Homeຂ່າວຕ່າງປະເທດຣັດເຊຍຜິດນັດຊຳລະໜີ້ສິນພັນທະບັດຕ່າງປະເທດເປັນຄັ້ງທຳອິດໃນຮອບ 100 ປີ

ຣັດເຊຍຜິດນັດຊຳລະໜີ້ສິນພັນທະບັດຕ່າງປະເທດເປັນຄັ້ງທຳອິດໃນຮອບ 100 ປີ

Published on

ຣັດເຊຍຜິດນັດຊຳລະໜີ້ສິນ ພັນທະບັດສະກຸນເງິນຕ່າງປະເທດເປັນຄັ້ງທຳອິດໃນຮອບ 100 ປີ ຕັ້ງແຕ່ປີ 1918 ຫຼັງຈາກບໍ່ສາມາດຊຳລະດອກເບ້ຍພັນທະບັດ ຈຳນວນ 100 ລ້ານໂດລາ ໄດ້ກ່ອນຮອດມື້ກຳນົດທີ 26 ມິຖຸນາທີ່ຜ່ານມານີ້.

ການທີ່ຣັດເຊຍຍັງບໍ່ທັນຊຳລະໜີ້ສິນໄດ້ທັນ ເປັນຜົນມາຈາກທີ່ອາເມຣິກາ ແລະ ສະຫະພາບເອີຣົບ ມີຄຳສັ່ງໃຫ້ສະຖາບັນການເງິນຂອງໂຕເອງຂວ້ຳບາດ ແລະ ປິດຊ່ອງທາງການຊຳລະໜີ້ສິນໃຫ້ກັບກຸ່ມເຈົ້າໜີ້ຕ່າງປະເທດ ຂອງຣັດເຊຍ.

ໃນຊ່ວງທຳອິດຂອງການຂວ້ຳບາດ ເຖິງວ່າອາເມຣິກາ ແລະ ປະເທດພັນທະມິດ ຈະໃຊ້ມາດຕະການຂວ້ຳບາດທາງການເງິນ ຍຶດສັບຊິນ ແລະ ຢຸດການນຳໃຊ້ເງິນສຳຮອງລະຫວ່າງປະເທດ ເພື່ອເປັນການລົງໂທດຣັດເຊຍ, ແຕ່ກໍຍັງອານຸຍາດໃຫ້ທະນາຄານກາງຣັດເຊຍຊຳລະໜີ້ ຜ່ານທະນາຄານຂອງສະຫະລັດ ແລະ ປະເທດພັນທະມິດ ແຕ່ຂໍ້ຍົກເວັ້ນດັ່ງກ່າວໄດ້ສິ້ນສຸດໃນຊ່ວງທ້າຍເດືອນພຶດສະພາ.

ໃນອາທິດທີ່ຜ່ານມາ ຣັດເຊຍໄດ້ອອກມາປະກາດວ່າ ຈະຊຳລະໜີ້ສິນຕ່າງປະເທດຈຳນວນ 4 ໝື່ນລ້ານໂດລາ ເປັນສະກຸນເງິນລູເບິນແທນ (ສະກຸນເງິນຂອງຣັດເຊຍ) ພ້ອມກ່າວວ່າ ອາເມຣິກາ ແລະ ປະເທດພັນທະມິດ ຕັ້ງໃຈບີບບັງຄັບໃຫ້ຣັດເຊຍຕ້ອງຜິດນັດຊຳລະໜີ້, ເນື່ອງຈາກຣັດເຊຍຍັງມີເງິນໂດລາ ຈາກການຂາຍນ້ຳມັນພຽງພໍໃນການຊຳລະໜີ້ດອກເບ້ຍດັ່ງກ່າວໄດ້.

ເຖິງວ່າຣັດເຊຍຈະຕົກຢູ່ໃນສະຖານະການ ຜິດນັດຊຳລະໜີ້ ແຕ່ນັກລົງທຶນທີ່ເປັນເຈົ້າໜີ້ຂອງຣັດເຊຍສ່ວນໃຫຍ່ ຍັງບໍ່ມີປະຕິກິລິຍາຫຍັງອອກມາເທື່ອ ແລະ ຫວັງວ່າມາດຕະການຂວ້ຳບາດຈະຜ່ອນຜັນລົງໃນອານາຄົດ ເພາະໃນເອກະສານສັນຍາພັນທະບັດ ມີຂໍ້ກຳນົດວ່າພວດເຂົາຍັງມີສິດຂໍຮັບຜົນຕອບແທນຄືນໄດ້ ພາຍໃນ 3 ປີ ນັບຈາກວັນທີ່ຄົບກຳນົດຊຳລະໜີ້ສິນ.

ແຫຼ່ງຂ່າວຈາກ Yahoo Finance

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...