spot_img
Homeຂ່າວຕ່າງປະເທດອິນເດຍອອກມາດຕະການສັ່ງຫ້າມໃຊ້ພລາສຕິກແບບໃຊ້ເທື່ອດຽວແລ້ວຖິ້ມ

ອິນເດຍອອກມາດຕະການສັ່ງຫ້າມໃຊ້ພລາສຕິກແບບໃຊ້ເທື່ອດຽວແລ້ວຖິ້ມ

Published on

ອິນເດຍອອກມາດຕະການສັ່ງຫ້າມໃຊ້ພລາສຕິກແບບໃຊ້ເທື່ອດຽວແລ້ວຖິ້ມ ເຊິ່ງເລີ່ມຕັ້ງແຕ່ວັນທີ 1 ກໍລະກົດ ທີ່ຜ່ານມານີ້ ເພື່ອກຳຈັດບັນຫາແມ່ນ້ຳທີ່ເຕັມໄປດ້ວຍຂີ້ເຫຍື້ອ ແລະ ການສ້າງອັນຕະລາຍແກ່ສັດປ່າ, ແຕ່ຜູ້ຊ່ຽວຊານຂອງອິນເດຍໄດ້ກ່າວວ່າ ຈະປະເຊີນບັນຫາຈາກທີ່ຜູ້ຜະລິດທີ່ບໍ່ກຽມພ້ອມ ແລະ ຜູ້ບໍລິໂພກທີ່ບໍ່ໃຫ້ຄວາມຮ່ວມມື.

ອ້າງອີງຈາກສຳນັກຂ່າວ ຣອຍເຕີ ໄດ້ລາຍງານຈາກອິນເດຍ ລາຍງານວ່າ: ໃນວັນທີ 1 ກໍລະກົດ ອິນເດຍອອກຄຳສັ່ງຫ້າມໃໝ່ເພື່ອຄວບຄຸມເຖິງການຜະລິດ ການນຳເຂົ້າ ແລະ ການຈຳໜ່າຍສິ່ງຂອງເຄື່ອງໃຊ້ເຊັ່ນ: ຫຼອດ ຫຼື ແກ້ວທີ່ເຮັດມາຈາກພລາສຕິກ ແລະ ພລາສຕິກທີ່ຫຸ້ມກັບຢາສູບ, ໃນຂະນະທີ່ຖົງພລາສຕິກໃນບາງແບບ ຍັງຖືກຍົກເວັ້ນຢູ່.

ຕອນນີ້ລັດຖະບານອິນເດຍມີການສັ່ງຫ້າມ ແຕ່ສະພາບແຫຼ່ງນ້ຳ ແລະ ເຂດຖົມຂີ້ເຫຍື້ອ ມັນເຮັດໃຫ້ເຫັນວ່າ ນະໂຍບາຍດັ່ງກ່າວນັ້ນບໍ່ມີປະສິດທິຜົນປານໃດ ເນື່ອງຈາກວ່າບໍລິສັດອຸດສາຫະກຳພລາສຕິກຫຼາຍແຫ່ງ ກ່າວວ່າ ວັດສະດຸທີ່ຈະຜະລິດໃນການຊ່ວຍອະນຸລັກສິ່ງແວດລ້ອມນັ້ນມີລາຄາແພງຫຼາຍ ພ້ອມຮຽກຮ້ອງໃຫ້ລັດຖະບານເລື່ອນມາດຕະການຫ້າມນີ້ອອກໄປກ່ອນ.

ປະຈຸ​ບັນ ອິນ​ເດຍ​ເປັນ​ປະ​ເທດ​ທີ່​ຜະລິດ​ຂີ້​ເຫຍື້ອ​ພລາສຕິກປະມານ 4 ລ້ານ​ໂຕນ​ຕໍ່​ປີ, ​ໃນ​ນັ້ນ​ປະມານ 1/3 ຂອງ​ຈຳນວນ​ດັ່ງກ່າວ​ບໍ່​ສາມາດ​ນຳເອົາພລາສຕິກ​ມາ​ໃຊ້​ຄືນ​ໃໝ່​ໄດ້, ວິທີການກໍາຈັດແມ່ນປົກກະຕິແລ້ວ ມັກຖິ້ມລົງໃນນ້ຳ ແລະ ການຂຸດຝັງຂີ້ເຫຍື້ອ ທີ່ລ້ວນແຕ່ສ້າງມົນລະພິດທາງອາກາດ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...