Homeຂ່າວຕ່າງປະເທດລາວ-ອິນ​ເດຍ ເຝິກຊ້ອມ​ການ​ຄວບ​ຄຸມ​ພະຍາດ​ໝາກສຸກລີງ

ລາວ-ອິນ​ເດຍ ເຝິກຊ້ອມ​ການ​ຄວບ​ຄຸມ​ພະຍາດ​ໝາກສຸກລີງ

Published on

ນັກວິທະຍາສາດຈາກອິນເດຍ ເຝິກອົບຮົມຜູ້ຊ່ຽວຊານຈາກ ລາວ ແລະ ອີກຫຼາຍປະເທດ ເພື່ອຮັບມືກັບພະຍາດໝາກສຸກລີງ ໃນໄລຍະການແຜ່ລະບາດນີ້.

ຈາກກຸງນິວເດ ປະເທດອິນເດຍ ນັກ​ວິ​ທະ​ຍາ​ສາດ​ ຢູ່​ສະ​ຖາ​ບັນ​ວິ​ໄຈ​ໄວຣັສວິ​ທະ​ຍາ​ສາດ​ແຫ່ງ​ຊາດ​ ຂອງ​ສະ​ພາ​ການ​ແພດ ອິນ​ເດຍ (ICMR) ຢູ່​ນະ​ຄອນປູເນ່ ກຳລັງເ​ຝິກ​ອົບ​ຮົມ​ບັນ​ດາ​ຜູ້​ຊ່ຽວ​ຊານ​ຈາກ ລາວ, ຫວຽດ​ນາມ, ມຽນ​ມາ, ກຳ​ປູ​ເຈຍ, ອິນ​ໂດ​ເນ​ເຊຍ,  ມາ​ເລ​ເຊຍ, ຟີ​ລິບ​ປິນ, ສີ​ລັງ​ກາ ແລະ ໄທ ​ເພື່ອ​ແກ້​ໄຂ​ການລະບາດຂອງພະຍາດໝາກສຸກລີງ ​ໃນ​ທ່າມກາງ​ຄວາມ​ເປັນ​ຫ່ວງ​ທີ່​ເພີ່ມ​ຂຶ້ນ​ ກ່ຽວ​ກັບ​ພະຍາດໝາກສຸກລີງ.

ເປັນສ່ວນໜຶ່ງຂອງການຕອບສະໜອງຂອງອິນເດຍຕໍ່ໄພທີ່ເກີດຂຶ້ນໃໝ່, ນັກວິທະຍາສາດ NIV ກໍາລັງເຝິກອົບຮົມ ກັບບັນດາປະເທດເຫຼົ່ານີ້ ກ່ຽວກັບການທົດສອບ, ອາການທາງດ້ານຄລີນິກ, ຄໍານິຍາມກໍລະນີ, ການເກັບຕົວຢ່າງ ແລະ ອຸປະກອນທີ່ຈໍາເປັນສໍາລັບການທົດສອບ.

ທ່ານ ດຣ Pragya Yadav ນັກວິທະຍາສາດອາວຸໂສຂອງ NIV ປູເນ່ ກ່າວວ່າ: ການພັດທະນາຄວາມສາມາດໃນການວິໄຈ ແລະ ກວດຫາພະຍາດໝາກສຸກລີງໃນປະເທດເຫຼົ່ານີ້ ຈະຊ່ວຍປັບປຸງການກວດຫາກໍລະນີທີ່ສົງໃສ ແລະ ຫຼຸດຜ່ອນການແຜ່ລະບາດຂອງພະຍາດໂດຍຜ່ານການເດີນທາງ.

ສະຖາບັນບໍ່ພຽງແຕ່ສະໜອງໂຄງສ້າງຄວາມອາດສາມາດ, ແຕ່ຍັງສະໜອງ ຊຸດກວດທົດສອບ ສໍາລັບປະເທດອື່ນໆຕາມການຮ້ອງຂໍ.

ອາທິດທີ່ຜ່ານມາ, ຫ້ອງທົດລອງ NIV ໄດ້ແຍກສາຍພັນຂອງເຊື້ອໄວຣັສໝາກສຸກລີງ ເພື່ອຊ່ວຍໃຫ້ບໍລິສັດການຢາ ພັດທະນາວັກຊີນປ້ອງກັນໝາກສຸກລີງ ແລະ ຊຸດກວດພະຍາດ. ນອກຈາກນັ້ນ, ສະຖາບັນຍັງໄດ້ຖືກກຳນົດໃຫ້ເປັນຫ້ອງທົດລອງ ສົ່ງຕໍ່ເພື່ອທົດສອບກໍລະນີທີ່ສົງໃສ. ນອກຈາກນັ້ນ, ຫ້ອງທົດລອງເຄືອຂ່າຍ ICMR-VRDL (Viral Research and Diagnostic Laboratory) ອີກ 15 ແຫ່ງ ໄດ້ຖືກປັບປຸງໃຫ້ເໝາະສົມເພື່ອວິໄຈພະຍາດໝາກສຸກລີງ.

ຕາມ​ອົງການ​ອະນາ​ໄມ​ໂລກ (WHO) ນັບ​ມາ​ຮອດ​ວັນ​ທີ 5 ສິງຫາ​ນີ້ ​ໄດ້​ມີ​ຜູ້​ຕິດ​ເຊື້ອ​ໄວ​ຣັສໝາກສຸກລີງ ​ປະມານ 28.000 ກໍລະນີ​ຢູ່ 88 ​ແຫ່ງ​ໃນ​ທົ່ວ​ໂລກ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...