Homeຊີວິດແລະຄວາມຮັກປະສົບການຈາກການສໍາພາດພະນັກງານ

ປະສົບການຈາກການສໍາພາດພະນັກງານ

Published on

Women-in-Office
ເມື່ອບໍ່ດົນມານີ້ ຜູ້ຂຽນໄດ້ສໍາພາດຜູ້ສະໝັກຄົນໜຶ່ງ (ເປັນຄົນຟີລິບປີນ) ທີ່ມາຍື່ນສະໝັກເຮັດວຽກຢູ່ໃນບໍລິສັດ. ຈາກການສໍາພາດເປັນເວລາປະມານບໍ່ຮອດ 1 ຊົ່ວໂມງ ເຮັດໃຫ້ຂ້າພະເຈົ້າຮູ້ສຶກປະທັບໃຈ ແລະ ຕັດສິນໃຈຮັບເອົາລາວເຂົ້າເຮັດວຽກທັນທີ ແລະ ຍິນດີຮັບຂໍ້ສະເໜີເລື່ອງເງິນເດືອນຕາມທີ່ລາວສະເໜີມາ ໂດຍບໍ່ຕໍ່ຈັກກີບ. ຈາກປະສົບການນີ້ຢາກແຊຣ໌ຂໍ້ຄິດໃຫ້ນ້ອງໆທີ່ກໍາລັງຊອກວຽກເຮັດງານທໍາຢູ່ວ່າ:

1.) ຄົນຊາດອື່ນເຂົາມີຄວາມຮັບຮູ້ວິທີເຂົ້າຫາວຽກ:
ບໍ່ວ່າການຂຽນຈົດໝາຍສະໝັກງານ(Covering Letter), Curriculum Vitae (CV) ໄດ້ຢ່າງໜ້າສົນໃຈ. ແລະ ເວລາການຕອບສໍາພາດຂອງເຂົາ ເຂົາກໍ່ເຮັດໄດ້ດີຄືກັນກັບວ່າເຂົາໄດ້ຮຽນມານີ້ແຫຼະ ເຂົາມີຄວາມໝັ້ນໃຈ ກ້າເວົ້າກ້າວ່າ, ຈຶ່ງເຮັດໃຫ້ນາຍຈ້າງສົນໃຈທີ່ຈະຈ້າງລາວ.

2.) ຄວາມຄິດ, ຄຸນສົມບັດ ແລະ ທັດສະນະຄະຕິ:
ເຂົາເຈົ້າຮູ້ຄິດ ມີຄວາມອົດທົນ ມີຄວາມຮັບຜິດຊອບ (ບາງຄົນອາດຈະຖາມວ່າຮູ້ໄດ້ຈັງໃດລົມກັນດ້າມຊົ່ວໂມງ? ຖ້າຈະຖາມແບບນັ້ນກໍ່ຈະຕອບວ່າ HR ຫຼື Human Resource ແມ່ນວິຊາກ່ຽວກັບມະນຸດສາດ/ຈິດຕະສາດ… ເຂົາມີເຄື່ອງມື ແລະ ວິທີຮູ້ໄດ້.

3.) ພາສາອັງກິດ:
ເຫັນວ່າພາສາອັງກິດຂອງເຂົາເກັ່ງ (ຍ້ອນວ່າສັງຄົມຟີລິປປີນເຂົາໃຊ້ພາສາອັງກິດມາແຕ່ນ້ອຍ) ອັນນີ້ເປັນຫ່ວງຄົນລາວເຮົາເລີຍວ່າ ຫຼັງຈາກເປີດ AEC ນີ້ຈະແຂ່ງເຂົາຍາກ, ຄືຄວາມຈິງໃນປັດຈຸບັນ ການຈ້າງຄູສອນພາສາອັງກິດໃນໂຮງຮຽນເອກະຊົນຕ່າງໆ ລ້ວນແຕ່ແມ່ນຄົນຕ່າງປະເທດ ເພາະຄຸນນະພາບເຂົາດີກວ່າ.

4.) ຄ່າຈ້າງ (ເງິນເດືອນ):
ເມື່ອທຽບແຕ່ລະດ້ານແລ້ວຄົນເຂົາມີຄວາມຮູ້ສູງ, ຄົນເຂົາມີຄວາມອົດທົນ, ມີວິໄນ, ມີຄວາມຮັບຜິດຊອບ, ທັກສະດ້ານພາສາທີ່ແຂງແຮງກວ່າ ແຕ່ວ່າເມື່ອມາທຽບລາຄາແລ້ວເຫັນວ່າ ຖືກກວ່າຄົນລາວດ້ວຍຊໍ້າ.

ສິ່ງທີ່ຢາກມານໍາມາແຊຣ໌ໃຫ້ນ້ອງໆຟັງວ່າ ນ້ອງໆຄວນຈະຄິດໃຫ້ເປັນ ແລະ ບຸກບືນແຕ່ດຽວນີ້ແລ້ວ ເພາະໃນປັດຈຸບັນຍັງເຫັນຫຼາຍຄົນທີ່ຮຽນຈົບມາແລ້ວລໍຖ້າເຂົ້າແຕ່ເຮັດວຽກນໍາລັດ ປີນີ້ບໍ່ໄດ້ ກໍ່ຖ້າປີໜ້າ ປີໜ້າບໍ່ໄດ້ກໍ່ຖ້າໄປເລື້ອຍໆ… ໂດຍທີ່ບໍ່ຄິດໄປຊອກວຽກເຮັດເພື່ອເກັບເງິນ ເກັບປະສົບການເລີຍ. ຖ້າເປັນແບບນີ້ອະນາຄົດລໍາບາກແນ່ນອນ ແມ່ນຢູ່ວ່າຕອນນີ້ອາໄສກິນນໍາພໍແມ່ ຜູ້ຂຽນເຊື່ອວ່າ ອາຍຸນ້ອງໆຮອດ 3 5ຂຶ້ນໄປແລ້ວ ພໍ່ແມ່ຄົງບໍ່ມາລ້ຽງຢູ່ແນ່ນອນ… ແລະ ປີໜ້າເປີດ AEC ແລ້ວ ຍິ່ງຈະຊອກວຽກຍາກຂຶ້ນອີກເພາະຄົນນອກຈະເຂົ້າມາຍາດວຽກຄົນລາວຫຼາຍຂຶ້ນ.

ຢາກໃຫ້ນ້ອງໆເອົາໃຈໃສ່ ບຸກບືນ ບໍ່ຮູ້ກໍ່ຕ້ອງຊອກຫາຮຽນຮູ້ ທຸກຢ່າງມີທາງອອກສະເໝີ. ດ້ວຍຄວາມຫວັງດີ ຈາກ: ແອັດມິນ ເພຈ iJOB.la

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...