spot_img
Homeຂ່າວການຢ້ຽມຢາມທ່ານ ບຸນຍັງ ວໍລະຈິດ ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ

ທ່ານ ບຸນຍັງ ວໍລະຈິດ ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ

Published on

ໃນວັນທີ 15 ກັນຍາ 2022 ຜ່ານມາ, ທ່ານ ບຸນຍັງ ວໍລະຈິດ ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ພົນເອກ ຟານວັນຢາງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ.

ໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງທ່ານ ພົນເອກ ຟານວັນຢາງ ພ້ອມດ້ວຍຄະນະ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການ ເສີມຂະຫຍາຍສາຍພົວພັນມິດຕະພາບ, ເຊິ່ງໃນພາມກາງທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດພວມສະເຫຼີມສະຫຼອງ 60 ປີ ແຫ່ງວັນ ສ້າງຕັ້ງການພົວພັນທາງການ ທູດ (5 ກັນຍາ 1962 – 5 ກັນຍາ 2022) ຄົບຮອບ 45 ປີ ວັນສົນ ທິສັນຍາມິດຕະພາບ ແລະ ການ ຮ່ວມມື ລາວ-ຫວຽດນາມ (18 ກໍລະກົດ 1977 – 18 ກໍລະກົດ 2022) ຢ່າງເປັນຂະບວນການພົດຟື້ນ.

ເຊິ່ງການເດີນທາງມາເຮັດໃນຄັ້ງນີ້ມັນໄດ້ສະແດງໃຫ້ເຫັນເຖິງ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ຫວຽດນາມເວົ້າລວມ, ເວົ້າສະເພາະແມ່ນການຮ່ວມຂອງສອງກອງທັບປະຊາຊົນ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນລະກັນໃນອະນາຄົດ ແລະ ຍາວນານ.

ທ່ານ ພົນເອກ ຟານວັນຢາງ ໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ສະຫາຍ ບຸນຍັງ ວໍລະຈິດ ທີ່ໄດ້ໃຫ້ການຕ້ອນຮັບອັນສະໜິດສະໜົມ, ອັນອົບອຸ່ນ ແລະ ເຕັມໄປດ້ວຍໄມຕິຈິດມິດຕະພາບແບບ ດູດດື່ມ ແລະ ມີມູນເຊື້ອແບບພິເສດ ລາວ- ຫວຽດນາມ. ພ້ອມດຽວກັນນີ້ກໍ້ໄດ້ອວຍພອນໄຊອັນປະເສີດໃຫ້ ອະດີດປະທານປະເທດຈົ່ງມີສຸຂະພາບແຂງແຮງ ມີພາລາໄມ້ສົມບູນ ແລະ ຂໍເຊື້ອເຊີນສະຫາຍ ໄປຢ້ຽມຢາມ ແລະ ທ່ຽວຊົມ ຄວາມສວຍງາມທາງດ້ານວັດທະນະທຳ ແລະ ທຳມະຊາດຂອງ ສສ ຫວຽດນາມ.

ຂ່າວຍັງໃຫ້ຮູ້ຕຶ່ມອີກວ່າ: ໂອກາດດຽວກັນນີ້,ສະຫາຍ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມພ້ອມຄະນະ ຍັງໄດ້ເດີນທາງໄປຕິດຕາມກວດກາໂຄງການກໍ່ສ້າງໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບປະຊາຊົນລາວ ທີ່ກະຊວງປ້ອງກັນປະເທດຫວຽດນາມ ໃຫ້ການຊ່ວຍເຫຼືອ,ພ້ອມນີ້ກໍໄດ້ເດີນທາງໄປຢ້ຽມຢາມ ບໍລິສັດລັດວິສາຫະກິດສະຕາໂທລາຄົມຕື່ມອີກ.

ແຫຼ່ງຂ່າວ ແລະ ຮູບພາບ: Lao people’s Army New

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...