Homeຂ່າວຕ່າງປະເທດປາກິດສະຖານຂໍຄວາມຊ່ວຍເຫຼືອນານາຊາດເພີ່ມຫຼັງຈາກນ້ຳຖ້ວມໜັກ

ປາກິດສະຖານຂໍຄວາມຊ່ວຍເຫຼືອນານາຊາດເພີ່ມຫຼັງຈາກນ້ຳຖ້ວມໜັກ

Published on

ປາກິດສະຖານ ຮ້ອງຂໍຄວາມຊ່ວຍເຫຼືອທາງດ້ານການເງິນ ກັບກອງທຶນການເງິນລະຫວ່າງປະເທດ ເພື່ອທີ່ຈະເອົາມາຊ່ວຍເຫຼືອກັບໄພນ້ຳຖ້ວມທີ່ສ້າງຄວາມເສຍຫາຍໃຫ້ທົ່ວປະເທດ.

ສຳນັກຂ່າວ ບີບີຊີ ໄດ້ລາຍງານວ່າ: ທ່ານ ຊັລມານ ຊູຟີ ເຈົ້າໜ້າທີ່ກະຊວງພາຍໃນຂອງປາກິດສະຖານ ລະບຸວ່າ ປາກິດສະຖານຕ້ອງການຄວາມຊ່ວຍເຫຼືອຈາກນານາຊາດເພີ່ມຂຶ້ນ ໂດຍຜ່ານມາ ອາເມຣິກາ ອັງກິດ ອາລັບເອມິເຣດ ແລະ ອີກຫຼາຍໆປະເທດ ໄດ້ຕອບສະໜອງການຊ່ວຍເຫຼືອແລ້ວ ແຕ່ປາກິດສະຖານຕ້ອງການເງິນອີກສຳລັບໃຫ້ຄວາມຊ່ວຍເຫຼືອຜູ້ປະສົບໄພພິບັດໃນຄັ້ງນີ້.

ທ່ານ ຊູຟີ ເນັ້ນໜັກວ່າ ລັດຖະບານປາກິດສະຖານກຳລັງເຮັດທຸກຢ່າງທີ່ເຮັດໄດ້ ແລະ ໄດ້ຍົກຍ້າຍເງິນຈາກໂຄງການພັດທະນາຕ່າງໆ ເພື່ອມາຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບແລ້ວ.

ທາງດ້ານນາຍົກລັດຖະມົນຕີກໍຮຽກຮ້ອງໃຫ້ມະຫາເສດຖີ ຫຼື ຜູ້ທີ່ມີຖານະລ່ຳລວຍ ໃຫ້ການຊ່ວຍເຫຼືອຕໍ່ຜູ້ປະສົບໄພພິບັດໃນບ່ອນທີ່ມີປະຊາຊົນທຸກຍາກ ພ້ອມທັງຂໍຄວາມຊ່ວຍເຫຼືອໃນການບັນເທົາທຸກຈາກປະຊາຄົມລະຫວ່າງປະເທດ.

ກ່ອນໜ້ານີ້ ລັດຖະບານໄດ້ປະກາດພາວະສຸກເສີນ ແລະ ລະດົມກຳລັງທະຫານຂອງກອງທັບ ເພື່ອຮັບມືກັບໄພພິບັດຄັ້ງໃຫຍ່ທີ່ເຮັດໃຫ້ປະຊາຊົນເສຍຊີວິດແລ້ວ 1.000 ຄົນ ແລະ ອາດຈະມີຄົນເສຍຊີວິດເພີ່ມອີກ.

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...