Homeຂ່າວທ້ອງຖິ່ນງານບຸນອອກພັນສາ ແລະ ຊ່ວງເຮືອ ແຂວງຄຳມ່ວນ ປະຈຳປີ 2022 

ງານບຸນອອກພັນສາ ແລະ ຊ່ວງເຮືອ ແຂວງຄຳມ່ວນ ປະຈຳປີ 2022 

Published on

ບຸນອອກພັນສາເປັນປະເພນີບຸນໜຶ່ງທີ່ຈັດຢູ່ໃນຮີດສີບສອງຂອງລາວ ເຊິ່ງກົງກັບມື້ຂຶ້ນ 15 ຄ່ຳ ເດືອນ 11 ລາວ. ເພື່ອເປັນການເສີມຂະຫຍາຍມູນເຊື້ອ ແລະ ອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ ເວົ້າລວມ ເວົ້າສະເພາະ ຂອງປະຊາຊົນລາວບັນດາເຜົ່າ ຊາວເມືອງທ່າແຂກ ແຂວງຄຳມ່ວນ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ ໃຫ້ດຳລົງຄົງຢູ່ກັບສັງຄົມລາວຕະຫຼອດໄປ.

ທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງທ່າແຂກ ທັງເປັນຄະນະປະທານຈັດງານບຸນ ປະເພນີອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະຈໍາປີ 2022 ລາຍງານກ່ຽວກັບການຫ້າງຫາກະກຽມງານບຸນປະເພນີອອກພັນສາ ແລະ ຊ່ວງເຮືອປະຈໍາປີ 2022 ໃຫ້ຮູ້ວ່າ: ການຈັດງານບຸນປະເພນີອອກພັນສາປະວໍຣະນາ ແລະ ຊ່ວງເຮືອ ປະຈຳປີ 2022 ໂດຍຕິດພັນກັບງານບຸນສະເຫຼີມສະຫຼອງຫໍຫຼັກເມືອງ ແລະ ຂັ້ນໄດຂຶ້ນລົງນໍ້າຂອງ ຫຼື ສ່ວນຫຼາຍເອີ້ນວ່າຂັ້ນໄດພະຍານາກ ໃນປີນີ້ ໄດ້ຈັດງານໃຫຍ່ສົມຄວນ ເນື່ອງຈາກວ່າເຮົາບໍ່ໄດ້ຈັດງານນີ້ມາ 2 ປີແລ້ວ ຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ-19.

ມາຮອດປະຈຸບັນນີ້ ເຫັນວ່າພະຍາດດັ່ງກ່າວກໍ່ໄດ້ເບົາບາງລົງ ເພື່ອເປັນການຟື້ນຟູເສດຖະກິດ ແລະ ກະຕຸກຊຸກຍູ້ການທ່ອງທ່ຽວຂອງແຂວງ ກໍ່ຄືຂອງເມືອງທ່າແຂກ ໃຫ້ກັບມາຄຶກຄື້ນກວ່າເກົ່າ ຈິ່ງໄດ້ມີການວາງແຜນກະກຽມງານບຸນນີ້ຂຶ້ນ. ເຊິ່ງພາຍໃນງານ ແມ່ນມີຫຼາຍກິດຈະກຳ ເປັນຕົ້ນ: ກິດຈະກຳທາງດ້ານສາສະໜາ ແລະ ຮີດຄອງປະເພນີ ເຊິ່ງຈະມີການຄອບໄຂວ່ ສະຖານທີ່ສັກສິດ, ເຈົ້າທີ່ເຈົ້າຖານ, ມະເຫສັກຫຼັກເມືອງ ກ່ອນຈະມີການຈັດກິດຈະກຳແຂ່ງຂັນເຮືອຊ່ວງ ແລະ ໄຫຼເຮືອໄຟ ປະກອບມີ 4 ຈຸດຄື: ຈຸດຫໍຫຼັກເມືອງ, ຈຸດຫາງດອນ (ບ້ານດອນໂດນ), ຈຸດປາກຫ້ວຍສະຄາມ, ຈຸດມະເຫສັກບ້ານເລົ່າໂພໄຊ ແລະ ແກ້ງມ່ວງ, ສະເຫຼີມສະຫຼອງຫໍຫຼັກເມືອງ ແລະ ຂັ້ນໄດຂຶ້ນລົງນໍ້າຂອງ ມີການຄົບງັນຕາມປະພນີ, ການໃສ່ບາດຖວາຍສັງຄະທານ, ກິດຈະກຳການແຂ່ງຂັນເຮືອຊ່ວງປະເພນີ ໃນປະເພດ 30-35 ສີພາຍ ແລະ 50-55 ສີພາຍ ເຊິ່ງມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 19 ລໍາ, ພິເສດ ຍັງມີການແຂ່ງຂັນເຮືອຊ່ວງ ມິດຕະພາບ ລາວ-ໄທ ເພື່ອສ້າງໄມຕຣີຈິດມິດຕະພາບ ລະຫວ່າງ ສອງປະເທດ ກໍ່ຄືສອງແຂວງ ຄຳມ່ວນ-ນະຄອນພະນົມ.

ພາຍໃນງານບຸນ ຍັງມີການວາງສະແດງ ແລະ ຂາຍສິນຄ້າ ເຄື່ອງທົ່ວໄປ ທັງພາຍໃນ ແລະ ຕ່າງປະເທດ. ໃນນີ້ ເນັ້ນການສົ່ງເສີມຜະລິດຕະພັນໃຫ້ກາຍເປັນສິນຄ້າທີ່ພົ້ນເດັ່ນຂອງທ້ອງຖິ່ນ, ຂອງບ້ານ ແລະ ເມືອງ ເພື່ອເປັນການສົ່ງເສີມຫົວໜ່ວຍທຸລະກິດຕ່າງໆພາຍໃນເມືອງ ມີທັງໝົດ 5 ໂຊນ, ມີ 112 ລ໋ອກ (ເຕັ້ນ) ແລະ ຮ້ານຂາຍບັ້ງເຂົ້າຫຼາມ, ປີ້ງໄກ່ຈໍານວນໜຶ່ງ. ນອກຈາກນັ້ນ ຍັງຈະໄດ້ຮັບຊົມການໄຫຼເຮືອໄຟ ຈຳນວນ 3 ລໍາ. ເຊິ່ງລຳທີ 1 ສ້າງເປັນຮູບພຣະທາດສີໂຄດຕະບອງ, ລຳທີ 2 ສ້າງເປັນຮູບຫໍໄຫວ້ 21 ມີນາ 1946, ລຳທີ 3 ສ້າງເປັນຮູບພະຍານາກ.

ນອກນັ້ນຍັງມີການລອຍກະໂທງສາຍ ຈຳນວນ 2.565 ດວງ ແລະ ມີການສະແດງສິລະປະ-ວັນນະຄະດີ ແລະ ຂັບລໍາຜະຫຍາມະຫາໄຊ ທີ່ເປັນຂັບລໍາທ້ອງຖິ່ນຂອງແຂວງຄໍາມ່ວນ ເພື່ອເປັນການອະນຸລັກຮັກສາຮີດຄອງປະເພນີ ແລະ ມູນເຊື້ອວັດທະນະ ທຳອັນດີງາມຂອງຊາດ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ.

ທີ່ມາ:MediaLAOS ຮູບພາບ: ຄົນມັກທ່ຽວ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...