spot_img
Homeຂ່າວພາຍ​ໃນລາວ-ໄທ ຮ່ວມລົງນາມດ້ານໄປສະນີ ໂທລະຄົມມານາຄົມ ແລະ ໄອທີ ເພື່ອຮອງຮັບການພັດທະນາດີຈີຕອນ ແລະ ອີຄອມເມີຊ ໄລຍະ 8 ປີ

ລາວ-ໄທ ຮ່ວມລົງນາມດ້ານໄປສະນີ ໂທລະຄົມມານາຄົມ ແລະ ໄອທີ ເພື່ອຮອງຮັບການພັດທະນາດີຈີຕອນ ແລະ ອີຄອມເມີຊ ໄລຍະ 8 ປີ

Published on

ວັນທີ 7 ພະຈິກ 2022 ທ່ານ ໄຊຍະວຸດ ຖະນາຄະມານຸສອນ ລັດຖະມົນຕີກະຊວງດິຈິຕອນ ເພື່ອເສດຖະກິດ ແລະ ສັງຄົມ (ດີອີເອສ) ກ່າວວ່າ ກະຊວງ​ດີ​ຈີ​ຕອນເພື່ອເສດຖະກິດ ແລະ ສັງຄົມ (ດີອີເອສ) ຮ່ວມລົງ​ນາມ​​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ (Memorandum of Understanding ຫຼື MoU) ວ່າດ້ວຍການ​ຮ່ວມ​ມື​ດ້ານ​ໄປສະນີ ໂທລະ​ຄົມມານາຄົມ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ການ​ສື່ສານ ​​ເຕັກ​ໂນ​ໂລ​ຊີດີຈີຕອນ ກັບ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ເພື່ອສົ່ງເສີມການຄ້າແລກປ່ຽນດ້ານເຕັກນິກ ລວມເຖິງການພັດທະນາໃນດ້ານເສດຖະກິດ ສັງຄົມ ແລະ ວັດທະນະທຳ ສົ່ງເສີມການພັດທະນາດ້ານໄປສະນີ ໂທລະຄົມມະນາຄົມ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ແລະ ​​ເຕັກ​ໂນ​ໂລ​ຊີດີຈີຕອນ ບົນພື້ນທາງຂອງຄວາມເທົ່າທຽມ ຕ່າງຕອບແທນ ແລະ ຜົນປະໂຫຍດຮ່ວມກັນ ເພື່ອພັດທະນາຄວາມສຳພັນ ແລະ ຄວາມຮ່ວມມືໃນໄລຍະຍາວແບບຍືນຍົງ ພາຍໃຕ້ກົດໝາຍ ແລະ ລະບຽບຂອງຜູ້ເຂົ້າຮ່ວມທັງສອງຝ່າຍ ໄລຍະເວລາຄວາມຮ່ວມມື 8 ປີ ແບ່ງເປັນບັນທຶກຄວາມເຂົ້າໃຈຈະມີຜົນບັງຄັບໃຊ້ໃນວັນທີ່ມີການລົງນາມ ແລະ ມີຜົນບັງຄັບໃຊ້ເປັນໄລຍະເວລາ 5 ປີ ໂດຍຈະມີການຂະຫຍາຍເວລາແບບອັດຕະໂນມັດອອກໄປອີກ 3 ປີ.

ທ່ານ ໄຊຍະວຸດ ໄດ້ກ່າວວ່າ ການຮ່ວມມືຂອງທັງສອງກະຊວງ ຈະຊ່ວຍຮັດແໜ້ນຄວາມສຳພັນລະຫວ່າງລາວ-ໄທ ແລະ ສົ່ງເສີມຄວາມຮ່ວມມືດ້ານການລົງທຶນ ການພັດທະນາດ້ານເຕັກນິກ ການຂະຫຍາຍຕະຫຼາດ ແລະ ການພັດທະນາຊັບພະຍາກອນມະນຸດ.

