Homeຂ່າວຕ່າງປະເທດເກົາຫຼີພົບຄົນເສຍຊີວິດຈາກນ້ຳຖ້ວມເພີ່ມເປັນ 8 ຄົນ

ເກົາຫຼີພົບຄົນເສຍຊີວິດຈາກນ້ຳຖ້ວມເພີ່ມເປັນ 8 ຄົນ

Published on

ສຳນັກຂ່າວ ບີບີຊີ ລາຍງານວ່າ ຝົນທີ່ຕົກລົງມາຢ່າງໜັກໃນວັນຈັນທີ່ຜ່ານມາ 8 ສິງຫາ 2022 ເຮັດໃຫ້ເກີດນໍ້າຖ້ວມສູງຕາມຖະໜົນຫົນທາງໃນຂົງເຂດກຸງໂຊລ ນອກຈາກນັ້ນ ນໍ້າຍັງໄດ້ໄຫຼເຂົ້າຖ້ວມສະຖານີລົດໄຟໃຕ້ດິນຫຼາຍແຫ່ງ ແລະ ກໍ່ໃຫ້ເກີດໄຟດັບທົ່ວກຸງໂຊລ ລ່າສຸດມີລາຍງານວ່າພົບຜູ້ເສຍຊີວິດເພີ່ມອີກເປັນ 8 ຄົນ ບາດເຈັບອີກ 14 ຄົນ.

ຕາມການລາຍງານຂອງສຳນັກຂ່າວທ້ອງຖິ່ນ ມີໄດ້ຮັບຜູ້ເຄາະຮ້າຍ 3 ຄົນຈົມນໍ້າເສຍຊີວິດພາຍໃນອະພາດເມັ້ນໃຕ້ດິນຂອງພວກເຂົາ, ໂດຍເຈົ້າໜ້າກູ້ໄພ ບໍ່ສາມາດເຂົ້າຊ່ວຍເຫຼືອໄດ້ທັນເວລາ ເນື່ອງຈາກວ່າ ນໍ້າຖ້ວມສູງຮອດລະດັບແອວ ນອກຈາກນັ້ນຍັງມີຜູ້ເສຍຊີວິດຈາກສາເຫດອື່ນໆເຊັ່ນ ໄຟຟ້າຊັອດ ແລະ ດິນເຈື່ອນ.

ຫຼາຍຂົງເຂດກຸງໂຊລ ແລະ ພື້ນທີ່ໃກ້ຄຽງຄືອິນຊອນ ແລະ ຍອງກີ ກໍປະເຊີນກັບຝົນຕົກໜັກ ທີ່ມີປະລິມານນໍ້າສູງຂື້ນ 10cm ຕໍ່ຊົ່ງໂມງ ໃນກາງຄືນຂອງວັນຈັນທີ່ຜ່ານມາ.

ຜົນກະທົບດັ່ງກ່າວໄດ້ເຮັດໃຫ້ປະຊາຊົນໃນກຸງໂຊລຫຼາຍກວ່າ 163 ຄົນຕ້ອງເປັນຄົນບໍ່ມີບ່ອນຢູ່ ແລະ ໄປອາໄສຢູ່ຕາມໂຮງຮຽນ, ຕຶກອາຄານຂອງລັດຖະບານ.

ມາຮອດຕອນນີ້ນໍ້າທີ່ຖ້ວມໃນກຸງໂຊລເລີ່ມຫຼຸດລົງໃກ້ຈະກັບສູ່ສະພາບປົກກະຕິແລ້ວ ​ແຕ່​ກົມ​ອຸຕຸນິຍົມ​ຂອງ​ເກົາຫຼີ​ໃຕ້​ຍັງມີຄຳເຕືອນ​ວ່າຈະມີຝົນຕົກໜັກໄປຈົນຮອດວັນພຸດ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...