Homeຂ່າວພາຍ​ໃນສື່ມວນຊົນ ສຳເລັດການລົງຕິດຕາມຂະບວນສັກວັກຊິນ ຢູ່ແຂວງສະຫວັນນະເຂດ

ສື່ມວນຊົນ ສຳເລັດການລົງຕິດຕາມຂະບວນສັກວັກຊິນ ຢູ່ແຂວງສະຫວັນນະເຂດ

Published on

ໃນລະຫວ່າງວັນທີ 10-16 ກໍລະກົດ 2022 ທີ່ຜ່ານມາ, ຄະນະສື່ມວນຊົນ ນຳພາໂດຍ ກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ອົງການອຸຍນີເຊບ ປະຈຳລາວ ແລະ ສູນສຸຂະພາບແມ່ ແລະ ເດັກ ກະຊວງສາທາລະນະສຸກ ໄດ້ສຳເລັດ ການລົງເຄື່ອນໄຫວເກັບກຳຂ່າວຂະບວນສັກວັກຊິນໂຄວິດ-19 ແລະ ສັກວັກຊິນຮອບປົກກະຕິ ຢູ່ແຂວງສະຫວັນນະເຂດ  ເພື່ອໂຄສະນາປຸກລະດົມຂະບວນການສັກວັກຊິນ ປີ 2022 ໃຫ້ບັນລຸຕາມເປົ້າໝາຍລັດຖະບານວາງໄວ້ 80%.

ການລົງເຄື່ອນໄຫວ ເກັບກຳຂ່າວຂະບວນສັກວັກຊິນໂຄວິດ-19 ແລະ ສັກວັກຊິນຮອບປົກກະຕິ ຢູ່ແຂວງສະຫວັນນະເຂດ ໃນຄັ້ງນີ້, ສື່ມວນຊົນໄດ້ ລົງຕິດຕາມ ແລະ ຮັບຟັງການລາຍງານກ່ຽວກັບວຽກງານການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະ ຍາດໂຄວິດ-19 ລວມທັງ ວຽກງານການສັກວັກຊິນໂຄວິດ-19 ແລະ ສັກວັກຊິນຮອບປົກກະຕິ ຢູ່ນະຄອນໄກສອນ ພົມວິຫານ, ເມືອງພີນ, ພະລານໄຊ ແລະ ເມືອງຊົນນະບູລີ.

ພ້ອມທັງລົງຕິດຕາມເບິ່ງບັນຫາຕົວຈິງກ່ຽວກັບ ຂະບວນສັກວັກຊິນ ແລະ ສຳພາດພາກສ່ວນຕ່າງໆ ທີ່ຮັບຜິດຊອບ ລວມທັງປະຊາຊົນ ໂດຍສະເພາະ ແມ່ນຄວາມຄືບໜ້າໃນການສັກວັກຊິນ, ສິ່ງທ້າທາຍ, ຄວາມຮັບຮູ້-ເຈົ້າໃຈຂອງປະຊາຊົນກ່ຽວກັບການສັກວັກຊິນ ເພື່ອນໍາໂຄສະນາເຜີຍແຜ່ໃຫ້ປະຊາຊົນ, ພະນັກງານ, ທະຫານຕໍາຫລວດ ແລະ ທຸກພາກສ່ວນໃນສັງຄົມ ໄດ້ຮັບຮູ້ ເຖິງຈຸດປະສົງ, ຄວາມສຳຄັນໃນການສັກວັກຊິນ ເພື່ອສ້າງພູມຄຸ້ມກັນ.