ທ່ານ ບໍ່ວຽງຄຳ ກ່າວວ່າ ການລົງນາມໃນເທື່ອນີ້ ຈະຊ່ວຍເສີມສ້າງຄວາມສຳພັນ ແລະ ຄວາມຮ່ວມມືລະຫວ່າງກະຊວງຕໍ່ກະຊວງ ເພື່ອສ້າງຜົນປະໂຫຍດແກ່ປະຊາຊົນລາວ-ໄທ ໃນອະນາຄົດ.

ທ່ານ ໄຊຍະວຸດ ຍັງໄດ້ກ່າວຕື່ມອີກວ່າ ການຮ່ວມມືທັງສອງຝ່າຍ ຈະກຳນົດແນວປະຕິບັດໃນການກຳນົດນະໂຍບາຍ ດ້ານ ໄປສະນີ ໂທລະຄົມມະນາຄົມ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ແລະ ​​ເຕັກ​ໂນ​ໂລ​ຊີດີຈີຕອນ ລັດຖະບານດີຈີຕອນ ເມືອງອັດສະລິນະ ທັກສະດ້ານດີຈີຕອນ ທຸລະກຳທາງດ້ານອີເລັກໂຕນິກ ຄວາມປອດໄພທາງໄຊເບີ ການສົ່ງເສີມ ແລະ ການພັດທະນາອຸດສາຫະກຳໄອຊີີທີ ໂທລະຄົມມະນາຄົມ ແລະ ດີຈີຕອນໄດ້ແກ່ ຮາດແວ ຊອຟແວ ຄອນເທັ້ນ (Digital content) ແລະ ການບໍລິການທີ່ກ່ຽວຂ້ອງໂຄງສ້າງພື້ນຖານດ້ານບຣອດແບນ.

ແລ ການພັດທະນາໃຫ້ບໍລິການ ນະວັດຕະກຳດ້ານໄອຊີທີ ແລະ ເຕັກໄນໄລຊີດີຈີຕອນ ເຊັ່ນ ການຈັດຂໍ້ມູນຂະໜາດໃຫຍ່ (Big data), ອິນເຕີເນັດ (Internet of Things – IoT) ແລະ (Cloud computing) ໂອກາດທາງດ້ານດີຈີຕອນ ເຊັ່ນ ການຮູ້ໃຫ້ທັນດີຈີຕອນ (Digital literacy) ການໃຊ້ເຕັກໂນໂລຊີດີຈີຕອນ ສົ່ງເສີມໂອກາດ ແລະ ຄຸນນະພາບຂອງປະຊາຊົນ (Digital inclusion) ແລະ ການ​ຄ້າ​ເອ​ເລັກ​ໂຕຣ​ນິກ​ (e – Commerce) ການວິໄຈ ການພັດທະນາ ແລະ ນະວັດຕະກໍາໃນຂົງເຂດໄປສະນີໂທລະຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະການສື່ສານ ແລະເຕັກໂນໂລຊີດິຈິຕອລ ການ​ແລກ​ປ່ຽນ​ຄວາມ​ຮູ້​ແລະ​ປະ​ສົບ​ການ​ ລວມທັງການຮ່ວມມື ແລະ ການຊ່ວຍເຫຼືອດ້ານການພັດທະນາ ຊັບ​ພະ​ຍາ​ກອນ​ມະ​ນຸດ ຊຸກຍູ້ ​ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ​ສ້າງ​ການ​ຮ່ວມ​ມື​ດ້ານ​ໄປສະນີ, ໂທລະ​ຄົມມະນາຄົມ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ສື່ສານ ແລະ ສາຂາອື່ນໆຂອງເຕັກໂນໂລຊີດິຈິຕອນ.

