spot_img
Homeຂ່າວພາຍ​ໃນລາຄາສິນຄ້າອຸປະໂພກ-ບໍລິໂພກໃນລາວ ສືບຕໍ່ເພີ່ມຂຶ້ນກະທົບຕໍ່ຜູ້ທີ່ມີລາຍໄດ້ຕ່ຳ

ລາຄາສິນຄ້າອຸປະໂພກ-ບໍລິໂພກໃນລາວ ສືບຕໍ່ເພີ່ມຂຶ້ນກະທົບຕໍ່ຜູ້ທີ່ມີລາຍໄດ້ຕ່ຳ

Published on

ລາຄາສິນຄ້າອຸປະໂພກ-ບໍລິໂພກໃນລາວ ຍັງສືບຕໍ່ເພີ່ມຂຶ້ນເລື້ຶອຍໆ  ມັນຈຶ່ງສ້າງຄວາມກົດດັນຕໍ່ຄອບຄົວໃນຫຼາຍໆຄອບຄົວທີ່ມີລາຍໄດ້ຕ່ຳ.

ໃນເດືອນມິຖຸນາ ປີ 2022, ດັດຊະນີ​ລາຄາ​ຜູ້​ບໍລິ​ໂພ​ກທີ່​ນຳ​ເຂົ້າ​ໄດ້​ເພີ່ມ​ຂຶ້ນ 14,5% ​ເມື່ອ​ທຽບ​ໃສ່​ເດືອນ​ຕໍ່​ເດືອນ ​ແລະ ເພີ່ມ 41,2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍນີ້, ຂະນະ​ດຽວ​ກັນ​ ລາຄາ​ສິນຄ້າ​ທີ່​ຜະລິດ​ຢູ່​ພາຍ​ໃນ​ປະ​ເທດ​ເພີ່ມ​ຂຶ້ນ 15,9% ​ເມື່ອ​ທຽບ​ໃສ່​ໄລຍະ​ຜ່ານ​ມາປີ. ອັດຕາ​ເງິນ​ເຟີ້​ໄດ້​ບັນລຸ​ເຖິງ 23,6% ​ເຊິ່ງ​ເປັນ​ຕົວ​ເລກ​ທີ່​ສູງ​ທີ່​ສຸດ ​ນັບ​ແຕ່​ເດືອນ​ພຶດສະພາ​ ປີ 2000.

ການເພີ່ມຂຶ້ນຂອງລາຄາສິນຄ້ານໍາເຂົ້າແມ່ນຕິດພັນກັບ ການອ່ອນຄ່າຂອງເງິນກີບ, ຍ້ອນສ່ວນໃຫຍ່ທຸລະກິດແມ່ນຂາຍສິນຄ້າເປັນສະກຸນເງິນຕາຕ່າງປະເທດ ເຊັ່ນ ເງິນບາດ ແລະ ເງິນໂດລາສະຫະລັດ.

ລາຄານໍ້າມັນ (ແມ່ນເພີ່ມຂື້ນຕາມອັດຕາເງິນເຟີ້) ເພີ່ມຂຶ້ນ 107,1 ເປີເຊັນຕໍ່ປີ, ຕໍ່ມາແມ່ນ ເຫຼັກກ້າ (ເພີ່ມຂຶ້ນ 91,9 ເປີເຊັນຕໍ່ປີ), ນໍ້າມັນເຊື້ອໄຟ (69,4 ເປີເຊັນ), ເຄື່ອງປະດັບ ຄຳ (68,7 ເປີເຊັນ), ນົມ ເນີຍແຂງ ແລະ ໄຂ່ (40,5 ເປີເຊັນ), ແລະຜະລິດຕະພັນເຂົ້າຈີ່ ແລະ ແປ້ງ (36,1 ເປີເຊັນ).

ລາຄາຂອງອາຫານ ແລະ ເຄື່ອງດື່ມ (ບໍ່ມີເຫຼົ້າ) ເພີ່ມຂຶ້ນ 8,6 ເປີເຊັນຕໍ່ເດືອນ ແລະ 16.9 ເປີເຊັນຕໍ່ປີ.

ການເພີ່ມຂຶ້ນຂອງລາຄາໃນປະເພດນີ້ແມ່ນ ຍ້ອນຄ່າໃຊ້ຈ່າຍຂອງນ້ຳມັນ ເຄື່ອງປຸງແຕ່ງອາຫານ, ໝາກໄມ້ ແລະ ຊີ້ນ ທີ່ເພີ່ມຂຶ້ນຈຶ່ງເຮັດໃຫ້ ລາຄາອາຫານເພີ່ມຂຶ້ນ. ລາຄາ​ສິນຄ້າ​ໃນ​ລາວ​ບໍ່​ມີ​ສັນຍານ​ຫຼຸດ​ລົງ, ​ເຖິງ​ວ່າ​ລັດຖະບານ​ຈະ​ພະຍາຍາມ​ຊຸກຍູ້​ການ​ຜະລິດ​ພາຍ​ໃນ​ປະ​ເທດ​ຢ່າງ​ເຂັ້ມ​ງວດ ແລະ ມີການຄວບຄຸມອັດຕາແລກປ່ຽນແລ້ວກໍຕາມ.

ສິ່ງທ້າທາຍຕົ້ນຕໍ ທີ່ຜູ້ເຮັດທຸລະກິດໃນລາວປະເຊີນກັບແມ່ນຕົ້ນທຶນການຜະລິດທີ່ເພີ່ມຂຶ້ນ, ອຸປະກອນ ເຊັ່ນ ລົດໄຖນາ, ຝຸ່ນ ແລະ
ອາຫານສັດທັງໝົດຕ້ອງນໍາເຂົ້າຈາກປະເທດໄທ.

ສິ່ງທ້າທາຍອີກອັນໜຶ່ງ ຂອງປະເທດລາວ ກໍຄືອັດຕາເງິນເຟີ້ໄດ້ເພີ່ມຂຶ້ນ ສູງກວ່າອັດຕາຄາດຄະເນຂອງຜະລິດຕະພັນລວມພາຍໃນ (GDP).

ລັດຖະບານລາວ ກໍາລັງເຮັດວຽກ ທີ່ຈະນໍາເອົາ ນັກລົງທຶນ ແລະ ນັກທ່ອງທ່ຽວ ເຂົ້າມາລາວຫຼາຍຂຶ້ນ, ພ້ອມກັບ ເງິນຕາຕ່າງປະເທດ ເຂົ້າມາປະເທດໃຫ້ຫຼາຍຂຶ້ນ ເພື່ອຈະຊ່ວຍເຮັດໃຫ້ມູນຄ່າຂອງເງິນກີບມີສະຖຽນລະພາບຫຼາຍຂຶ້ນ.

ຂໍ້ມູນຈາກ: ວຽງຈັນທາຍ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...