີ້ທີ່ເພີ່ມ​ຂຶ້ນ​. ອັດ​ຕາ​ເງິນ​ເຟີ້​ຂອງໝວດສິນຄ້າ ​ບໍ​ລິ​ໂພກ ປີ​ຕໍ່​ປີ ໄດ້​ເພີ່ມ​ຂຶ້ນ​ເຖິງ 37 ສ່ວນ​ຮ້ອຍ ມາ​ຮອດ​ເດືອນ ຕຸ​ລາ 2022, ໂດຍ​ສະເພາະອັດ​ຕາ​ເງິນ​ເຟີ້​ສຳ​ລັບ​ໝວດ​ອາ​ຫານ​ທະ​ລຸ​ເກືອບຮອດ 39 ສ່ວນ​ຮ້ອຍ ເຊິ່ງສົ່ງ​ຜົນ​ກະ​ທົບ​ຢ່າງຫຼວງຫຼາຍ ​ຕໍ່ຜູ້​ທຸກ​ຍາກ​ໃນເຂດ​ຕົວ​ເມືອງ ຊຶ່ງ​ບາງ​ຄອບ​ຄົວ​ຕ້ອງ​ໄດ້​ຫລຸດ​ຜ່ອນ​ການ​ບໍ​ລິ​ໂພກ​ສະບຽງອາ​ຫານ ແລະ ການ​ຊົມ​ໃຊ້​ນ້ຳ​ມັນ​ເຊື້ອ​ໄຟ.  ໃນ ການ​ສຳຫຼວດ​ຂອງ ທະ​ນາ​ຄານໂລກ, ໄດ້​ມີ​ການ​ລາຍ​ງານ​ວ່າ ສອງ​ສ່ວນ​ສາມ​ຂອງ​ຄົວ​ເຮືອນ​ ໄດ້​ຫລຸດ​ຄ່າ​ໃຊ້​ຈ່າຍ​ດ້ານ​ສຸ​ຂະ​ພາບ ແລະ ການ​ສຶກ​ສາ ເຊິ່ງອາດ​ມີ​ຜົນກະທົບ​ຕໍ່​ການ​ພັດ​ທະ​ນາ​ມະ​ນຸດ ​ໃນ​ໄລ​ຍະ​ຍາວ. 

ຜູ້​ຕາງ​ໜ້າ ຫ້ອງ​ການ​ທະ​ນາ​ຄານ​ໂລກ​ປະ​ຈຳ ສ​ປ​ປ ລາວ ທ່ານ ອາ​ແລັກ​ສ໌ ແຄ​ຣ​ເມີ ໄດ້​ກ່າວ​ວ່າ: “ທະ​ນາ​ຄານ​ໂລກ ແລະ ຄູ່​ຮ່ວມ​ພັດ​ທະ​ນາ​ອື່ນໆ​ໄດ້ມີການ ​ປຶກ​ສາ​ຫາ​ລື​ກັບ ລັດ​ຖະ​ບານ​ກ່ຽວ​ກັບ ຍຸດ​ທະ​ສາດ​ການປະ​ຕິ​ຮູບ​ ​ເພື່ອຊ່ວຍ​ສ້າງ ສະ​ເຖຍ​ລະ​ພາບດ້ານເສດຖະກິດມະຫາພາກໃຫ້ມີຄວາມເຂັ້ມແຂງ, ປົກ​ປ້ອງ​ລາຍ​ຈ່າຍ​ສຳ​ຄັນໃນຂະແໜງ​ສຶກ​ສາ, ສາທາ ແລະ ສະ​ຫວັດ​ດີ​ການ ກໍ​ຄື ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ເອື້ອອໍານວຍ ​ເພື່ອ​ການ​ຟື້ນ​ຟູ​ໃນ​ໄລ​ຍະ​ຍາວ.”

