Homeຂ່າວຕ່າງປະເທດໄທຈະເກັບຄ່າທຳນຽມ ສຳລັບໂດຍສານຂາເຂົ້າ

ໄທຈະເກັບຄ່າທຳນຽມ ສຳລັບໂດຍສານຂາເຂົ້າ

Published on

ກະຊວງການທ່ອງທ່ຽວຂອງປະເທດໄທ ສະເໜີໃຫ້ເກັບຄ່າທຳນຽມການທ່ອງທ່ຽວ 300 ບາດ ສຳລັບຜູ້ໂດຍສານຂາເຂົ້າໃນປະເທດໄທ.

ອ້າງອີງຈາກ Thaiger ລາຍງານວ່າ: ເກັບຄ່າທຳນຽມຂາເຂົ້າ ສຳລັບຄົນຕ່າງປະເທດທຸກສັນຊາດ ໃນນັ້ນລວມທັງລາວ ໂດຍບໍ່ມີຂໍ້ຍົກເວັ້ນ ແລະ ມີວັດຖຸປະສົງເພື່ອຄຸ້ມຄອງ 500.000 ບາດ ສຳລັບບຸກຄົນເປັນເວລາ 30 ມື້.

ຜູ້ທີ່ເດີນທາງໂດຍເຮືອບິນ ຈະມີຄ່າໃຊ້ຈ່າຍລວມຢູ່ໃນທ່ຽວບິນ ແຕ່ຜູ້ທີ່ເດີນທາງໂດຍທາງບົກຕ້ອງໄດ້ຈ່າຍເງິນສົດ ທີ່ຈຸດກວດຄົນເຂົ້າເມືອງ.

ການເກັບຄ່າທຳນຽມໃໝ່ນີ້ ຄາດວ່າຈະໄດ້ເລີ່ມໃນຊ່ວງຕົ້ນປີ 2023.

ກະຊວງການທ່ອງທ່ຽວ ແລະ ກິລາຂອງປະເທດໄທ ກ່າວວ່າ ພ້ອມ​ແລ້ວ​ທີ່​ຈະ​ດຳ​ເນີນການຕໍ່ໄປ ແຕ່ວ່າຕ້ອງໄດ້ກວດສອບໃຫ້ແນ່ໃຈກ່ອນວ່າ ດ່ານຊາຍແດນທາງບົກ ແລະ ທາງທະເລ ພ້ອມທີ່ຈະເລີ່ມເກັບເງິນແລ້ວບໍ.

ຈາກສື່ທາງການໄທລາຍງານວ່າ ຈະບໍ່ມີຂໍ້ຍົກເວັ້ນຄ່າທຳນຽມສຳລັບຄົນຕ່າງປະເທດ ລວມທັງລາວ ແລະ ຜູ້ທີ່ມີໃບອານຸຍາດເຮັດວຽກ ຫຼື ໜັງສືເດີນທາງສຳລັບທູດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...