Homeຂ່າວພາຍ​ໃນຮອງນາຍົກລັດຖະມົນຕີຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຮອງປະທານສະພາທຸລະກິດ ອາເມຣິກາ-ອາຊຽນ (USABC)

ຮອງນາຍົກລັດຖະມົນຕີຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຮອງປະທານສະພາທຸລະກິດ ອາເມຣິກາ-ອາຊຽນ (USABC)

Published on

ໃນວັນ​ທີ 17 ສິງຫາ 2022 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ​ລັດຖະມົນຕີຕ່າງປະເທດ  ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Michael W. Michalak, ເຈົ້າໜ້າທີ່ອາວຸໂສ, ຮອງປະທານສະພາທຸລະກິດ ອາເມຣິກາ-ອາຊຽນ (USABC) ພ້ອມດ້ວຍຄະນະ ໃນໂອກາດນໍາພາ ຄະນະນັກທຸລະກິດ ອາເມຣິກາ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.

ທັງສອງຝ່າຍ ພະຍາຍາມຮ່ວມກັນໃນການສືບຕໍ່ຊຸກຍູ້, ສົ່ງເສີມການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ລະຫວ່າງ ອາເມຣິກາ ແລະ ອາຊຽນ ໂດຍສະເພາະ ລະຫວ່າງ ສປປ ລາວ ແລະ ອາເມຣິກາ ທີ່ເປັນການປະກອບສ່ວນເຂົ້າໃນການຟື້ນຟູເສດຖະກິດພາຍຫຼັງ ໂຄວິດ-19 ກໍ່ຄືການຈັດຕັ້ງປະຕິບັດການເປັນຄູ່ຮ່ວມແບບກວມລວມ ລາວ-ອາເມຣິກາ.

ປະກອບສ່ວນ ແລະ ຄວາມຄືບໜ້າຂອງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນໃນຂະແໜງການຕ່າງໆຂອງນັກທຸລະກິດ ອາເມຣິກາ ຢູ່ ສປປ ລາວ ຕະຫຼອດໄລຍະທີ່ຜ່ານມາ ທີ່ເຮັດໃຫ້ມູນຄ່າເພີ່ມຂຶ້ນຢ່າງຕໍ່ເນື່ອງໃນແຕ່ລະປີ ກໍ່ຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ຂອງລັດຖະບານ.

ສະເໜີໃຫ້ຄະນະ USABC ແລະ ນັກທຸລະກິດອາເມຣິກາ ສືບຕໍ່ໃຫ້ການຊ່ວຍເຫຼືອໃນໂຄງການຮ່ວມມືໃນຂະແໜງຕ່າງໆ ໂດຍສະເພາະກ່ຽວກັບການສ້າງຄວາມອາດສາມາດຂອງທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ (MSMEs, SMESs) ແລະ ອື່ນໆ.

ຄະນະສະພາທຸລະກິດ ອາເມຣິກາ-ອາຊຽນ ໄດ້ແຈ້ງຈຸດປະສົງຂອງການເດີນທາງໃນຄັ້ງນີ້ ເພື່ອຊອກຮູ້, ປຶກສາຫາລື ແລະ ແລກປ່ຽນຮ່ວມມືກັບພາກສ່ວນກ່ຽວຂ້ອງຂອງລາວ ໂດຍສະເພາະຄວາມສົນໃຈ, ແຜນການຊອກຫາຕະຫຼາດ, ທ່າແຮງເຮັດທຸລະກິດຢູ່ລາວໃນດ້ານຕ່າງໆຂອງອາເມຣິກາ ເຊັ່ນ: ດ້ານພະລັງງານ, ການຜະລິດສິນຄ້າ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການບໍລິການດ້ານການເງິນ, ຂະແໜງສາທາລະນະສຸກ ແລະ ອື່ນໆ ກໍ່ຄືເພື່ອຊອກຮູ້, ສຶກສາກ່ຽວກັບນະໂຍບາຍ ແລະ ວຽກງານບູລິມະສິດຂອງລັດຖະບານລາວ ເພື່ອເປັນທິດທາງໃນການດໍາເນີນທຸລະກິດໃນອະນາຄົດ.

ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະສະພາທຸລະກິດ ອາເມຣິກາ-ອາຊຽນ ແລະ ບັນດານັກທຸລະກິດ ອາເມຣິກາ ໄດ້ຮ່ວມກັນແລກປ່ຽນຂໍ້ມູນ, ປຶກສາຫາລືໃນບັນຫາຕ່າງໆກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການດໍາເນີນທຸລະກິດ, ຄວາມຄືບໜ້າໃນການເຈລະຈາຈັດຕັ້ງຜັນຂະຫຍາຍ ສັນຍາວ່າດ້ວຍການ​ຄ້າ ​ແລະ ການ​ລົງທຶນ ລະຫວ່າງ ລັດຖະບານ ລາວ ແລະ ອາເມຣິກາ (TIFA-Trade and Investment Framework Agreement) ແລະ ອື່ນໆ.

ແຫຼ່ງຂ່າວຈາກ ກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...