spot_img
Homeຂ່າວພາຍ​ໃນເດັກນ້ອຍລາວຢາກເຫັນຄວາມຍຸຕິທໍາສໍາລັບການແກ້ໄຂໄພອຶດຫິວຍ້ອນການປ່ຽນແປງດິນຟ້າອາກາດ

ເດັກນ້ອຍລາວຢາກເຫັນຄວາມຍຸຕິທໍາສໍາລັບການແກ້ໄຂໄພອຶດຫິວຍ້ອນການປ່ຽນແປງດິນຟ້າອາກາດ

Published on

ເລີ່ມວັນທີ່ 6-18 ພະຈິກ, ບັນດາ​ການ​ນຳ​ໂລກ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່ Sharm El-Sheikh, ປະເທດອີຢິບ ໃນກອງປະຊຸມ COP27 ​ຄົບຮອບ 30 ປີ ​ທີ່ໄດ້​ຮັບຮອງ​ເອົາ​ສົນທິສັນຍາ​​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງ​ສະຫະ​ປະຊາ​ຊາດ. ອົງການສຸພະນິມິດສາກົນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ (INGO) ໄດ້ເຂົ້າຮ່ວມໃນກອງປະຊຸມ COP27, ທີ່ມີຫົວຂໍ້ກ່ຽວກັບການຮຽກຮ້ອງ​ໃຫ້​ບັນດາ​ຜູ້​ນຳ​ຟັງສຽງຂອງ​ເດັກນ້ອຍຜູ້ທີ່ປະສົບວິ​ກິດ​ການປ່ຽນແປງ​ດິນ​ຟ້າ​ອາກາດ​ ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ຊີວິດການເປັນຢູ່ ​ແລະ ຊຸມ​ຊົນ​ຂອງ​ເຂົາ​ເຈົ້າ​ ​ແລະ ຮຽກຮ້ອງ​ໃຫ້​ທົ່ວ​ໂລກດຳເນີນ​ຕໍ່​ເປົ້າ​ໝາຍ​ລົດການ​ປ່ຽນ​ແປງ​ຂອງ​ອຸນຫະພູມ 1,5 ອົງສາ. ເນື່ອງຈາກເດັກນ້ອຍມີຄວາມສ່ຽງຫຼາຍທີ່ສຸດຕໍ່ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ, ການດໍາລົງຊີວິດຂອງເຂົາເຈົ້າ ແລະ ອານາຄົດຂອງເຂົາເຈົ້າຈຶ່ງຕ້ອງເປັນຈຸດໃຈກາງຂອງການວາງແຜນ ແລະ ການຕັດສິນໃຈຂອງຜູ້ນໍາທົ່ວໂລກຕໍ່ກັບບັນຫາດັ່ງກ່າວ.

