Homeຂ່າວພາຍ​ໃນລັດຖະ​ບານ ​ຈຳ​ກັດການຫັນປ່ຽນທີ່ດິນກະສິກຳ ເປັນດິນປະເພດອື່ນ

ລັດຖະ​ບານ ​ຈຳ​ກັດການຫັນປ່ຽນທີ່ດິນກະສິກຳ ເປັນດິນປະເພດອື່ນ

Published on

ລັດຖະ​ບານ ​ຈຳ​ກັດການຫັນປ່ຽນທີ່ດິນກະສິກຳ ເປັນດິນປະເພດອື່ນ.

ເພື່ອຮັບປະກັນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ໂດຍສະເພາະແມ່ນການຕອບໂຕ້ກັບສະພາບການຂາດແຄນສະບຽງອາຫານທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ; ລັດຖະບານ ກໍຄື ກະຊວງກະສິກໍາ ແລະ ປ່າໄມ້ (ກປ) ໄດ້ດໍາເນີນ 4 ວຽກງານສໍາຄັນ ໃນການສະກັດກັ້ນການຫັນປ່ຽນທີ່ດິນກະສິກຳໄປເປັນດິນປະເພດອື່ນ.

ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ມິຖຸນາ ຜ່ານມາ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງ ກປ ໄດ້ຊີ້ແຈງຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບວຽກງານຂອງຂະແໜງຕົນ ທີ່ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ.

ທ່ານ ເພັດ ພົມ​ພິ​ພັກ ກ່າວວ່າ: ກະຊວງ ປກ ໄດ້ດໍາເນີນການສະກັດກັ້ນການຫັນປ່ຽນທີ່ດິນກະສິກຳ ໄປເປັນດິນປະເພດອື່ນ, ການປົກປັກຮັກສາຄຸນນະພາບຂອງດິນກະສິກຳ ໄປຕາມທິດທາງແຜນການ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຊຶ່ງໄດ້ດຳເນີນ 4 ວຽກງານທີ່ສຳຄັນຄື:

1). ໄດ້ປະຕິບັດຕາມ ມະຕິຂອງສະພາແຫ່ງຊາດ ວ່າດ້ວຍແຜນແມ່ບົດການຈັດສັນທີ່ດິນແຫ່ງຊາດ ຊຶ່ງໄດ້ຈັດສັນທີ່ດິນທີ່ຈະສະຫງວນ ແລະ ອະນຸລັກໄວ້ ເພື່ອເປັນເນື້ອທີ່ປ່າໄມ້ປົກຫຸ້ມ 70% ລວມທັງດິນບໍລິເວນນ້ຳ ທີ່ນອນໃນເຂດພື້ນທີ່ດັ່ງກ່າວ ຂອງເນື້ອທີ່ທົ່ວປະເທດ 16,5 ລ້ານເຮັກຕາ ກວມເອົາ 3 ປະເພດປ່າ (ປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຜະລິດ) ແລະ ເນື້ອທີ່ດິນກະສິກຳ 4,5 ລ້ານເຮັກຕາ. ໃນນີ້, ດິນນາ 2 ລ້ານເຮັກຕາ (ປັດຈຸບັນເປັນດິນນາ 1.160.000 ເຮັກຕາ ຍັງຈະຂະຫຍາຍເພີ່ມຕື່ມ 840.000 ເຮັກຕາ), ເນື້ອທີ່ປູກພືດອາຍຸສັ້ນ 1 ລ້ານເຮັກຕາ (ປັດຈຸບັນນຳເຂົ້າໃນການຜະລິດແລ້ວ 760.000 ເຮັກຕາ ແລະ ຍັງຈະຂະຫຍາຍເພີ່ມຕື່ມອີກ ຈຳນວນ 240.000 ເຮັກຕາ), ເນື້ອທີ່ປູກພືດອາຍຸຍາວ/ໄມ້ ໃຫ້ໝາກ 800.000 ເຮັກຕາ ປັດຈຸບັນມີ 610.000 ເຮັກຕາ ຍັງຈະຂະຫຍາຍເພີ່ມຕື່ມຈໍານວນ 190.000 ເຮັກຕາ), ເນື້ອທີ່ທົ່ງຫຍ້າທຳມະຊາດ 700.000 ເຮັກຕາ (ສໍາລັບປູກຫຍ້າລ້ຽງສັດ 164.466 ເຮັກຕາ). ມາຮອດປັດຈຸບັນ ແມ່ນສໍາເລັດໃນການເອກະພາບຈຸດພື້ນທີ່ ແລະ ​ໂຕເລກ ກັບທ້ອງຖິ່ນຂັ້ນແຂວງ ຈຳນວນ 16 ແຂວງ (ກໍາລັງສືບຕໍ່ເອກະພາບກັບແຂວງຊຽງຂວາງ ແລະ ນະຄອນຫຼວງວຽງຈັນ).

2. ກຳລັງດຳເນີນການໂຄງການຈັດສັນທີ່ດິນ ແລະ ປັກຫຼັກໝາຍເຂດສະຫງວນໃນການຜະລິດ ບັນດາພືດສິນຄ້າບຸລິມະສິດ ທີ່ໄດ້ມີຕະຫຼາດຮອງຮັບແລ້ວ ເພື່ອຕອບສະໜອງໃຫ້ແກ່ ການລົງທຶນຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່;

3. ໄດ້ສ້າງ ແລະ ປັບປຸງນິຕິກໍາ ເພື່ອຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂຂອງການພັດທະນາໃນໄລຍະໃໝ່ ໂດຍສະເພາະແມ່ນດໍາລັດການຄຸ້ມຄອງທີ່ດິນກະສິກຳ ປັດຈຸບັນກຳລັງກະກຽມຜ່ານຮ່າງດຳລັດວ່າດ້ວຍທີ່ດິນກະສິກຳ;

4. ການປົກປັກຮັກສາຄຸນນະພາບຂອງດິນກະສິກຳ: ຜ່ານມາ, ໄດ້ສົ່ງທີມງານລົງປະສານສົມທົບກັບຜູ້ປະກອບການ, ຊາວກະສິກອນ ແລະ ອົງການຈັດຕັ້ງ ທີ່ເຮັດການຜະລິດກະສິກໍາ ເພື່ອປັບປຸງດິນໃຫ້ມີຄຸນນະພາບ ໂດຍການນຳໃຊ້ຝຸ່ນອົງຄະທາດ, ຊີວະພາບອົງຄະທາດ, ຝຸ່ນຂຽວ ແລະ ຝຸ່ນເຄມີ. ໃນນັ້ນ, ໄດ້ສຸມໃສ່ 10 ແຂວງຈຸດສຸມ ຂອງໂຄງການຄ້ຳປະກັນສະບຽງອາຫານ; ການຈັດການດິນ, ນ້ຳ, ຝຸ່ນ ແລະ ທາດອາຫານພືດ ໃນການປູກພືດໃນເຂດແຫ້ງແລ້ງ 6 ແຂວງ (ຄຳມ່ວນ, ສະຫວັນນະເຂດ ແລະ 4 ແຂວງພາກໃຕ້).

ແຫຼ່ງຂ່າວຈາກ ປະຊາຊົນ

ຮູບພາບປະກອບຈາກ PAI WA

 

 

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...