ທ່ານ ດຣ ທອງຄຳ ພັດຫະວົງ ຫົວໜ້າໜ່ວຍງານປຸກລະດົມຊູມຊົນ ສູນສຸຂະພາບ ແມ່ ແລະ ເດັກ ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ຜ່ານການລົງຕິດຕາມຮ່ວມກັບຄະນະສື່ມວນຊົນ ໃນຄັ້ງນີ້, ເຫັນວ່າບົດຮຽນທີ່ພວກເຮົາເຫັນຊັດເຈນ ດ້ານພື້ນຖານແມ່ນຍັງຂາດການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ແລະ ການປຸກລະດົມຢ່າງກວ້າງຂວາງ ເພື່ອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ເຖິງຄວາມສຳຄັນຂອງການມາສັກວັກຊິນ ເຊິ່ງເປັນວຽກໜຶ່ງທີ່ພວກເຮົາຕ້ອງໄດ້ສືບຕໍ່ ເພື່ອເຮັດແນວໃດໃຫ້ການໂຄສະນາສຸຂະສຶກສາໃຫ້ປະຊາຊົນຢູ່ເຂດຫ່າງໄກສອກຫລີກ ໄດ້ເຂົ້າໃຈ ແລະ ມີຄວາມຈໍາເປັນວ່າວຽກງານສັກວັກຊິນປ້ອງກັນໂຄວິດ ແມ່ນມີຄວາມຈຳເປັນ, ຖ້າພວກເຮົາບໍ່ໄດ້ສັກວັກຊິນປ້ອງກັນ ຈະເຮັດໃຫ້ພະ ຍາດດັ່ງກ່າວລະບາດໄດ້, ກະຊວງສາທາລະນະສຸກ ແລະ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ລວມທັງພາກສ່ວນກ່ຽວຂ້ອງອື່ນໆ ຕ້ອງໄດ້ຊ່ວຍກັນໂຄສະນາຂໍ້ມູນຂ່າວສານຕ່າງໆກ່ຽວກັບການປ້ອງກັນ ແລະ ສະກັດກັ້ນພະຍາດໃຫ້ທົ່ວເຖິງ, ພວກເຮົາຕ້ອງໄດ້ຊ່ວຍກັນ, ຮ່ວມມືແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ນໍາໃຊ້ບັນດາສື່ໂຄສະນາຕ່າງໆ ເປັນຕົ້ນ ໜັງສືພິມ, ວິທະຍຸ, ໂທລະພາບ, ໂທລະໂຄ່ງ ແລະ ສື່ອື່ນໆ ກະຈາຍຂໍ້ມູນຂ່າວສານຢ່າງກວ້າງຂວາງ ແລະ ທົ່ວເຖິງ ເຊິ່ງໄລຍະຜ່ານມາ, ວຽກງານສື່ໂຄສະນາຕ່າງໆແມ່ນ ມອບໃຫ້ແຕ່ສາທາລະນະສຸກ ເປັນເຈົ້າການ ເຮັດໃຫ້ການກະຈາຍຂ່າວ, ການສົ່ງຄວາມຮູ້ຕ່າງໆກ່ຽວກັບການປ້ອງກັນຕົນເອງ ບໍ່ວ່າຈະເປັນການສັກວັກຊິນ ຫລື ກວດສຸຂະພາບທົ່ວໄປ ຍັງຄິດວ່າເປັນຂອງສ່ວນຕົວ ເປັນຂອງບຸກຄົນ, ສະນັ້ນ ເຮົາຕ້ອງເຂົາໃຈວ່າ ສຸຂະພາບມັນເປັນຂອງທຸກຄົນ ພວກເຮົາຕ້ອງໄດ້ຮ່ວມມືກັນ ໂດຍສະເພາະ ການໂຄ ສະນາຂໍ້ມູນຂ່າວ ສານ ຕ້ອງໄດ້ເວົ້າຫລາຍເທື່ອ ແລະ ຊໍ້າໄປຊໍ້າມາ.

ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ເພື່ອເຮັດໃຫ້ການບໍລິການສັກວັກຊິນ ເຂົ້າເຖິງປະຊາຊົນຫລາຍຂຶ້ນ ພວກເຮົາຕ້ອງອາໃສ່ໜ່ວຍສັກວັກຊິນຄົງທີ່ ແລະ ໜ່ວຍເຄື່ອນທີ່ ເພື່ອເຄື່ອນໄຫວ ແຕ່ຕ້ອງໄດ້ເອົາໃຈໃສ່ປະສານສົບທົບກັບ ອຳນາດການປົກຄອງ ເພື່ອເປັນສື່ຊ່ວຍພວກເຮົາ, ທາງດ້ານແພດ ກໍຕ້ອງໄດ້ເອົາໃຈໃສ່ທາງດ້ານເຕັກນິກຕ່າງໆ, ສຳຄັນຕ້ອງໄດ້ອາໃສ່ສື່ໂຄສະນາທີ່ພວກເຮົາສ້າງຂຶ້ນ, ຕ້ອງໄດ້ລົງໂຄສະນາເລື້ອຍໆ, ທີມງານທີ່ໄປເຄື່ອນທີ່ ກໍຕ້ອງໄດ້ເຮັດວຽກເຊື່ອມສານ, ຕ້ອງໄດ້ໂຄສະນາຫລາຍໆຄັ້ງ, ເອົາຜົນດີ, ຜົນເສຍ, ຄວາມຈຳເປັນຕ້ອງໄດ້ສັກວັກຊິນປ້ອງກັນະຍາດ ໃຫ້ແກ່ປະຊາຊົນຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ວຽກງານດັ່ງກ່າວບັນລຸຕາມເປົ້າໝາຍທີ່ວາງໄວ້.

ຂໍ້ມູນ: ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...