ຢູ່ໃນ ສປປ ລາວ, ມີເດັກນ້ອຍໃນບາງກຸ່ມທີ່ມີຄວາມສ່ຽງ ແລະ ໄດ້ຮັບການສະໜັບສະໜູນຈາກອົງການສຸພະນິມິດສາກົນ ໄດ້ສົ່ງຂໍ້ຄວາມຫາບັນດາການນໍາລະດັບໂລກໃນກອງປະຊຸມທີ່ປະເທດອີຢິບ. ນາງ ພິນ ອາຍຸ 12 ປີ ແລະ ທ້າວ ໄນສ໌ ອາຍຸ 11 ປີ ຈາກເມືອງສຸຄຸມາ, ແຂວງຈຳປາສັກ, ເຊິ່ງເປັນຜູ້ທີ່ໄດ້ຮັບຜົນກະທົບຈາກພາຍຸເຂດຮ້ອນໂນຣຸ. ​ຄອບຄົວ​ຂອງເຂົາເຈົ້າ​ໄດ້​ຮັບ​ຄວາມ​ລໍາບາກຫຼາຍ​ຢ່າງ​ຈາກ​ການ​ປ່ຽນ​ແປງ​​ດິນ​ຟ້າ​ອາກາດ, ​ທີ່ນໍາໄປສູ່ການເກິດໄພພິບັດ​ທຳ​ມະ​ຊາດ​ເລື້ອຍໆ​ເຊັ່ນ ​ນ້ຳ​ຖ້ວມ ​ແລະ ສູນ​ເສຍ​ຊັບສິນໃນ​ການ​ດຳລົງຊີວິດ. “ພວກເຮົາບໍ່ມີອາຫານ ແລະ ທຸກສິ່ງທີ່ຢູ່ໃນເຮືອນຂອງພວກເເຮົາໄດ້ຮັບຄວາມເສຍຫາຍ”, ນາງ ພິນ ໄດ້ກ່າວ “ຂ້ອຍບໍ່ໄດ້ໄປໂຮງຮຽນເພາະວ່ານ້ໍາຖ້ວມໂຮງຮຽນ”. ທ້າວ ໄນສ໌ ກ່າວ​ວ່າ, “ນ້ຳ​ຖ້ວມ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ຊຸມ​ຊົນ​ຂອງ​ພວກ​ເຮົາ​ເປັນ​ເວ​ລາ 5ມື້, ແລະ​ເຮັດ​ໃຫ້​ເຂົ້າໃນທົ່ງ​ນາ​ຂອງ​ພວກ​ເຮົາ​ຕາຍ. ເຊິ່ງມັນສົ່ງຜົນຕໍ່ການເກັບກ່ຽວໃນແຕ່ລະປີ.” ທ້າວ ສຸກສະຫວັນ, ອາຍຸ 15 ປີ ຈາກ ເມືອງທາປາງທອງ, ແຂວງສະຫວັນນະເຂດ ໄດ້ກ່າວເຊັ່ນ​ກັນ​ວ່າ: “ນ້ຳຖ້ວມ​ໄດ້​ທຳລາຍ​ສວນຄົວ ແລະ ຖະໜົນໜົນທາງ ເຊິ່ງ​ສົ່ງຜົນຕໍ່ການສັນຈອນ. ຂ້ອຍ​ຢາກ​ໃຫ້​ໂລກ​ຮູ້​ວ່າ ຄອບຄົວ​ຂອງ​ຂ້ອຍ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ປານ​ໃດ​ໃນ​ຊຸມ​ປີຜ່ານມາ.”

ວິກິດການຂອງການປ່ຽນແປງດິນຟ້າອາກາດກຳລັງສົ່ງຜົນກະທົບຕໍ່ທຸກຄົນ, ເດັກນ້ອຍຍິງ ແລະ ຊາຍ ໃນຊຸມຊົນທີ່ມີຄວາມສ່ຽງທີ່ສຸດແມ່ນໄດ້ຮັບຜົນກະທົບໜັກໜ່ວງ ເຖິງວ່າເຂົາເຈົ້າຈະເປັນຜູ້ທີ່ຮັບຜິດຊອບໜ້ອຍທີ່ສຸດກໍຕາມ. ໃນປັດຈຸບັນ, ເດັກນ້ອຍທົ່ວໂລກ ປະມານ1ຕື້ຄົນ ແມ່ນອາໄສຢູ່ປະເທດທີ່ມີຄວາມສ່ຽງສູງຕໍ່ກັບການປ່ຽນແປງດິນຟ້າອາກາດ ແລະ ສະພາບແວດລ້ອມທີ່ເປັນອັນຕະລາຍ.

