spot_img
Homeຂ່າວຕ່າງປະເທດນັກວິໄຈພົບວ່າມົນລະພິດທາງອາກາດເຮັດໃຫ້ຄົນເຮົາເກີດເປັນມະເຮັງໄດ້

ນັກວິໄຈພົບວ່າມົນລະພິດທາງອາກາດເຮັດໃຫ້ຄົນເຮົາເກີດເປັນມະເຮັງໄດ້

Published on

ນັກວິທະຍາສາດຄົ້ນພົບການກ່ຽວພັນລະຫວ່າງຄວັນລົດ ແລະ ມະເຮັງປອດ ທີ່ຊ່ວຍອະທິບາຍວ່າເປັນຫຍັງຄົນບໍ່ສູບຢາຈຶ່ງເກີດເປັນມະເຮັງ.

ນັກວິທະຍາສາດໄດ້ເປີດເຜີຍວ່າ ມົນລະພິດທາງອາກາດເຮັດໃຫ້ຄົນເຮົາເກີດເປັນມະເຮັງປອດ ໂດຍຜົນການຄົ້ນພົບວ່າ ອະນຸພາກທີ່ນ້ອຍຢູ່ໃນຄວັນລົດ ມັນກາຍພັນຢູ່ໃນປອດ ແລະ ເຮັດໃຫ້ພວກມັນກາຍເປັນມະເຮັງ ເຊິ່ງມັນອະທິບາຍໄດ້ວ່າ ເປັນຫຍັງຜູ້ບໍ່ສູບຢາຈໍານວນຫຼາຍ ຈຶ່ງເກີດເປັນມະເຮັງປອດ ແລະ ເປັນການກະຕຸ້ນໃຫ້ເຫັນເຖິງຜົນກະທົບຂອງມົນລະພິດຕໍ່ສຸຂະພາບຂອງມະນຸດ.

ສາດສະດາຈານ ຊາວສ໌ ສະວໍຕັນ  ຈາກສະຖາບັນ Francis Crick ແລະ ມະຫາວິທະຍາໄລ College London ກ່າວວ່າ ການເປັນມະເຮັງປອດ ຈາກມົນລະພິດທາງອາກາດ ແມ່ນມີຄວາມສ່ຽງຕໍ່າກວ່າການສູບຢາ, ແຕ່ພວກເຮົາບໍ່ສາມາດຄວບຄຸມສິ່ງທີ່ພວກເຮົາຫາຍໃຈເຂົ້າໄດ້.

ໃນທົ່ວໂລກ ຄົນຈຳນວນຫຼາຍຕ້ອງປະເຊີນກັບມົນລະພິດທາງອາກາດທີ່ບໍ່ປອດໄພ ຫຼາຍກວ່າປະເຊີນກັບສານເຄມີທີ່ເປັນພິດໃນຄວັນຢາສູບ ແຕ່ການສູບຢາກໍຍັງເປັນສາເຫດຫຼັກທີ່ພາໃຫ້ເປັນມະເຮັງປອດ ແຕ່ມົນລະພິດທາງອາກາດພາຍນອກ ເຮັດໃຫ້ເກີດ 1 ໃນ 10 ຂອງການເປັນມະເຮັງປອດໃນອັງກິດ, ແລະ ມີປະມານ 6.000 ຄົນ ທີ່ບໍ່ເຄີຍສູບຢາ ໄດ້ເສຍຊີວິດດ້ວຍມາເຮັງປອດທຸກໆປີ.

ໃນປີ 2019 ທົ່ວໂລກ ມີຜູ້ເສຍຊີວິດຈາກມະເຮັງປອດ ປະມານ 300.000 ຄົນ ເກີດຈາກການໄດ້ສູດດົມເອົາຝຸ່ນລະອອງຂະໜາດນ້ອຍ PM2.5 ທີ່ມີຢູ່ໃນມົນລະພິດທາງອາກາດ.

ເຖິງຢ່າງໃດກໍຕາມ ສາເຫດຂອງການເປັນມະເຮັງຍ້ອນມົນລະພິດທາງອາກາດ ກໍ່ຍັງບໍ່ທັນໄດ້ຢືນຢັນຊັດເຈນເທື່ອ ເຊິ່ງຕ່າງກັບການສູບຢາ ຫຼື ການຖືກແສງແດດຫຼາຍເກີນໄປ ທີ່ເຮັດໃຫ້ເປັນມະເຮັງປອດ ແລະ ມະເຮັງຜິວໜັງໂດຍກົງ.

ຜົນການວິໄຈຫຼ້າສຸດ ສະແດງໃຫ້ເຫັນວ່າ ເຊວທີ່ມີການກາຍພັນທີ່ຢູ່ໃນປອດເຮົາ ສາມາດກາຍເປັນມະເຮັງໄດ້ເມື່ອມັນສຳຜັດກັບຂີ້ຝຸ່ນທີ່ມີອະນຸພາກນ້ອຍ PM2.5 ໂດຍອະນຸພາກຂະໜາດນ້ອຍເຫຼົ່ານີ້ສ່ວນໃຫຍ່ເກີດຈາກການເຜົາໄໝ້ຂອງນ້ຳມັນເຊື້ອໄຟ ເຊິ່ງເຮົາຕ້ອງແກ້ໄຂບັນຫາຢ່າງຮີບດ່ວນ ແລະ ຈິງຈັງຂຶ້ນຕື່ມ.

” ຄົນເຮົາສາມາດເລືອກໄດ້ວ່າ ເຮົາຈະສູບຢາ ຫຼື ບໍ່ສູບໄດ້ ແຕ່ເຮົາບໍ່ສາມາດເລືອກອາກາດທີ່ຈະຫາຍໃຈໄດ້”

ຂໍ້ມູນຈາກ the guardian

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...