Homeຂ່າວການຮ່ວມມື6 ປະເທດ ລົງນາມການຮ່ວມມື ໃນອາຊີຕາເວັນອອກສຽງໃຕ້

6 ປະເທດ ລົງນາມການຮ່ວມມື ໃນອາຊີຕາເວັນອອກສຽງໃຕ້

Published on

ອີງຕາມການລາຍງານຂ່າວ​ຈາກ CRI: ໃນວັນທີ 3 ສິງຫາ 2022 ທີ່ຜ່ານມາ, ໃນໄລຍະ ຈັດກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ອາຊຽນ ຄັ້ງທີ 55 ຢູ່ກຳປູເຈຍ ​ໂດຍມີ 6 ປະເທດຄື: ດານມາກ, ເກຣັກ, ໂຮນລັງ, ໂອມານ, ກາຕາ ແລະ ສະຫະນະຄອນ ​ເອ​ເມ​ເຣັດ ອາຣັບ ໄດ້ລົງນາມ ໃນສັນຍາ ວ່າດ້ວຍ ໄມຕີຈິດ ມິດຕະພາບ ແລະ ການຮ່ວມມື ໃນອາຊີ ຕາເວັນອອກ ສຽງໃຕ້ (TAC).

ໂດຍ ສັນຍາ​ ດັ່ງກ່າວ ແມ່ນໄດ້ເຊັນ ໃນກອງປະຊຸມ ຄັ້ງທຳ​ອິດ ຂອງຫົວໜ້າ ລັດຖະບານ ປະເທດ ສະມາຊິກ ອາຊຽນ ທີ່ຈັດຂຶ້ນ ໃນປີ 1976 ໂດຍມີ ຈຸດປະສົງເພື່ອ “ສົ່ງເສີມ ສັນຕິພາບ ຖາວອນ, ໄມຕີຈິດ ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ປະຊາຊົນ ປະເທດຕ່າງໆ ໃນພາກພື້ນ ເພື່ອເພີ່ມທະວີ ຄວາມສາມາດ, ຄວາມສາມັກຄີ ແລະ ສາຍພົວພັນ ອັນສະໜິດແໜ້ນ ຂອງປະຊາຊົນ ຢູ່ປະເທດ ​ເຫລົ່າ​ນີ້”. ປັດຈຸບັນ, 10 ປະເທດ ສະມາຊິກ ອາຊຽນ ໄດ້ເຂົ້າຮ່ວມ ສັນຍາ ສະບັບນີ້ ໝົດແລ້ວ. ນອກນີ້, ປະເທດອື່ນໆ ເຊັ່ນ ປະເທດຈີນ ກໍໄດ້ເຂົ້າຮ່ວມ ສັນຍາ ສະບັບນີ້ ເຊັ່ນດຽວກັນ.

ແຫຼ່ງຂ່າວ: CRI

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...