ອົງການສຸພະນິມິດສາກົນໄດ້ຄຳນຶງເຖິງຄວາມສຳຄັນໃນການວາງແຜນໂດຍເນັ່ງໃສ່ເດັກນ້ອຍເປັນຫຼັກໃນການແກ້ໄຂບັນຫາ: “ມັນສໍາຄັນຫຼາຍທີ່ບັນດາຜູ້ນຳໂລກໄດ້ຟັງສຽງຂອງເດັກນ້ອຍທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ແລະ ເລັ່ງດໍາເນີນການແກ້ໄຂບັນຫາທັນທີ”, ທ່ານ Andrew Morley, ປະທານ ແລະ CEO ຂອງອົງການສຸພະນິມິດສາກົນ ໄດ້ກ່າວ. ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານເຊື່ອວ່າການຕອບໂຕ້ຕໍ່ກັບບັນຫາການປ່ຽນແປງດິນຟ້າອາກາດຄວນດຳເນີນຢ່າງຍຸຕິທຳ. ການແກ້ໄຂດ້ວຍຄວາມຍຸຕິທໍາຕໍ່ບັນຫາການປ່ຽນແປງຂອງດິນຟ້າອາກາດສະແດງເຖິງການເພິ່ງພາອາໄສກັນລະຫວ່າງ ສິດທິມະນຸດ, ການພັດທະນາ, ແລະການຮັບມືຕໍ່ບັນຫາເປັນຍຸດທະວິທີທີ່ເນັ່ງໃສ່ເດັກນ້ອຍເປັນຫຼັກໃນການແກ້ໄຂບັນຫາວິກິດການປ່ຽນແປງດິນຟ້າອາກາດສາມາດໂດຍນໍາເອົາແນວທາງ ແລະ ວິທີແກ້ໄຂທີ່ດີໃຫ້ແກ່ປະຊາຊົນທົ່ວໂລກໂດຍການຍຶດຫມັ້ນສິດທິຂອງເຂົາເຈົ້າຫຼັກ.

ໃນໄລຍະ 3 ປີຜ່ານມາ, ອົງການຈັດຕັ້ງສາກົນຕ່າງໆທີ່ສຸມໃສ່ການເຮັດວຽກເພື່ອເດັກນ້ອຍໄດ້ສະໜັບສະໜູນຊຸມຊົນຊົນນະບົດ 100 ຊຸມຊົນ ເພື່ອປັບປຸງຄວາມອາດສາມາດໃນການຮັບມືກັບໄພພິບັດ ແລະ ເພີ່ມທະວີຄວາມພ້ອມເພື່ອຮັບມືໃນເວລາທີ່ປະສົບກັບໄພພິບັດ.

ອົງການສຸພະນິມິດໄດ້ຝຶກອົບຮົມພະນັກງານ 30ຄົນຢ່າງເທົ່າທຽມກັນ ປະກອບເປັນທີມງານຄຸ້ມຄອງໄພພິບັດແຫ່ງຊາດ (NDMT)

ເພື່ອຕອບສະໜອງໃນເວລາສຸກເສີນແລະວຽກງານດ້ານມະນຸດສະທໍາໃນຊ່ວງປະສົບກັບໄພພິບັດ ດ້ວຍ​ຍຸດ​ທະ​ສາດ​ໃໝ່ ອົງການ​ສຸພະນິມິດ ​ຍັງ​ເພີ່ມ​ທະວີ​ການຮັບມືຂອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ໂດຍ​​ເລີ່​ມຈາກການ​ກະ​ສີ​ກຳ​ສະຫຼາດ​ຕໍ່ສະພາບ​ດິນ​ຟ້າ​ອາກາດ​ ທີ່​ຈະ​ເລີ່​ມດຳ​ເນີນ​ໃນໄວໆນີ້.

ໃນໄລຍະການດຳເນີນງານຢູ່ໃນ ສປປ ລາວ ນັບຕັ້ງແຕ່ປີ 1991 ຈົນເຖິງປັດຈຸບັນ, ອົງການສຸພະນິມິດສາກົນ ປະຈໍາ ສປປ ລາວ ໄດ້ຈັດຕັ້ງປະຕິບັດວຽກງານເພື່ອຄວາມຫວັງ, ຄວາມສຸກ, ແລະ ຄວາມຍຸດຕິທຳສຳລັບເດັກນ້ອຍທຸກຄົນ ເພື່ອສ້າງອະນາຄົດທີ່ສົດໃສ ແລະ ສ້າງໂອກາດໃຫ້ເຂົາເຈົ້າບັນລຸກັບຄວາມສາມາດຢ່າງເຕັມທີ່.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...