Homeຂ່າວລົດໄຟລາວ-ຈີນເປີດນໍາໃຊ້ຈຸດປ່ຽນຖ່າຍສິນຄ້າສະຖານີວຽງຈັນໃຕ້ຢ່າງເປັນທາງການ

ເປີດນໍາໃຊ້ຈຸດປ່ຽນຖ່າຍສິນຄ້າສະຖານີວຽງຈັນໃຕ້ຢ່າງເປັນທາງການ

Published on

ອີງຕາມການລາຍງານ CRI ໃຫ້ຮູ້ວ່າ: ຄ່ຽງຄູ່ກັບຕູ້ຄອນເທັນເນີບັນຈຸສິນຄ້າຂ້າມຊາດງວດທຳອິດໄດ້ສຳເລັດການປ່ຽນຖ່າຍຈາກລາງລົດໄຟມາດຕະຖານໄປເຖິງລາງລົດໄຟໜຶ່ງແມັດ ແລະແລ່ນໄປສູ່ທ່າກຳປັ່ນແຫຼມສະບັງຂອງໄທ, ຈຸດເຄື່ອນຖ່າຍສິນຄ້າສະຖານີລົດໄຟວຽງຈັນໃຕ້ໄດ້ເປີດນຳໃຊ້ຢ່າງເປັນທາງການໃນວັນທີ 1 ກໍລະກົດນີ້ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ, ທາງລົດໄຟຈີນ-ລາວ-ໄທໄດ້ສໍາເລັດການເຊື່ອມຕໍ່ກັນ.

ຈຸດປ່ຽນຖ່າຍສິນຄ້າສະຖານີວຽງຈັນໃຕ້ສາມາດຂຶ້ນເໜືອເຊື່ອມຕໍ່ສູນລໍາລຽງສິນຄ້ານະຄອນເສີງຕູ່, ຈຸ່ງກິ່ງ ຊີອ່ານ ແລະເຂດອື່ນໆຂອງຈີນແລະເຊື່ອມຕໍ່ລົດໄຟຈີນ-ເອີຣົບ, ລົງໃຕ້ສາມາດເຊື່ອມຕໍ່ນະຄອນຫຼວງບາງກອກ ແລະທ່າກຳປັ່ນແຫຼມສະບັງຂອງໄທ ເຊິ່ງໄດ້ຍົກສູງປະສິດທິພາບໃນການຂົນສົ່ງສິນຄ້າລະຫວ່າງຈີນ-ປະເທດອາຊຽນ, ສົ່ງຜົນເຮັດໃຫ້ເວລາການເດີນທາງແຕ່ ນະຄອນ ຄຸນໝິງ ຂອງຈີນໄປທ່າກຳປັ່ນແຫຼມສະບັງຫຼຸດລົງປະມານ 1 ມື້ເມື່ອທຽງໃສ່ການເຕື່ອນຖ່າຍດ້ວຍລົດ ທັງສາມາດຫຼຸດລົງຕົ້ນທຶນໃນການຂົນສົ່ງ 20% ຂຶ້ນໄປ ເຊິ່ງເປັນສິ່ງຄໍ້າປະກັນທາງດ້ານຄົມມະນາຄົມຂົນສົ່ງໃຫ້ກັບການສ້າງຄູ່ຮ່ວມຊາຕາກໍາຈີນ-ອາຊຽນນໍາອີກ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລາວ ໄດ້ສະແດງຄວາມຊົມເຊີຍຕໍຜົນສໍາເລັດການຮ່ວມມືລະຫວ່າງສອງພັກສອງລັດຖະບານລາວ-ຈີນກໍ່ຄືບັນດາບໍລິສັດຮັບເໝົາກໍ່ສ້າງ. ທ່ານກ່າວຕື່ມວ່າ, ການເປີດນໍາໃຊ້ຈຸດປ່ຽນຖ່າຍສິນຄ້າດັ່ງກ່າວມີຄວາມໝາຍສໍາຄັນຍິ່ງ ແລະເປັນເຫດການທີ່ບໍ່ເຄີຍມີມາກ່ອນ, ເນື່ອງຈາກວ່າບັນຫາຄົມມະນາຄົມຂົນສົ່ງທີ່ມີຕົ້ນທຶນສູງນັ້ນເປັນອຸປະສັກໜຶ່ງໃນການດຶງດູດການລົງທຶນຂອງລາວ ແລະເຊື່ອມໝັ້ນວ່າການເປີດນໍາໃຊ້ຈຸດປ່ຽນຖ່າຍສິນຄ້າດັ່ງກ່າວຈະເປັນແຮງຊຸກຍູ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງລາວ ກໍ່ຄືຊຸກຍູ້ໃຫ້ຂະແໜງການຕ່າງໆໃຫ້ໄດ້ຮັບເງື່ອນໄຂການພັດທະນາທີ່ດີກວ່າເກົ່າ.
ພາຍຫຼັງທາງລົດໄຟລາວ-ຈີນ ໄດ້ເປີດນໍາໃຊ້ຢ່າງເປັນທາງການເປັນຕົ້ນມາ, ປາກົດເຫັນວ່າການຂົນສົ່ງໂດຍສານແລະຂົນສົ່ງສິນຄ້າລ້ວນແຕ່ມີທ່າອ່ຽງການພັດທະນາດີຂຶ້ນທັງທາງດ້ານປະລະມານແລະຄຸນນະພາບ. ນັບມາຮອດວັນທີ 30 ມິຖຸນາ ໄດ້ສົ່ງຜູ້ໂດຍສານທັງໝົດ 4 ລ້ານເທື່ອຄົນ ໃນນັ້ນຊ່ວງໄລຍະລາວມີ 520,000 ເທື່ອຄົນ, ໄດ້ຂົນສົ່ງສິນຄ້າທັງໝົດ 4,940,000 ໂຕນ, ໃນນັ້ນການຂົນສົ່ງສິນຄ້າຂ້າມຊາດມີ 820,000 ໂຕນ.

ທີ່ມາ:CRI

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...