spot_img
Homeຂ່າວຕ່າງປະເທດຕວກກີເປີດທາງ ສະວີເດັນ-ຟິນແລນ ເຂົ້ານາໂຕ້

ຕວກກີເປີດທາງ ສະວີເດັນ-ຟິນແລນ ເຂົ້ານາໂຕ້

Published on

ອີງຕາມການລາຍງານຂອງສຳນັກຂ່າວ ເອພີ ໃນວັນທີ 28 ເດືອນມິຖຸນາ 2022, ໃນກອງປະຊຸມສຸດຍອດນາໂຕ້ຕວກກີຢຸດການຄັດຄ້ານການເຂົ້າຮ່ວມເປັນສະມາຊິກອົງການສົນທິສັນຍາແອດແລນຕິກເໜືອ ຫຼື ນາໂຕ້ຂອງສະວີເດັນ ແລະ ຟິນແລນ.

ໂດຍຈະມີການສົ່ງຄຳເຊີນ ເຂົ້າຮ່ວມນາໂຕ້ຢ່າງເປັນທາງການໃນມື້ນີ້ ຊຶ່ງປົກກະຕິແລ້ວຈະຕ້ອງໃຊ້ເວລາຫຼາຍເດືອນ ແລະຄາດກັນວ່າສະມາຊິກນາໂຕ້ທັງ 30 ປະເທດຈະມີການພິຈາລະນາຢ່າງວ່ອງໄວ ຊື່ງຕ່າງຈາກຂະບວນການປົກກະຕິທີ່ມັກໃຊ້ເວລາ 1 ປີ.

ທ່ານ ນາຍົກລັດຖະມົນຕີ ສະວີເດັນ ກ່າວວ່າ ຂໍ້ຕົກລົງນີ້  “ດີຕໍ່ຟິນແລນ-ສະວີເດັນ ແລະ ດີຕໍ່ນາໂຕ້” ຊື່ງວ່າຂະບວນການເຂົ້າເປັນສະມາຊິກຄວນໄດ້ຮັບ “ໄວເທົ່າໃດຍິ່ງດີ” ດ້ານຕວກກີ ລະບຸວ່າ: ເຮົາໄດ້ທຸກຢ່າງທີ່ຕ້ອງການ ລວມທັັງຄວາມຮ່ວມມືຢ່າງເຕັມທີ່ໃນການຕໍ່ຕ້ານ ກຸ່ມກໍ່ການຮ້າຍ ແລະ ຕວກກີ ເຫັນດີໃນການສະໜັບສະໜູນການສົ່ງຄຳເຊີນສະວີເດັນ ແລະ ຟິນແລນໃຫ້ເປັນສະມາຊິກນາໂຕ້.

ປະທານາທິບໍດີ ໂຈ ໄບເດນ ແຫ່ງສະະຫະລັດອາເມລິກາ ສະແດງຄວາມຍິນດີທີ່ທັງສາມປະເທດເດີນໜ້າເຂົ້າສູ່ກ້າວທີ່ສຳຄັນ ແລະກ່າວວ່ານາໂຕ້ “ມີຄວາມເປັນປຶກແຜ່ນ ແລະ ແຂງແກ່ນທີ່ສຸດ”

ສຳລັບຄວາມຂັດແຍງທີ່ເກີດຂຶ້ນລະຫວ່າງຢູເຄຣນ-ຣັດເຊຍ ຕັ້ງແຕ່ວັນທີ 24 ກຸມພາ 2022 ທີ່ຜ່ານມາຄື: ປັດໃຈທີ່ເຮັດໃຫ້ສະວີເດັນ ແລະ ຟິນແລນສະມັກເຂົ້າເປັນສະມາຊິກນາໂຕ້ ຖືເປັນຈຸດປ່ຽນທີ່ສຳຄັນຂອງຈຸດຢືນຄວາມເປັນກາງຂອງທັງສອງປະເທດທີ່ດຳເນີນມາດົນນັບຕັ້ງແຕ່ຊ່ວງສົງຄາມເຢັນ ແຕ່ກ່ອນໜ້ານີ້ຕວກກີ ເປັນສະມາຊິກນາໂຕ້ພຽງປະເທດດຽວທີ່ບໍ່ສະໜັບສະໜູນການຕັດສິນໃຈດັ່ງກ່າວໂດຍທາງ ປະທານາທິບໍດີ ເຮຈິບ ເທຍິບ ເອີໂດວານໃຫ້ເຫດຜົນວ່າ ສະວີເດັນ ແລະ ຟິນແລນໃຫ້ທີ່ພັກພິງແກ່ຜູ້ກໍ່ການຮ້າຍ.

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...