Homeຂ່າວພາຍ​ໃນມີຫລາຍປັດໄຈພາໃຫ້ພາສີເຂດ V ເກັບລາຍຮັບບໍ່ໄດ້ຕາມແຜນ

ມີຫລາຍປັດໄຈພາໃຫ້ພາສີເຂດ V ເກັບລາຍຮັບບໍ່ໄດ້ຕາມແຜນ

Published on

lao transport

 

ຕາມບົດສະຫລຸບປະຈຳສົກປີ 2013 – 2014 ຂອງພາສີເຂດ V ໃຫ້ຮູ້ວ່າ: ພາສີເຂດ V ແມ່ນກວມ ເອົາລາຍຮັບພາສີ

ຢູ່ນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ, ຊຶ່ງຢູ່ນະຄອນຫລວງວຽງຈັນ ປະກອບມີດ່ານພາສີ ສາກົນຂົວມິດຕະ

ພາບ 1, ສະໜາມບິນສາກົນວັດໄຕ, ດ່ານທ່າເດື່ອ, ໜອງດາ, ບ້ານໂດນ ແລະ ໂຄກແຮ່, ສ່ວນຢູ່ແຂວງວຽງຈັນ ມີດ່ານ

ບ້ານວັງ ແລະ ຊະນະຄາມ, ເຊິ່ງໃນສົກປີ 2013- 2014, ລັດຖະບານໄດ້ຕັ້ງເປົ້າໃຫ້ພາສີເຂດ V ເກັບລາຍຮັບຈຳນວນ

2.775 ຕື້ກວ່າກີບ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງໄດ້ພຽງ 2.464 ຕື້ກວ່າກີບ, ເທົ່າກັບ 88% ຂອງແຜນການ,

ທຽບໃສ່ສົກປີຜ່ານມາເພີ່ມຂຶ້ນ 3,28% ຫລື ປະມານ 78 ຕື້ກວ່າກີບ. ໃນນັ້ນໄດ້ຈາກຄ່າຊັກພິເສດ 1.667 ລ້ານ ກີບ,

ພາສີຂາເຂົ້າ 779 ຕື້ກວ່າ ກີບ, ຄ່າທຳນຽມຕ່າງໆ 50 ຕື້ກີບ, ຄ່າປັບໃໝ 2 ຕື້ກີບ ແລະ ອາກອນຂາເຂົ້າ 1.942 ຕື້ກວ່າ

ກີບ. ໂດຍມີຫລາຍປັດໃຈທີ່ພາໃຫ້ ການຈັດເກັບລາຍຮັບບໍ່ໄດ້ຕາມແຜນຄື: ມີການຍົກເວັ້ນການນຳເຂົ້ານ້ຳມັນໃຫ້

ແກ່ 60 ໂຄງການ ຈຳນວນ 77 ລ້ານກວ່າລິດ, ຕົກເປັນມູນຄ່າເສຍພາສີ- ອາກອນ ຫລາຍກວ່າ 101 ຕື້ກີບ, ມີພາຫະ

ນະທີ່ເຄີຍນຳເຂົ້າຜ່ານດ່ານຂຶ້ນກັບເຂດຈຳນວນ 1.300 ກວ່າຄັນ ປ່ຽນໄປເຂົ້າດ່ານອື່ນ, ມີການຫລຸດມູນຄ່າແຈ້ງພາ

ສີລົດຟໍຈູນເນີຈຳນວນ 873 ຄັນຈາກມູນຄ່າ ເສຍພາສີ 159 ລ້ານ ກວ່າກີບລົງ ມາເຫລືອພຽງ 111 ລ້ານກວ່າ ກີບຕໍ່ຄັນ

ຄ່າພາສີອາກອນຜິດດ່ຽງປະມານ 47 ຕື້ກວ່າກີບ, ການອະນຸຍາດໃຫ້ກົນຈັກໜັກ, ລົດຂົນສົ່ງເກີນຄວາມຕ້ອງການຊົມ

ໃຊ້ຂອງໂຄງການທີ່ມີນະໂຍບາຍຍົກເວັ້ນພາສີ-ອາກອນ ຫັນມາເສຍແຕ່ອາກອນມູນຄ່າເພີ່ມ 10% ແລະ ການອະນຸ

ມັດເສຍຕາມອັດຕາຫລຸດຜ່ອນ 1% ມີຈຳນວນ 2.939 ຄັນ, ເກັບຕົວຈິງໄດ້ແຕ່ອາກອນມູນຄ່າເພີ່ມຂອດຂາເຂົ້າມູນ

ຄ່າ 14 ຕື້ກວ່າກີບ, ແຕ່ຖ້າເກັບພາສີຕາມລະບຽບການຕົວຈິງ ຈະຕົກຢູ່ປະມານ 237 ຕື້ກວ່າກີບ, ມີການອະນຸຍາດນຳ

ເຂົ້ານ້ຳມັນປົນເປື້ອນມາຜະລິດໃນໂຮງງານຈຳນວນ 18 ລ້ານກວ່າລິດ ເກັບພາສີໄດ້ພຽງ 5,8 ຕື້ກວ່າກີບ, ແຕ່ຖ້າເກັບ

ຕາມປົກກະຕິຈະຕົກຢູ່ປະມານ 23 ຕື້ກວ່າກີບ, ນອກຈາກນີ້, ຍັງມີການຮົ່ວໄຫລ່ຈາກການເກັບຄ່າທຳນຽມຄົນ, ພາຫະ

ນະ ແລະ ສີນຄ້າມີມູນຄ່າປະມານ 28 ຕື້ກີບ. ຂະນະທີ່ການນຳໃຊ້ເຄື່ອງມືກວດດ້ວຍລະບົບສາຍແສງ (ສະແກນເນີ) ທີ່

ມີໃນປັດຈຸບັນ, ເພື່ອຊ່ວຍໃນການກວດກາສີນຄ້າ ແມ່ນຍັງບໍ່ທັນມີປະສິດທິພາບສູງເທົ່າທີ່ຄວນ, ເນື່ອງຈາກເຄື່ອງດັ່ງ

ກ່າວບໍ່ສາມາດກວດໄດ້ຢ່າງຄົບຖ້ວນ ແລະ ຕໍ່ເນື່ອງ, ເຊິ່ງເມື່ອມີພາຫະນະຂົນສົ່ງສີນຄ້າເຂົ້າ-ອອກ ເປັນຈຳນວນຫລາຍ,

ການໃຊ້ເຄື່ອງສະແກນ ເປັນເວລາດົນກໍຈະເກີດຄວາມຮ້ອນ ແລະ ບໍ່ສາມາດກວດສີນຄ້າໄດ້ຢ່າງມີປະສິດທິຜົນຕໍ່ໄປໄດ້

ຈຶ່ງນັບວ່າມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດກວດກາສີນຄ້າຕົວຈິງ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...