Homeຂ່າວພາຍ​ໃນໃນ 3 ວັນ ທົ່ວປະເທດມີອຸບັດຕິເຫດ 63 ຄັ້ງ ມີຜູ້ເສຍຊີວິດ 11 ຄົນ

ໃນ 3 ວັນ ທົ່ວປະເທດມີອຸບັດຕິເຫດ 63 ຄັ້ງ ມີຜູ້ເສຍຊີວິດ 11 ຄົນ

Published on

ວັນທີ 22-24 ຕຸລາ 2022 ທົ່ວປະເທດ ມີອຸບັດຕິເຫດເກີດຂຶ້ນ 63 ຄັ້ງ, ມີຜູ້ເສຍຊີວິດ 11 ຄົນ; ໃນນີ້, ແຂວງ ທີ່ມີອຸບັດຕິເຫດເກີດຂຶ້ນ ແລະ ເສຍຊີວິດຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ ເກີດຂຶ້ນ 13 ຄັ້ງ ເສຍຊີວິດ 4 ຄົນ.

ເຈົ້າໜ້າທີ່ກົມຕໍາຫຼວດຈະລາຈອນ ລາຍງານວ່າ: ພຽງ 3 ວັນຜ່ານມາ, ທົ່ວປະເທດ ມີອຸບັດຕິເຫດ ເກີດຂຶ້ນ 63 ຄັ້ງ, ພາຫະນະເປ່ເພທັງຫມົດ 97 ຄັນ, ຄົນໄດ້ ຮັບບາດເຈັບທັງຫມົດ 104 ຄົນ ແລະ ເສຍຊີວິດ 11 ຄົນ; ແຂວງທີ່ເກີດອຸບັດຕິເຫດ ແລະ ມີຜູ້ເສຍຊີວິດ ມີຄື: ນະຄອນຫຼວງວຽງຈັນ ເກີດຂຶ້ນ 13 ຄັ້ງ ເສຍຊີວິດ 4 ຄົນ, ແຂວງຫຼວງພະບາງ ເກີດຂຶ້ນ 10 ຄັ້ງ ເສຍຊີວິດ 2 ຄົນ, ແຂວງສາລະວັນ ເກີດຂຶ້ນ 2 ຄັ້ງ ເສຍຊີວິດ 2 ຄົນ, ແຂວງຈໍາປາສັກ ເກີດຂຶ້ນ 5 ຄັ້ງ ເສຍຊີວິດ 1 ຄົນ, ແຂວງບໍລິຄໍາໄຊ ເກີດຂຶ້ນ 4 ຄັ້ງ ເສຍຊີວິດ 1 ຄົນ.

ສ່ວນແຂວງທີ່ເກີດອຸບັດຕິເຫດຫຼາຍ ແຕ່ບໍ່ມີຄົນເສຍຊີວິດ ມີຄື: ແຂວງວຽງຈັນ ເກີດຂຶ້ນ 9 ຄັ້ງ, ສະຫວັນນະເຂດ 6 ຄັ້ງ, ໄຊຍະບູລີ, ອຸດົມໄຊ, ຫຼວງນ້ຳທາ ແລະ ແຂວງຊຽງຂວາງ ເກີດຂຶ້ນແຂວງລະ 2 ຄັ້ງ ແລະ ແຂວງໄຊສົມບູນ ເກີດຂຶ້ນ 1 ຄັ້ງ.

ແຫຼ່ງຂ່າວຈາກ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...