ໄດ້​ມີ​ການ​ສະ​ເໜີ 5 ​ຂອດ​ການ​ປະ​ຕິ​ຮູບທີ່ເປັນບຸລິມະສິດ ຄື: ຕັດການ​ຍົກ​ເວັ້ນ​ພາ​ສີ​ອາກອນທີ່ຫຼວງຫຼາຍ ເພື່ອ​ເພີ່ມ​ລາຍ​ຮັບ​ພາກ​ລັດ ແລະ ປົກ​ປ້ອງ​ລາຍ​ຈ່າຍ​ດ້ານ​ສັງ​ຄົມ; ປັບ​ປຸງ​ການຄຸ້ມ​ຄອງ ​ການ​ລົງ​ທຶນຂອງ​ພາກ​ລັດ ແລະ ພາກ​ລັດ-ເອ​ກະ​ຊົນ ກໍ​ຄື ລັດວິ​ສາ​ຫະ​ກິດ; ປັບ​ປຸງ​ໂຄງ​ສ້າງ​ໜີ້​ສິນ​ຂອງ​ລັດ ດ້ວຍ​ການ​ສືບ​ຕໍ່​ການເຈ​ລະ​ຈາໃຫ້ສໍາເລັດ; ສ້າງ​ສະ​ເຖຍ​ລະພາບ​ຂອງ​ພາກທະນາຄານການ​ເງິນ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ໂດຍນໍາໃຊ້ ເຄື່ອງ​ມື​ທາງ​ດ້ານ​ນິ​ຕິ​ກຳ ແລະ ລະ​ບຽບ​ການ; ແລະ ສຸດ​ທ້າຍ ແມ່ນ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ສົ່ງ​ເສີມ​ການ​ສົ່ງ​ອອກ ໂດຍຜ່ານ​ການ​ປະ​ຕິ​ຮູບ​ບັນດາ​ລະ​ບຽບ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ບົດ​ລາຍ​ງານໄດ້​ຄາດ​ຄະ​ເນ​ແນວ​ໂນ້ມ​ໃນ​ໄລ​ຍະ​ກາງວ່າ ເສດ​ຖະ​ກິດ​ຈະ​ຄ່ອຍໆ​ຟື້ນ​ຕົວ ແລະ ຂັບ​ເຄື່ອນ​ໂດຍ​ຂະ​ແໜງ​ການທ່ອງ​ທ່ຽວ ແລະ ການ​ສົ່ງ​ອອກ ແຕ່​ກໍ​ຂຶ້ນ​ກັບຄວາມ​ສຳ​ເລັດ​ໃນ​ການ​ເຈ​ລະ​ຈາດ້ານ ​ໜີ້​ສິນ​ກັບ​ເຈົ້າ​ໜີ້​ສອງ​ຝ່າຍ. ນອກ​ຈາກ​ນັ້ນ, ແນວ​ໂນ້ມ​ຂອງ​ເສດ​ຖະ​ກິດ​ແມ່ນຍັງຕ້ອງ​ປະ​ເຊີນ​ກັບ​ຄວາມ​ສ່ຽງ​ພາຍນອກຫລາຍ​ຢ່າງ ລວມ​ທັງນະ​ໂຍ​ບາຍ​ເສດ​ຖະ​ກິດ​ມະ​ຫາ​ພາກ​ຂອງ​ໂລກ​ທີ່​ເຄັ່ງ​ຕຶງກວ່າ​ເກົ່າ ແລະ ຜົນ​ກະ​ທົບທີ່​ແກ່​ຍາວ​ຂອງ​ສົງ​ຄາມ​ໃນ ​ຢູ​ເຄ​ຣນ. 

ບົດ​ລາຍ​ງານ​ຕິດ​ຕາມ​ສະ​ພາບ​ເສດ​ຖະ​ກິດ​ສະ​ບັບ​ນີ້ ​ມີ​ພາກ​ສະ​ເພາະ​ທີ່​ລົງເລິກໃນຫົວຂໍ້: ການ​ສົ່ງ​ອອກ​ເພື່ອ​ສ້າງວຽກ​ເຮັດ​ງານ​ທຳ, ເຊິ່ງໄດ້​ຊີ້​ ​ໃຫ້​ຮູ້​ວ່າ ​ ​ຕະຫຼາດ​ແຮງ​ງານໃນລາວ​ຍັງມີລັກ​ສະ​ນະອກ​ລະ​ບົບ​ສູງ, ຍັງອາໃສ ​ວຽກ​ງານ​ໃນ​ພາກ​ລັດ ແລະ ​ຂະ​ແໜງ​ກະ​ສິ​ກຳ​ຊຶ່ງມີຈຳ​ນວນແຮງ​ງານ​ຫຼວງຫຼາຍ​ທີ່​ມີ​ວຽກ​ເຮັດ​ຕາມ​ລະ​ດູ​ການ​ໃນ​ແຕ່​ລະ​ໄລ​ຍະ. ການ​ຂາດ​ເຂີນວຽກ​ງານ​ ​ທີ່​ມີ​ຄຸນ​ນະ​ພາບ​ສູງຢູ່ໃນປະເທດ ກໍ​ໝາຍ​ຄວາມ​ວ່າການ​ຂະ​ຫຍາຍ​ຕົວ​ດ້ານ​ເສດ​ຖະ​ກິດ​ໃນ​ໄລ​ຍະ​ຜ່ານ​ມາ​ນັ້ນ ​ບໍ່​ໄດ້ຊ່ວຍ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ເທົ່າ​ທີ່​ຄວນ ໃນ​ຂະ​ນະ​ທີ່​ຄວາມ​ບໍ່​ສະ​ເໝີ​ພາບ​ໄດ້​ເພີ່ມ​ສູງ​ຂຶ້ນ. ​ພາກ​ນີ້​ໄດ້​ໃຫ້​ຄຳ​ແນະ​ນຳ​ກ່ຽວ​ກັບ​ວິ​ທີ​ການ​ຊຸກຍູ້ສົ່ງເສີມ ການ​ສົ່ງ​ອອກ​ໃນ​ຂະ​ແໜງ​ປຸງ​ແຕ່ງ, ກະ​ສິ​ກຳ​ທີ່​ເປັນ​ສິນ​ຄ້າ ແລະ ການ​ບໍ​ລິ​ການ ເພື່ອ​ແນ​ໃສ່​ເພີ່ມ​ລາຍ​ຮັບ, ຍົກສູງຜະລິດຕະ​ພາບ ແລະ ສ້າງວຽກ​ເຮັດ​ງານ​ທຳ. 

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...