spot_img
Homeຂ່າວພາຍ​ໃນພິທີ ມອບ-ຮັບ ໃບທະບຽນແນວພັນເຂົ້າຊະນິດໃໝ່

ພິທີ ມອບ-ຮັບ ໃບທະບຽນແນວພັນເຂົ້າຊະນິດໃໝ່

Published on

ຈັດພິທີ ມອບ-ຮັບ ໃບທະບຽນແນວພັນເຂົ້າຊະນິດໃໝ່ມີ ຫອມດອກຄຳ 8, ຫອມທ່າດອກຄຳ 15 ແລະ ຫອມເຊບັ້ງໄຟ 4.

ການປ່ຽນແປງຂອງສະພາບແວດລ້ອມ ໄດ້ສົ່ງຜົນກະທົບໂດຍກົງຕໍ່ກັບການຜະລິດເຂົ້າ ຢູ່ ສປປລາວ ໂດຍສະເພາະໄພນໍ້າຖ້ວມ, ໄພແຫ້ງແລ້ງ ແລະ ພາວະໂລກຮ້ອນ.

ນອກຈາກນີ້, ການລະບາດຂອງພະຍາດເຂົ້າ ໂດຍສະເພາະພະຍາດຂອບໃບແຫ້ງ, ພະຍາດໃບ ໄໝ້ ແລະ ພະຍາດຄໍຮວງເນົ່າ ແລະ ການລະບາດຂອງແມງໄມ້ສັດຕູພືດ ເຊັ່ນ: ເພ້ຍຈັກຈັ່ນສີນ້ຳຕານ, ເພ້ຍຈັກຈັກຈັ່ນສີຂຽວ, ເພ້ຍໄຟ.

ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຮ່ວມມືກັບ ສະຖາບັນວິທະຍາສາດ ເທັກໂນໂລຢີ ແຫ່ງຊາດ ປະເທດໄທ ພັດທະນາໂຄງການຄົ້ນຄວ້າແນວພັນເຂົ້າ ທົນທານຕໍ່ກັບການປ່ຽນແປງຂອງສະພາບແວດລ້ອມ ນັບແຕ່ປີ 2009-2022 (ໄລຍະເວລາການຮ່ວມມື 13 ປີ) ແລະ ໄດ້ຄົ້ນຄວ້າພັດທະນາແນວພັນໃໝ່ ແລະ ໄດ້ຈົດທະບຽນ ຢູ່ກົມປູກຝັງ ໃນປີ 2018 ຈໍານວນ 2 ແນວພັນ ຄື: ເຊບັ້ງໄຟ 2 ແລະ ເຊບັ້ງໄຟ3. ເຊິ່ງທັງໝົດ ເປັນແນວພັນເຂົ້າຈ້າວຫອມທົນນໍ້າຖ້ວມ ແລະ ໃນປີ 2022 ໄດ້ສະເໜີຈົດທະບຽນຕື່ມ 3 ແນວພັນຄື ຫອມເຊບັ້ງໄຟ 4, ຫອມທ່າດອກຄໍາ 8, ຫອມທ່າດອກຄໍາ 15.

ໃນວັນທີ 22 ກໍລະກົດ 2022, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດພິທີ ມອບ-ຮັບ ໃບທະບຽນແນວພັນເຂົ້າຊະນິດໃໝ່ “ຫອມດອກຄຳ 8, ຫອມທ່າດອກຄຳ 15 ແລະ ຫອມເຊບັ້ງໄຟ 4” ລະຫວ່າງ ກົມປູກຝັງ ແລະ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ.

ໃຫ້ກຽດມອບໃບຢັ້ງຢືນ ໂດຍ ທ່ານ ປອ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ; ໃຫ້ກຽດຮັບໃບຢັ້ງຢືນ ໂດຍທ່ານ ນາງ ປອ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ເຊິ່ງມີ ທ່ານ ນາງ ປອ ເພັດມະນີແສງ ຊ້າງໄຊຍະສານ ຫົວໜ້າຄົ້ນຄວ້າເຂົ້າ, ພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມເປັນສັກຂີພະຍານ.

ສຳລັບແຜນພັດທະນາແນວພັນເຂົ້າໃນອານາຄົດ 2022 – 2030 ຄື:

• ໄດ້ພັດທະນາແນວພັນທົນທານຕໍ່ກັບ ເພ້ຍຈັກຈັ່ນສີນໍາຕານ ແຕ່ຍັງຮັກສາຄວາມຫອມ, ທົນທານຕໍ່ກັບນໍ້າຖ້ວມ, ທົນທານຕໍ່ກັບພະຍາດໃບໄໝ້, ພະຍາດຄໍຮວງເນົ່າ ແລະ ພະຍາດຂອບໃບແຫ້ງ, ປະຈຸບັນໄດ້ສາຍພັນດີເດັ່ນແລ້ວ ແລະ ຍັງຢູ່ໃນແປງສຶກສາຜົນຜະລິດ ແລະ ຄາດຄະເນວ່າ ຈະເອົາລົງທົດສອບການປັບໂຕຢູ່ທ້ອງຖິ່ນ ໃນປີ 2023 ແລະ ຈະສະເໜີຈົດທະບຽນ ໃນປີ 2025;

• ໄດ້ພັດທະນາແນວພັນເຊບັ້ງໄຟ 4 ໃຫ້ທົນທານຕໍ່ກັບ ພະຍາດຂອບໃບແຫ້ງ ແຕ່ຍັງຮັກສາຄວາມຫອມ, ທົນທານຕໍ່ກັບນໍ້າຖ້ວມ, ທົນທານຕໍ່ກັບຄວາມແຫ້ງແລ້ງ, ທົນທານຕໍ່ກັບພະຍາດໃບໄໝ້ ແລະ ພະ ຍາດຄໍຮວງເນົ່າ ປະຈຸບັນຍັງຢູ່ໃນແປງຄັດເລືອກ, ຄາດຄະເນວ່າຈະໄດ້ສາຍພັນດີເດັ່ນ ໃນປີ 2024, ຈະສຶກສາຜົນຜະລິດ ໃນປີ 2025, ເອົາລົງທົດສອບການປັບໂຕຢູ້ທ້ອງຖີ່ນ ໃນປີ 2026 ແລະ ຈະສະເໜີ ຈົດທະບຽນ ໃນປີ 2027.

• ໄດ້ພັດທະນາແນວພັນໃຫ້ທົນທານຕໍ່ກັບ ຄວາມຮ້ອນ ແຕ່ຍັງຮັກສາຄວາມຫອມ, ທົນທານຕໍ່ກັບນໍ້າຖ້ວມ, ທົນທານຕໍ່ກັບພະຍາດໃບໄໝ້, ພະຍາດຄໍຮວງເນົ່າ, ພະຍາດຂອບໃບແຫ້ງ ປະຈຸບັນຍັງຢູ່ໃນແປງຄັດເລືອກ, ຄາດຄະເນວ່າຈະໄດ້ສາຍພັນດີເດັນໃນປີ 2025, ຈະສຶກສາຜົນຜະລິດ ໃນປີ 2026, ເອົາລົງທົດສອບການປັບໂຕຢູ້ທ້ອງຖິ່ນ ໃນປີ 2027 ແລະ ສະເໜີຈົດທະບຽນ ໃນປີ 2028.

ຂ່າວຈາກ ຂ່າວສານກະສິກຳ,ປ່າໄມ້ ແລະ ພັດທະນາ ຊົນນະບົດ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...