Homeຂ່າວຕ່າງປະເທດລົດຢຽບນ້ຳກະເດັນໃສ່ຄນອື່ນ ມີຄວາມຜິດທັງປັບໄໝທັງຈຳຄຸກ

ລົດຢຽບນ້ຳກະເດັນໃສ່ຄນອື່ນ ມີຄວາມຜິດທັງປັບໄໝທັງຈຳຄຸກ

Published on

ລົດຢຽບນ້ຳກະເດັນໃສ່ຄນອື່ນ ມີຄວາມຜິດທັງປັບໄໝທັງຈຳຄຸກ ຖ້າໃຜພົບເຫັນຖ່າຍຮູບປ້າຍລົດໄວ້ ແລະ ແຈ້ງຕຳຫຼວດທັນທີ.

ວັນທີ 23 ສິງຫາ 2022 ບົດຄວາມກ່ຽວກັບກົດໝາຍປະເທດໄທລາຍງານວ່າ ໃນຊ່ວງລະດູຝົນນີ້ຕ້ອງລະມັດລະວັງ ຖ້າໃຜໄປຢຽບນ້ຳແລ້ວກະເດັນໃສ່ຄົນອື່ນນັ້ນມີຄວາມຜິດທາງກົດໝາຍ ມີຄວາມຜິດສ່ຽງຕິດຄຸກ ການຂັບລົດຢຽບນ້ຳໃສ້ຜູ້ອື່ນ ເປັນການສະແດງໃຫ້ເຫັນເຖິງການຂັບລົດທີ່ບໍ່ຄຳນຶງເຖິງຄວາມປອດໄພ ຫຼື ຄວາມເດືອດຮ້ອນຂອງຜູ້ອື່ນ.

ອ້າງອີງຈາກ ກົດໝາຍປະເທດໄທ ພະລາດຊະບັນຍັດ ຈາລະຈອນທາງບົກ ປີ 1979 ມາດຕາ 43 ຕ້ອງໂທດຈຳຄຸກບໍ່ເກີນ 3 ເດືອນ ຫຼື ປັບໄໝບໍ່ເກີນ 2.000-10.000 ບາດ ແລະ ຫາກມີຊັບສິນເສຍຫາຍຈາກການທີ່ລົດຢຽບນ້ຳກະເດັນໃສ່ ຄົບຂັບມີຄວາມຜິດຕາມການປະມວນກົດໝາຍອາຍາ ຖານເຮັດໃຫ້ຊັບສິນເສຍຫາຍ ຕາມມາດຕາ 358 ໂທດຕ້ອງຈຳຄຸກບໍ່ເກີນ 3 ປີ ຫຼື ປັບໄໝບໍ່ເກີນ 6.000 ບາດ ຫຼື ທັງປັບໄໝທັງຈຳຄຸກ.

ແລະເຮົາຍັງສາມາດ ເອີ້ນຄ່າເສຍຫາຍຈາກເຈົ້າຂອງລົດໄດ້ ຖ້າຫາກວ່າມີຊັບສິນເສຍຫາຍຈາກການທີ່ລົດຢຽບນ້ຳໃສ່ ຕາມກົດໝາຍມາດຕາ 438 ຂອງປະເທດໄທ.

ດັ່ງນັ້ນແລ້ວ ຖ້າເຮົາພົບກັບສະຖານະການແບບນີ້ ສິ່ງທີ່ຄວນເຮັດທຳອິດກໍ່ຄື ຖ່າຍຮູບລົດ ແລະ ປ້າຍທະບຽນລົດ ຫຼື ຈົດປ້າຍທະບຽນ ແລ້ວນຳເອົາຫຼັກຖານໄປແຈ້ງຕໍ່ຕຳຫຼວດໄດ້.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...