ເຊັນບົດບັນທຶກຄວາມເຂົ້າໃຈ ນອກ​ນີ້ ຍັງ​ຈະ​ມີ​ການ​ແລກປ່ຽນ​ຂໍ້​ມູນ​ກ່ຽວ​ກັບ​ຜົນສຳ​ເລັດ, ຄວາມ​ຄືບ​ໜ້າ ​ແລະ ​ແຜນການ​ພັດທະນາ​ໃນ​ຂົງ​ເຂດ​ໄປສະນີ, ໂທລະ​ຄົມ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ການ​ສື່ສານ ​ແລະ ​ແລກປ່ຽນ​ດ້ານ​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ ທີ່ມີ​ການ​ຢ້ຽມຢາມ, ພົບ​ປະ ​ແລະ ປຶກສາ​ຫາລື ​ແລະ ​ແລກປ່ຽນ​ບັນດາ​ຜູ້​ຊ່ຽວຊານ ​ແລະ ຜູ້ຕາງໜ້າ​ທີ່​ກ່ຽວຂ້ອງ​ໃນ​ບັນດາ​ໂຄງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໄປສະນີ, ​ໂທລະ​ຄົມ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ແລະການສື່ສານ ແລະ​ ເຕັກ​ໂນ​ໂລ​ຊີ​ດິ​ຈິ​ຕອນ​ ​ເພີ່ມ​ທະວີ​ປະສິດທິພາບ​ການ​ເຄື່ອນ​ໄຫວດຳເນີນງານ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ສອງ​ປະ​ເທດ.

ຢ່າງໃດກໍ່ຕາມ, ການຮ່ວມມືຍັງມີການອຳນວຍຄວາມສະດວກສໍາລັບທຸລະກິດເລີ່ມຕົ້ນ ໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານແລະເຕັກໂນໂລຊີດິຈິຕອນ ມີຈັດງານວາງສະແດງ ໂຄງ​ການ​ການ​ຝຶກ​ອົບ​ຮົມ​ ກອງປະຊຸມ ແລະກອງປະຊຸມສໍາມະນາ ແລະ ຮູບແບບອື່ນໆຂອງການຮ່ວມມື ໃນຂົງເຂດໄປສະນີ, ໂທລະຄົມມະນາຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ແລະ ເຕັກໂນໂລຊີດີຈີຕອນ ຕາມ​ທີ່​ໄດ້​ຕົກລົງ​ກັນ.

ໃນບາດທ້າຍ ທ່ານ ໄຊຍະວຸດ ກ່າວວ່າ ລາວ ແລະ ໄທ ເປັນປະເທດເພື່ອນບ້ານທີ່ມີຄວາມສຳພັນຕໍ່ກັນເປັນເວລາດົນນານ ການຮ່ວມມືດັ່ງກ່າວຍັງຂະຫຍາຍໄປສູ່ການຮ່ວມມືທາງດ້ານໄອທີ, ດິຈິຕອນ, ການຄ້າໃນຮູບແບບອີຄອມເມີຊ  ການຮັກສາຄວາມປອດໄພເຄືອຂ່າຍອິນເຕີເນັດ ການ​ຮ່ວມ​ມື​ໃນ​ການ​ພັດ​ທະ​ນາ​ບຸກ​ຄະ​ລາ​ກອນ​ ນີ້​ຈະ​ເຮັດ​ໃຫ້​ການ​ຮ່ວມ​ມື​ທີ່​ມີ​ປະ​ສິດ​ທິ​ຜົນ​ ແລະ ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ໃນ​ການ​ພັດ​ທະ​ນາດ້ານ​ໄປ​ສະ​ນີ ເຕັກ​ໂນ​ໂລ​ຊີ ​ແລະ ​ຄວາມ​ກ້າວ​ໜ້າ​ໃນ​ການ​ປະ​ດິດ​ສ້າງ​ໃໝ່ຮ່ວມ​ກັນ​ ການ​ຮ່ວມ​ມື​ທີ່​ເກີດ​ຂຶ້ນ​ ສາມາດສ້າງຜົນປະໂຫຍດໃຫ້ແກ່ລັດຖະບານ ເອກະຊົນ ​ແລະ ປະຊາຊົນ​ໃນ​ຂົງ​ເຂດ​ພັດທະນາ​ເສດຖະກິດ, ໄປສະນີ, ​ໂທລະ​ຄົມ ​ແລະ ​ໄອ​ທີ​ຂອງ​ສອງ​ປະ​ເທດ​ໃຫ້​ມີ​ສະຖຽນ​ລະ​ພາບ ຄວາມປອດໄພແບບຍືນຍົງ ແລະເກີດປະໂຫຍດສູງສຸດ.

 

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...